ກອງບັນຊາການທະຫານເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດຕັ້ງໄຂຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢູ່ບ້ານສະມມະໂນ ວັນທີ 16 ສິງຫາ 2022 ໂດຍມີທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພັທ ບຸນແປງ ສຸນີໄຊ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ພັທ ວອນສີ ຄຸນສຸພັນ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຫາດຊາຍຟອງ ເຂົ້າຮ່ວມ.


ໃນພິທີດັ່ງກ່າວ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງເຈົ້າເມືອງ ເຊິ່ງແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແລະ ນຳພາພະນັກງານລົງປະຈຳຢູ່ບ້ານສິມມະໂນເໜືອ ເພື່ອໃຫ້ສືບຕໍ່ຈັດຕັ້ງປະຕິບັດດໍາເນີນການວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຂໍ້ຕົກລົງຂອງຄະນະກໍາມະທິການ ປກຊ-ປກສ ນະຄອນຫຼວງວຽງຈັນ ຂໍ້ຕົກລົງເຈົ້າເມືອງຫາດຊາຍຟອງ ແລະ ແຜນວຽກກອງບັນຊາການທະຫານເມືອງຫາດຊາຍຟອງ ຂະແໜງກໍ່ສ້າງຮາກຖານການເມືອງ ໄດ້ຈັດຕັ້ງນໍາກໍາລັງພົນຫັນລົງປະຈໍາບ້ານແຕ່ລະໜ່ວຍສິບຫຼັງຄາເຮືອນ ເພື່ອເຮັດໜ້າທີ່ໂຄສະນາເຜີຍແຜ່ບັນດານິຕິກໍາ ເອກະສານ ລະບຽບການ ແຈ້ງການຕ່າງໆທີ່່ກ່ຽວຂ້ອງໃຫ້ປະຊາຊົນແຕ່ລະຄອບຄົວໄດ້ເຊື່ອມຊືມ ຮັບຮູ້ຕໍ່ແນວທາງ ເຊັ່ນ: ຄວາມຮູ້ພື້ນຖານກ່ຽວກັບວຽກງານຊາຍແດນປະເທດລາວ ຄົນລາວເປັນເຈົ້າຂອງ ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ວິທີການກໍ່ສ້າງພະນັກງານຫຼັກແຫຼ່ງ ແລະ ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະຊີ້ນໍາຂັ້ນເທິງ ພ້ອມທັງເກັບເກັບກໍາສະຖິຕິຂໍ້ມູນ ສະພາບການເຄື່ອນໄຫວຕ່າງໆຂອງບ້ານ ເປັນຕົ້ນ ກວດກາບັນຊີເປົ້າໝາຍຢາເສບຕິດ ເປົ້າໝາຍອື່ນທີ່ຂັດກັບກົດໝາຍ ອາວຸດເສິກ ອາວຸດລ່າສັດ ພາຫະນະທີ່ບໍ່ຖືກຕ້ອງ ດັດແປງສະພາບເຕັກນິກ ແລະ ແກ້ໄຂ ເປົ້າໝາຍທີ່ເຫັນວ່າເປັນອັນຕະລາຍຕໍ່ສັງຄົມ ເກັບກໍາສະຖິຕິກອງຫຼອນ ປັບປຸງກໍາລັງກອງຫຼອນປະຈໍາບ້ານໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ກຽມພ້ອມຕະຫຼອດເວລາ ນອກນັ້ນ ກໍຈະໄດ້ສໍາຫຼວດກວດກາບັນດາຈຸດຫຼໍ່ແຫຼມທີ່ເປັນບ່ອນລີ້ຊ້ອນຂອງກຸ່ມຄົນບໍ່ດີ ແລະ ສຶກສາອົບຮົມຕໍ່ຜູ້ທີ່ລະເມີດລະບຽບກົດໝາຍ ແລະ ກະທຳຜິດ ທັງນີ້ກໍເພື່ອປະຕິບັດຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນທົ່ວປວງຊົນຮອບດ້ານຂອງພັກ ເປັນການສືບຕໍ່ສ້າງບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ ປຸກລະດົມກຳລັງແຮງສັງລວມ ກຳລັງປະກອບອາວຸດເປັນຫຼັກແຫຼ່ງ ເພີ່ມທະວີ ແລະ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນສັນຕິຂອງສັດຕູ ເປັນເຈົ້າການສະກັດກັ້ນການແຊກແຊງ ການຕົວະຍົວະຫຼອກລວງ ແລະ ກຳຈັດໜໍ່ແໜງທີ່ກໍ່ໃຫ້ເກີດມີສະພາບຂອງຄວາມບໍ່ສະຫງົບ ແນໃສ່ເພື່ອສ້າງໃຫ້ໄດ້ຄອບຄົວເປັນແບບຢ່າງໃນການປະຕິບັດພັນທະປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີ ແລະ ມີຄວາມສາມັກຄີປອງດອງ.
# ຂ່າວ – ພາບ : ຂັນທະວີ