ວາງສະແດງຮູບພາບການຮ່ວມມືຮອບດ້ານ 2 ນະຄອນ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ

    ງານວາງສະແດງຮູບພາບ ການຮ່ວມມືຮອບດ້ານ ແລະ ງານວາງສະແດງ ຈຳໜ່າຍຜະລິດຕະພັນຂອງນະຄອນຫຼວງວຽງຈັນ ສປປ ລາວ ແລະ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ນະຄອນຮ່າໂນ້ຍ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ຫງຽນ ແມັງ ກວຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ທ່ານ ແສງເພັດ ຮຸ່ງບຸນຍ່ວງ ເອກອັກຄະລັດຖະທູດ ສປປ ລາວ ຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ແລະ ພາກທຸລະກິດທັງສອງຝ່າຍເຂົ້າຮ່ວມ.

    ສຳລັບງານວາງສະແດງຮູບພາບໃນຄັ້ງນີ້ ແມ່ນໄດ້ນຳເອົາຮູບພາບການຮ່ວມມືຮອບດ້ານ 2 ນະຄອນ ຄື: ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ພ້ອມທັງຮູບພາບສະຖານທີ່ພົ້ນເດັ່ນຂອງສອງນະຄອນ ກໍຄື ສອງປະເທດ ຮູບພາບດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດລາວ-ຫວຽດນາມ ກໍຄືສອງນະຄອນຫຼວງ ແຕ່ທັງໝົດນັ້ນ ລ້ວນແຕ່ສ່ອງແສງເຖິງຄວາມມີຊີວິດຊີວາ ຄວາມເປັນມາ ການເຕີບໃຫຍ່ຂະຫຍາຍຕົວ ມູນເຊື້ອການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຄວາມສາມັກຄີພິເສດຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍຄືສອງນະຄອນ ເຊິ່ງຍາມໃດພັກ-ລັດ ແລະ ປະຊາຊົນສອງຊາດກໍໄດ້ເພີ່ມພູນຄູນສ້າງໃຫ້ເກີດດອກອອກຜົນ ແລະ ນັບມື້ນັບສະຫງ່າງາມ ຄືດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າໄດ້ກ່າວວ່າ: “ເຖິງພູຈະເຈື່ອນ ແມ່ນໍ້າລໍາເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຕະຫຼອດກາລະນານ” ແລະ ບົດກະວີອັນລືຊື່ຂອງ ປະທານ ໂຮ່ຈີມິງ ທີ່ວ່າ: ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່  ຫຼາຍນໍ້າໃຫຍ່ ແລະ ໂຄກກວ້າງ ຂວາງຂັ້ນກໍດຸ່ງໄປ ສອງຊາດລາວ-ຫວຽດນາມໄດ້ ຝັງຄວາມຮັກຢູ່ໃນໃຈ ຫົ່ງຮ່າທັງແມ່ຂອງ ບໍ່ເລິກປູນປານໄດ້ ເຊິ່ງການຈັດງານດັ່ງກ່າວ ແມ່ນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ-ລາວ.

    ນອກຈາກງານວາງສະແດງຮູບພາບແລ້ວ ທັງສອງນະຄອນຍັງໄດ້ຮ່ວມກັນວາງສະແດງ ແລະ ຈຳໜ່າຍສິນຄ້າທີ່ເປັນຜະລິດຕະພັນໂອດ໋ອບ ແລະ ຜະລິດຕະພັນທ້ອງຖິ່ນຂອງສອງນະຄອນນຳອີກດ້ວຍ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!