ພິທີເຊັນບົດບັນທຶກຄວາມເຂົ້າ ໃຈກ່ຽວກັບການສຶກສາຄວາມເປັນໄປໄດ້ໂຄງການພັດທະນາລະບົບຖານຂໍ້ມູນ ສຳລັບການບໍລິການວຽກງານສື່ມວນຊົນ ໄດ້ຈັດຂຶ້ນວັນທີ 18 ສິງຫາ 2022 ທີ່ໂຮງແຮມ ລາວພລາຊາ ລະຫວ່າງທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ທ່ານ ຊິນນະກອນ ພົມມະສິດ ປະທານບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາ ດ້ານການຄ້າ ແລະ ການລົງທຶນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ໂດຍທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງ ຖວທ ມີບັນດາທ່ານຫົວໜ້າກົມ ຮອງກົມ ແລະ ແຂກຖືກເຊີນທັງສອງຝ່າຍເຂົ້າຮ່ວມ.

ໂຄງການດັ່ງກ່າວ ຈະໃຊ້ເວລາໃນການສຶກສາພາຍໃນໄລຍະເວລາ 12 ເດືອນ ຊຶ່ງຈະໄດ້ລົງເລິກສຶກສາໂຄງການພັດທະນາລະບົບຖານຂໍ້ມູນສຳລັບການບໍລິການວຽກງານສື່ມວນຊົນ ທາງບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ຈະນຳເອົາປະສົບການ ວິຊາການ-ເຕັກນິກ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະນຳເຂົ້າມາພັດທະນາລະບົບຖານຂໍ້ມູນໃຫ້ເປັນລະບົບ ໄດ້ມາດຕະຖານ ມີຄວາມປອດໄພ ແລະ ຍືນຍົງ ແລະ ໃນດ້ານເຕັກໂນໂລຊີຖານຂໍ້ມູນນັ້ນ ແມ່ນທາງບໍລິສັດ ແອວ ຈີ ເອ ເອັສ ຈະນຳໃຊ້ອຸປະກອນທີ່ສະໜອງໂດຍບໍລິສັດ ຫົວເຫວີຍ ໃນການສຶກສາໂຄງການນີ້.

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນມີຄວາມມຸ່ງມາດປາຖະໜາເພື່ອສົ່ງເສີມການພັດທະນາລະບົບຖານຂໍ້ມູນທັນສະໄໝຂອງກະຊວງ ໂດຍວຽກງານພັດທະນາລະບົບຖານຂໍ້ມູນສໍາລັບການບໍລິການວຽກງານສື່ມວນຊົນໃນຂອບເຂດທົ່ວປະເທດ ກໍແມ່ນໂຄງການໜຶ່ງທີ່ນອນຢູ່ໃນເປົ້າໝາຍຂອງກະຊວງ ເພື່ອເພີ່ມຄວາມສາມາດການຄຸ້ມຄອງວຽກງານສື່ມວນຊົນ ໃຫ້ມີຄວາມໂປ່ງໃສ ທັນສະໄໝ ວ່ອງໄວ ແລະ ມີຄວາມຍືນຍົງ ເພີ່ມຄວາມສະດວກໃຫຜູ້ປະກອບການໃນລະບົບປະຕູດຽວ ທີ່ສະດວກສະບາຍ ແລະ ເພີ່ມຊ່ອງທາງຂຸດຄົົ້ນການເກັບລາຍຮັບໃໝ່ຂອງຂະແໜງສື່ມວນຊົນ.
