ແນວລາວສ້າງຊາດ ນວ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

     ແນວລາວສ້າງຊາດນະຄອນຫຼວງວຽງຈັນ (ນວ) ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 72 ປີ (13/8/1950-13/8/2022) ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ວັນທີ 19 ສິງຫາ 2022 ທີ່ຫ້ອງວ່າການ (ນວ) ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ມີພະເຖລານຸເຖລະ ທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ຜູ້ຕາງໜ້າສະຖານທູດຫວຽດນາມປະຈໍາລາວ ສະມາຄົມມິດຕະພາບຫວຽດນາມປະຈໍາ ນວ ຄະນະກໍາມະການແນວລາວສ້າງຊາດ ເຈົ້າເມືອງ ຮອງເຈົ້າເມືອງ ພະແນກການ ອົງການທຽບເທົ່າ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນອ້ອມຂ້າງ ນວ ເຂົ້າຮ່ວມ.

    ທ່ານ ອານຸພາບ ຕຸນາລົມ ໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ນັບຕັ້ງແຕ່ປະຫວັດການກໍາເນີດອົງການແນວລາວສ້າງຊາດໃນແຕ່ລະໄລຍະຈົນເຖິງປັດຈຸບັນ ພ້ອມນັ້ນ ຍັງຍົກໃຫ້ເຫັນຜົນງານພົ້ນເດັ່ນຂອງຄະນະພັກ ຄະນະນໍາໃນ 1 ປີຜ່ານມາ ນອກນີ້ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ປະຫວັດແຫ່ງການຕໍ່ສູ້ຂອງປະຊາຊົນສອງປະເທດ ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແຕ່ປີ 1975 ເຖິງປັດຈຸບັນ 45 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ສືບສານມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ທັງໝົດນີ້ ແນໃສ່ໃຫ້ຜູ້ເຂົ້າຮ່ວມຮັບຮູ້ໄດ້ຄວາມໝາຍຄວາມສໍາຄັນ ກໍາໄດ້ມູນເຊື້ອຂອງວັນສໍາຄັນດັ່ງກ່າວ ແນໃສ່ນໍາເອົາມູນເຊື້ອດັ່ງກ່າວໄປເປັນບ່ອນອີງເສີມຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເພີ່ມພູນຄູນສ້າງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນຂຶ້ນໄປເລື້ອຍໆ.

    ນອກນີ້ ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ທ່ານປະທານແນວລາວສ້າງຊາດ ນວ ໄດ້ນໍາພາຄະນະກໍາມະການແນວລາວສ້າງຊາດ ວາງກະຕ່າດອກໄມ້ຕໍ່ຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຢູ່ຕໍ່ໜ້າສໍານັກງານອົງການປົກຄອງ ນວ ແລະ ໄດ້ຈັດກິດຈະກໍາແຂ່ງຂັງກີລາເປຕັງ ເພື່ອຊີງຂັນຂອງທ່ານເຈົ້າຄອງ ນວ ຕື່ມອີກ.

error: Content is protected !!