ມອບ-ຮັບ ໂຄງການກໍ່ສ້າງອາຄານຝຶກແອບ ແລະ ໂຮງສະແດງສິລະປະ

    ພິທີມອບ-ຮັບ ໂຄງການກໍ່ສ້າງອາຄານຝຶກແອບ ແລະ ໂຮງສະແດງສີລະປະ ຂອງກອງສິລະປະກອນແຫ່ງຊາດ ຈັດຂຶ້ນວັນທີ 18 ສິງຫາ 2022 ໂດຍມີທ່ານນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ) ມີຮອງລັດຖະມົນຕີກະຊວງ ຖວທ ທ່ານນາງ ນຸດຕະໄລ ຈັນທະບຸນໄຊ ຮອງອຳນວຍການ ບໍລິສັດ ໄຊພັດທະນາຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າທັງໝົດ 85,45 ຕື້ກີບ.

    ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໃຫ້ຮູ້ວ່າ: ອີງໃສ່ແຜນພັດທະນາວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ 5 ປີ (2021-2025) ກ່ຽວກັບຄາດໝາຍສູ້ຊົນຂອງວຽກງານວັດທະນະທຳຄື ການພັດທະນາພື້ນຖານໂຄງລ່າງ ອຸປະກອນ ແລະ ເຄື່ອງມືຕ່າງໆທີ່ຮັບໃຊ້ເຂົ້າໃນວຽກງານວັດທະນະທຳ ໃນນັ້ນໂຄງການກໍ່ສ້າງອາຄານຝຶກແອບ ແລະ ໂຮງສະແດງຂອງກອງສີລະປະກອນແຫ່ງຊາດ ກໍແມ່ນໂຄງການທີ່ນອນໃນແຜນພັດທະນາວຽກງານວັດທະນະທຳ ທີ່ທາງລັດຖະບານໄດ້ອະນຸມັດ ແລະ ຈັດເຂົ້າແຜນການລົງທຶນຂອງລັດ ທີ່ເປັນທຶນເປົ້າໝາຍສະເພາະຂອງລັດຖະບານ ໂດຍມອບໃຫ້ກະຊວງ ຖວທ ເປັນຜູ້ດຳເນີນການຈັດຕັ້ງປະຕິບັດແຕ່ ປີ 2017 ເປັນຕົ້ນມາ.

     ສຳລັບຈຸດປະສົງການນຳໃຊ້ອາຄານຝຶກແອບ ແລະ ໂຮງສະແດງສິລະປະ ເປັນບ່ອນຝຶກຊ້ອມການສະແດງສິລະປະ ທັງພາຍໃນ ແລະ ຕ່າງປະເທດ ເປັນບ່ອນຝຶກຊ້ອມການສະແດງ ແສງ ສີ ສຽງ ຕ່າງໆ ເປັນບ່ອນອັດສຽງຂອງວຽກງານການສະແດງສິລະປະ ເພງຮ້ອງ ຂັບລໍາຕ່າງໆ ເປັນບ່ອນເຮັດວຽກທາງດ້ານວິຊາສະເພາະການສະແດງສິລະປະຂອງພະນັກງານກ່ຽວຂ້ອງ ສິ່ງສຳຄັນ ແມ່ນແນໃສ່ຫຼຸດຜ່ອນຄວາມແອອັດຂອງພະນັກງານ ເຮັດວຽກໃນຂະແໜງສິລະປະການສະແດງ ໃຫ້ມີການຂັບເຄື່ອນວຽກງານສິລະປະການສະແດງຢ່າງລວມສູນ ແລະ ມີປະສິດທິພາບສູງຂຶ້ນ.

    ໂອກາດນີ້ ທ່ານນາງ ສວນສະຫວັນ ວິຍາເກດ ໄດ້ຮຽກຮ້ອງໃຫ້ພາກສ່ວນຄຸ້ມຄອງນຳໃຊ້ ຕ້ອງໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປົກປັກຮັກສາໃຫ້ອາຄານມີຄວາມສະອາດຈົບງາມຕະຫຼອດ ພ້ອມກັນນໍາໃຊ້ອາຄານດັ່ງກ່າວໃຫ້ເຕັມປະສິດທິພາບ ຕໍ່ການພັດທະນາທາງດ້ານວິຊາການ ການສະແດງສິລະປະ, ການສະແດງແສງ ສີ ສຽງ ແລະ ການສະແດງອື່ນໆ ແລະ ການພັດທະນາບຸຄະລາກອນສະເພາະດ້ານຕາມພາລະບົດບາດ ໃຫ້ນັບມື້ກ້າວໜ້າ ມີຄວາມຫຼາກຫຼາຍ ມີເອກະລັກ ແລະ ທັນສະໄໝຂຶ້ນເລື້ອຍໆ..

# ຂ່າວ ພາບ : ໄຊບັນດິດ

error: Content is protected !!