ເມືອງສັງທອງ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

    ພິທີປາຖະກະຖາຫວນຄືນມູນເຊື້ອວັນຢຶດອໍານາດ 23 ສິງຫາ ຄົບຮອບ 47 ປີ (23 /8/1975 – 23 /8/ 2022) ວັນສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ຄົບຮອບ 31 ປີ (15 /8/ 1991 -15 /8/ 2022) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (9 /9/ 2002 – 9 /9/ 2022) ຈັດຂຶ້ນໃນວັນທີ 19 ສິງຫາ 2022 ທີ່ສະໂມສອນຂອງເມືອງສັງທອງ ພາຍໃຕ້ເປັນປະທານ ແລະ ປາຖະກະຖາຂອງທ່ານ ສີປະເສີດ ແສນສະຫວັດ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນກຽດເຂົ້າຮ່ວມຮັບຟັງຂອງ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ມີທ່ານ ວັນຕຸລາ ລັກນຸດ ຫົວໜ້າກົມຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະພັກ ບັນດາຮອງເລຂາພັກເມືອງ ຮອງເຈົ້າເມືອງ ຄະນະປະຈໍາພັກ ຄະນະພັກ ຫົວໜ້າຫ້ອງການ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ.

    ໂອກາດດັ່ງກ່າວ ທ່ານ ສີປະເສີດ ແສນສະຫວັດ ໄດ້ຍົກໃຫ້ເຫັນໃນບາງຕອນທີ່ສໍາຄັນຂອງການຫວນຄືນມູນເຊື້ອ 3 ວັນປະຫວັດສາດ ໂດຍສະເພາະແມ່ນການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມໝາຍ-ຄວາມສໍາຄັນຂອງ 3 ວັນປະຫວັດສາດ ຈຸດປະສົງ ກໍເພື່ອເປັນການໂຄສະນາເຜີຍແຜ່ໃຫ້ພະນັກງານສະມາຊິກພັກ ທະຫານ ຕໍາຫຼວດ ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ ເຊື່ອມຊຶມ  ແລະ ກໍາແໜ້ນຢ່າງເລິກເຊີ່ງ ກ່ຽວກັບປະຫວັດສາດ ແລະ ມູນເຊື້ອຜົນງານໃນການຕໍ່ສູ້ກັບພວກລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ວັນທີ 23 ສິງຫາ 1975 ໄດ້ມີຂີດໝາຍສໍາຄັນໃນການກ້າວໄປສູ່ການສະຖາປະນາ ສປປ ລາວ ຢ່າງສົມບູນ ຖືວ່າເປັນຂີດໝາຍໃນຂະບວນການຕໍ່ສູ້ກູ້ຊາດ ເພື່ອຢຶດເອົາເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວມມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອເປັນການຢັ້ງຢືນຜົນງານອັນຍິ່ງໃຫຍ່ຕະຫຼອດໄລຍະຜ່ານມາ ທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍານົດລະບອບການເມືອງ ເສດຖະກິດ-ສັງຄົມ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຕ່າງປະເທດ ກໍານົດສິດ ແລະ ພື້ນຖານຂອງພົນລະເມືອງ ລະບົບການຈັດຕັ້ງ ກົງຈັກລັດໃນໄລຍະໃໝ່ ໃນປະຫວັດສາດຂອງຊາດເຮົາ ເພີ່ມທະວີການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ມີຄວາມສັກສິດ ເຊີດຊູນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພັດທະນາຕົນເອງ ຄອບຄົວ ແລະ ປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຖືເອົາການສະເຫຼີມສະຫຼອງ 3 ວັນດັ່ງກ່າວ ຕິດພັນກັບການຍູ້ແຮງຂະບວນການດ້ານຕ່າງໆ ເພື່ອຈັດຕັ້ງເຊື້ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງສັງທອງ ໃຫ້ມີເນື້ອໃນເລິກເຊີ່ງ ແລະ ກວ້າງຂວາງ.

# ວຽງມາ

error: Content is protected !!