ກະຊວງ ຜທ ຫວນຄືນມູນເຊື້ອ 6 ວັນສໍາຄັນຂອງຊາດ

    ກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດພິທີປາຖະກະຖາວັນສໍາຄັນຕ່າງໆຂອງພັກ ຂອງຊາດ ແລະ ສາກົນ ວັນທີ 18 ສິງຫາ 2022 ທີ່ກະຊວງ ຜທ ມີທ່ານນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ບັນດາຄະນະປະຈໍາພັກ ຄະນະບໍລິຫານງານພັກ ຄະນະນໍາກະຊວງ ຕະຫຼອດຮອດສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

    ທ່ານນາງ ຄໍາຈັນ ວົງແສນບູນ ກ່າວວ່າ  ການສະເຫຼີມສະຫຼອງວັນສຳຄັນປະຫວັດສາດຂອງພັກ ຂອງຊາດ ແລະ ຂອງສາກົນ ເປັນການໂຄສະນາແນວທາງນະໂຍບາຍຂອງພັກ-ລັດ ຕິດພັນກັບການໂຄສະນາປຸກລະດົມທົ່ວສັງຄົມເຂົ້າຮ່ວມແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ເພື່ອຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງອິດທິກຳລັງປໍລະປັກ ຕີຖອຍບັນດາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຕໍ່ຄວາມສະຫງົບສຸກຂອງປະຊາຊົນ ແລະ ເພື່ອໂຄສະນາປຸກລະດົມຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ໃຫ້ບັນລຸຕາມແຜນການວາງໄວ້.

    ໃນພິທີຄັ້ງນີ້ ໄດ້ຫວນຄືນມູນເຊື້ອວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 31 ປີ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ ວັນຢຶດອໍານາດທົ່ວປະເທດ ສປປ ລາວ (23 ສິງຫາ) ວັນສ້າງຕັ້ງອາຊຽນ ຄົບຮອບ 55 ປີ ແລະ ວັນເກີດທ່ານ ຟີແດຣ ກາສໂຕຣ ຣຸດສ ຄົບຮອບ 96 ປີ ທັງນີ້ກໍເພື່ອເປັນການທົບທວນ ແລະ ຫວນຄືນເຖິງມູນເຊື້ອອັນດີງາມຂອງພັກ ຂອງຊາດ ແລະ ມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງບັນພະບູລຸດທີ່ໄດ້ເສຍສະຫຼະຢ່າງບໍ່ມີຂອບເຂດໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ປັດຈຸບັນ ພວກເຮົາຢູ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ເພື່ອນຳເອົາຄວາມຢູ່ດີກິນດີມາສູ່ປະຊາຊົນລາວບັນດາເຜົ່າ ເຊິ່ງພາຍໃຕ້ການນຳພາອັນປິຊາສາມາດຂອງພັກປະຊາຊົນປະຕິວັດລາວ ຄະນະພັກກະຊວງໄດ້ຖືເອົາການສະເຫຼີມສະ ຫຼອງວັນປະຫວັດສາດສຳຄັນຂອງຊາດ ຂອງພັກ ແລະ ຂອງສາກົນໃນຄັ້ງນີ້ ເປັນໂອກາດແຫ່ງການເພີ່ມທະວີສຶກສາອົບຮົມພະນັກງານ ສະມາຊິກພັກໃຫ້ມີນ້ຳໃຈຮັກຊາດ ຮັກລະບອບໃໝ່ ຮັກລະບອບປະຊາທິປະໄຕປະຊາຊົນ ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ ສ້າງສະຕິເປັນເຈົ້າຕົນເອງ ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຖິງວ່າເຮົາພວມຢູ່ໃນສະພາບຫຍຸ້ງຍາກດ້ານເສດຖະກິດ ບວກກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເຊື້ອພະຍາດຕ່າງໆ ແຕ່ພວກເຮົາຈົ່ງພ້ອມກັນເປັນເຈົ້າການປະກອບສ່ວນເຂົ້າຮ່ວມໃນການປະຕິບັດວຽກງານຂອງກະຊວງ ຜທ ຢ່າງໜັກແໜ້ນ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!