ລາວໂທລະຄົມມະນາຄົມ ຮ່ວມມືທາງທຸລະກິດ ກັບບໍລິສັດຮ່ວມພັດທະນາ ສີທັນດອນ

     ວັນທີ 12 ສິງຫາ 2022 ທີ່ສຳນັກງານໃຫ່ຍບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພີທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືທາງທຸລະກິດ ການໃຫ້ບໍລິການສື່ສານໂທລະຄົມມະນາຄົມ ລະຫວ່າງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳກັດ ເປັນກຽດຮ່ວມລົງນາມໃນເອກະສານສຳຄັນຄັ້ງນີ້ໂດຍທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ຫຼີສຽງ ປະທານບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳກັດ ມີຄະນະຜູ້ບໍລິຫານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

     ລາວໂທລະຄົມ ໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນຈາກບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳກັດ ເຊິ່ງເປັນບໍລິສັດລູກຂອງບໍລິສັດ ລາວມະຫານະທີ ສີທັນດອນ (ຮ່ອງກົງ) ລົງທືນ ຈໍາກັດ ໃນການຮ່ວມມືທາງທຸລະກິດ ການໃຫ້ບໍລິການທາງດ້ານການສື່ສານໂທລະຄົມມະນາຄົມແບບຄົບວົງຈອນ ແລະ ລະບົບ ICT Solutions ໃນເຂດເສດຖະກິດພິເສດມະຫານະທີສີພັນດອນ ແຂວງຈຳປາສັກ ເຊິ່ງມີຈຸດປະສົງເພື່ອເຮັດໃຫ້ການໃຫ້ບໍລິການທາງດ້ານການສື່ສານໂທລະຄົມມະນາຄົມ ແລະ ລະບົບ ICT Solutions ໃນເຂດໂຄງການມະຫານະທີສີພັນດອນ ໃຫ້ມີຄຸນນະພາບ ແລະ ປະສິດທິພາບ ໂດຍທັງສອງຝ່າຍໄດ້ຕົກລົງເປັນຄູ່ຮ່ວມທຸລະກິດຍຸດທະສາດໄລຍະຍາວ ດ້ານການກໍ່ສ້າງໂຄງລ່າງພື້ນຖານໂທລະຄົມມະນາຄົມ (Telecom Infrastructure Network) ການໃຫ້ບໍລິການໂທລະສັບມືຖື (Mobile Broadband Service) ບໍລິການອິເຕີເນັດຄວາມໄວສູງ (Fixed Broadband Service) ບໍລິການລະບົບ ICT Solutions  ແລະ  ການບໍລິການໃຫ້ເຊົ່າໂຄງລ່າງພື້ນຖານໂທລະຄົມມະນາຄົມ  ໃນລາຄາທີ່ເໝາະສົມ ດ້ວຍບໍລິການທີ່ມີຄຸນະພາບສູງ ໃຫ້ແກ່ລູກຄ້າ ແລະ ທຸລະກິດອ້ອມຂ້າງໃນໂຄງການມະຫານະທີ ສີທັນດອນ.

    ໂຄງການມະຫານະທີ ສີພັນດອນ ເປັນເຂດເສດຖະກິດພິເສດ ທີ່ນັບໄດ້ວ່າເປັນເມກາໂປຣເຈັກ (Mega Project) ຂອງ ສປປ ລາວ ອີກໂຄງການໜຶ່ງທີ່ລັດຖະບານ ໄດ້ໃຫ້ອະນຸຍາດແກ່ນັກລົງທຶນເຂົ້າໄປດຳເນີນການພັດທະນາພື້ນທີ່ ແລະ ໄດ້ເລີ່ມດຳເນີນວຽກງານດ້ານການກໍ່ສ້າງ ໄປຕາມແຜນການພັດທະນາຂອງໂຄງການທີ່ວາງອອກ ເຊິ່ງ ລາວໂທລະຄົມ ໄດ້ຮັບຄວາມໄວ້ວາງໃຈຈາກທາງຜູ້ລົງທືນ ໃຫ້ເປັນຄູ່ຮ່ວມທຸລະກິດຫຼັກໃນການໃຫ້ບໍລິການດ້ານການສື່ສານໂທລະຄົມມະນາຄົມ ແບບຄົບວົງຈອນ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!