ພິທີເຊັນສັນຍາຮ່ວມທຸລະກິດ ຄັ້ງທີ 2 ລະຫວ່າງສູນການຄ້າວຽງຈັນເຊັນເຕີ ແລະ 8 ບໍລິສັດ ຈັດຂຶ້ນວັນທີ 18 ສິງຫາ 2022 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເປັນປະທານ ແລະ ລົງນາມໃນບົດບັນທຶກທັງ 8 ສະບັບ ໂດຍທ່ານ Perg Teng ຄະນະບໍລິຫານຝ່າຍປະຕິບັດການສູນການຄ້າວຽງຈັນເຊັນເຕີ ແລະ ຕຶກສຳນັກງານ ມີທ່ານ ອະພິຊາດ ສະຫວັດມົງຄຸນ ຜູ້ຊ່ວຍອຳນວຍການສູນການຄ້າວຽງຈັນເຊັນເຕີ ພ້ອມດ້ວຍຄູ່ຮ່ວມທຸລະກິດທັງໝົດເຂົ້າຮ່ວມ.

ທ່ານ ອະພິຊາດ ສະຫວັດມົງຄຸນ ກ່າວວ່າ: ສູນການຄ້າວຽງຈັນເຊັນເຕີ ໄດ້ເຊັນສັນຍາຮ່ວມທຸລະກິດຄັ້ງທີ 1 ກັບ 7 ບໍລິສັດ 15 ຍີ່ຫໍ້ດັງ ໃນເດືອນກຸມພາ 2022 ຜ່ານມາ ແລະ ໃນຄັ້ງນີ້ ມີ 8 ບໍລິສັດ 9 ຍີ່ຫໍ້ດັງ ທີ່ກຳລັງຈະເຂົ້າມາດຳເນີນທຸລະກິດໃນສູນການຄ້າວຽງຈັນເຊັນເຕີ ທັງພາຍໃນ ແລະ ຕ່າງປະເທດ ສຳລັບ ບໍລິສັດທີ່ຮ່ວມທຸລະກິດນຳສູນການຄ້າວຽງຈັນເຊັນເຕີ ມີ:
- ບໍລິສັດ ໂຊກທະວີ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ
- ບໍລິສັດ ເດລີເວີຣີ ຮີໂຣລາວ ຈໍາກັດຜູ້ດຽວ ( Food Panda )
- ສູນສຶກສາ B-You Chinese Education Consulting Center ເປັນສູນການສຶກສາທີ່ເນັ້ນໃຫ້ບໍລິການສອນພາສາຈີນເປັນຫຼັກ
- Osaka Fusion Buffet ຮ້ານອາຫານຢີ່ປຸ່ນ ນໍາເຂົ້າວັດຖຸດິບຈາກຕ່າງປະເທດ ອາຫານສົດໃໝ່ທຸກມື້ ແລະ ມີຄວາມເປັນເອກະລັກສະເພາະ
- ບໍລິສັດຕົວແທນຈໍາໜ່າຍ Calvin Klein ເປັນຍີ່ຫໍ້ກະເປົ່າແຟຊັ່ນ ສັນຊາດອາເມຣິກາ
- ບໍລິສັດ pop & ploy shop ເປັນຕົວແທນຈໍາໜ່າຍຍີ່ຫໍ້ JASPAL ແລະ LYN AROUND ມີຄວາມເປັນເອກະລັກໃນດ້ານການອອກແບບເຄື່ອງນຸ່ງແບບສໍາເລັດຮູບ
- ບໍລິສັດຕົວແທນຈໍາໜ່າຍ Suit 21st ເປັນຍີ່ຫໍ້ເສື້ອຜ້າສູດ ທີ່ຜະລິດ ແລະ ອອກແບບໂດຍຄົນລາວ
- ບໍລິສັດຕົວແທນຈໍາໜ່າຍ KATE SPADE ເປັນຍີ່ຫໍ້ກະເປົາສັນຊາດອາເມຣິກາ ຍີ່ຫໍ້ຂວັນໃຈຂອງຜູ້ຍິງທົ່ວໂລກ.
ນອກຈາກນີ້ ສູນການຄ້າວຽງຈັນເຊັນເຕີ ໄດ້ດຳເນີນທຸລະກິດສູນອາຫານຮູບແບບໃໝ່ ໃນຊື່ວຽງຈັນ FOOD CENTER ຢູ່ທີ່ຊັ້ນ 3 ພ້ອມໃຫ້ບໍລິການດ້ວຍອາຫານຫຼາຍປະເພດ ມີທັງອາຫານລາວ ແລະ ອາ ຫານນາໆຊາດ ພ້ອມດ້ວຍກິດຈະກຳອີ່ມຕະຫຼອດທຸກເດືອນ ໂດຍມີສະໂລແກນທີ່ວ່າ: “ມາວຽງຈັນເຊັນເຕີ ອີ່ມແນ່ນອນ”.
# ຂ່າວ – ພາບ : ຊິລິການດາ