ລາວ-ຍີ່ປຸ່ນ ເສີມຂະຫຍາຍສາຍພົວພັນການທູດ

    ໃນວັນທີ 10 ສິງຫາ 2022 ກອງປະຊຸມກົງສຸນກິດຕິມະສັກແຫ່ງ ສປປ ລາວ ປະຈໍາປະເທດ ຍີ່ປຸ່ນ ຄັ້ງທີ 2 ໄຂຂຶ້ນທີ່ສະຖານທູດລາວ ທີ່ໂຕກຽວ ປະເທດຍີ່ປຸ່ນ ເປັນປະທານຂອງທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເອກອັກຄະລັດຖະທູດລາວ ປະຈຳປະເທດຍີ່ປຸ່ນ ແລະ ການເຂົ້າຮ່ວມຂອງບັນດາທ່ານກົງສຸນກິດຕິມະສັກທັງ 5 ແຫ່ງ ຄື: ກົງສຸນກິດຕິມະສັກແຫ່ງ ສປປ ລາວ ທີ່ ກຽວໂຕ ໂອກິນາວາ ຟຸກຸໂອກະ ຮາໂກດາເຕະ ແລະ ນາໂກຢາ ພ້ອມດ້ວຍຄະນະເຂົ້າຮ່ວມ.

    ກອງປະຊຸມໄດ້ທົບທວນຄືນພາລະບົດບາດຂອງກົງສຸນກິດຕິມະສັກ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງບັນດາກົງສຸນກິດຕິມະສັກ ທັງ 5 ແຫ່ງ ກ່ຽວກັບໃນວຽກງານການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ໃນດ້ານຕ່າງໆເຊັ່ນ: ດ້ານການສຶກສາ ສາທາລະນະສຸກ ເສດຖະກິດ ການຄ້າ ການລົງທຶນ ວັດທະນະທຳ-ສັງຄົມ ແລະ ດ້ານອື່ນໆ.

    ກອງປະຊຸມຍັງໄດ້ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນນໍາກັນ ກ່ຽວກັບການຄົ້ນຄວ້າບາງກິດຈະກຳ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ໃນປີ 2025 ໃນໂອກາດດັ່ງກ່າວ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນດາຜົນງານການເຄື່ອນໄຫວຢ່າງຫ້າວຫັນຂອງບັນດາກົງສຸນກິດຕິມາສັກໃນໄລຍະຜ່ານມາ ເຊິ່ງໄດ້ເປັນຂົວຕໍ່ທີ່ສຳຄັນ ໃນການເສີມຂະຫຍາຍສາຍພົວພັນທີ່ດີລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຖານະເປັນຄູ່ຮ່ວມຍຸດທະສາດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນນໍາກັນຢ່າງສ້າງສັນ ແລະ ກົງໄປກົງມາ.

error: Content is protected !!