ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄັ້ງທີ VII ອັດລົງດ້ວຍຜົນສຳເລັດຈົບງາມ

    ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄັ້ງທີ VII ໄດ້ດຳເນີນມາຮອດ ວັນທີ 4 ມິຖຸນາ 2020 ໄດ້ອັດລົງດ້ວຍຜົນສຳເລັດຈົບງາມທີ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ວິລະສັກ ນາມມຸນຕີ ກຳມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີໂຄດຕະບອງ ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກເຈົ້າຂອງນະຄອນຫຼວງວຽງຈັນ ມີຄະນະປະຈໍາພັກ ນວ ຄະນະພັກເມືອງ ຜູ້ແທນສົມບູນ 160 ສະຫາຍ ແລະແຂກທີ່ຖືກເຊີນ.

    ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄັ້ງທີ VII ນີ້ ໄດ້ຄົ້ນຄວ້າປະກອບຄຳເຫັນ ແລະ ຮັບຮອງເອົາລາຍງານການເມືອງ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫູວດການນຳພາລວມຂອງຄະນະພັກຊຸດເກົ່າ ໂດຍໄດ້ເປັນເອກະພາບກັນຕີລາຄາດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ບົດຮຽນໃນການຊີ້ນຳນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາເຫັນວ່າ ເມືອງສີໂຄດຕະບອງ ແມ່ນຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນດີສົມຄວນ ສັງຄົມມີຄວາມສະຫງົບຮົ່ມເຢັນ ເຖິງວ່າການພັັດທະນາບາງດ້ານບໍ່ບັນລຸຕາມຄາດໝາຍທີ່ວາງໄວ້ ແຕ່ໂດຍລວມກໍມີການຫັນປ່ຽນໄປໃນທາງທີ່ດີຂຶ້ນເປັນກ້າວໆ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບທີ່ດີຂຶ້ນເລື້ອຍໆ ລວມຍອດຜະລິດຕະພັນພາຍໃນບັນລຸ 5.073,7 ຕື້ກີບ ເພີ່ມຂຶ້ນ 7,16% ສະເລ່ຍລາຍຮັບໄດ້ 40 ລ້ານກວ່າກີບ ເທົ່າກັບ 4.557 ໂດລາ/ຄົນ/ປີ ໄດ້ກຳນົດວິໄສທັດ ແລະ ທິດທາງແຜນການ 5 ປີ ນັບແຕ່ປີ 2020 ຮອດປີ 2025.

   ກອງປະຊຸມໃນຄັ້ງນີ້ຜູ້ແທນກອງປະຊຸມຈຳນວນ 160 ສະຫາຍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງ 31 ສະຫາຍ ເລືອກເອົາ 27 ສະຫາຍ ແລະ ໄດ້ເລືອກຕັ້ງຄະນະປະຈຳພັກເມືອງ ລົງສະໝັກເລືອກຕັ້ງ 11 ສະຫາຍ ເລືອກເອົາ 9 ສະຫາຍ ໃນນັ້ນເຫັນດີເປັນເອກະພາບເລືອກເອົາສະຫາຍ ວິລະສັກ ນາມມຸນຕີ ເປັນເລຂາຄະນະພັກເມືອງສີໂຄດຕະບອງ ສະຫາຍ ບຸນມີ ໄຊຍະວົງ ແລະ ສະຫາຍ ສະຫາຍ ອິນປອງ ທຸມມາ ເປັນຮອງເລຂາຄະນະພັກ ສະຫາຍ ຄຳມອນ ບົວພັນ ສະຫາຍ ທົງຫົດທິລາດ ສະຫາຍ ພັນໂທວິໄຊ ມິ່ງມາໄລພອນ ສະຫາຍພັນໂທ ຄຳຫຼ້າ ພົມມະສານ ສະຫາຍ ບຸນເຖິງ ວັນນາມະຫາໄຊ ແລະ ສະຫາຍ ນາງ ສົມປະເສີດ ສີຫາລາດ ເປັນຄະນະປະຈຳພັກເມືອງ ພ້ອມນີ້ໄດ້ເຫັນດີເລືອກເອົາ ສະຫາຍ ບຸນມີ ໄຊຍະວົງ ເປັນປະທານກວດກາ ສະຫາຍ ສິດດິເດດ ທິບພະກາຫວັນ ສະຫາຍ ສຸລິຍະ ພັນທະວົງ ສະຫາຍ ວິໄລພອນ ປະຖຳມະວົງ ເປັນຮອງປະທານກວດກາພັກ ອົງການກວດກາລັດ.

error: Content is protected !!