​ລາວ-ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ

    ໃນວັນທີ 17 ສິງຫາ 2022 ເພື່ອ​ສືບ​ຕໍ່ຊຸກຍູ້ຜັນ​ຂະ​ຫຍາຍ ແລະ ຮ່ວ​ມກັນຕີ​ລາ​ຄາ​ຄືນ​ການ​ຈັດ​ຕັ້ງປະຕິບັດແຜນ​ປະ​ຕິ​ບັດ​ງານ​ການ​ຮ່ວມ​ມື​ດ້ານວຽກງານ​ການ​ທູດ​ເສດ​ຖະ​ກິດ 2020-2025 ຂອງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ-ຫວຽດ​ນາມ ແລະ ທັງເປັນການປະກອບສ່ວນໃນການສະເຫຼີມສະຫຼອງ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ​ລາວ-ຫວຽດ​ນາມ.

    ກົມເສດຖະກິດ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຮ່ວມກັບກົມສັງລວມເສດຖະກິດ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນ ພາຍໃຕ້ຫົວຂໍ້ “ການເພີ່ມທະວີການຮ່ວມມືວຽກງານການທູດເສດຖະກິດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ”  ຂຶ້ນທີ່ກະຊວງການຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ກອງປະຊຸມດັ່ງກ່າວ ໃຫ້ກຽດກ່າວເປີດໂດຍທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດແຫ່ງສສ ຫວຽດນາມ ປະຈໍາ ສປປ ລາວ ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ ປະສົບການທາງດ້ານເຕັກນິກວິຊາການ ແລະ ການປະຕິບັດວຽກງານຕົວຈິງໃນການດໍາເນີນວຽກງານການທູດເສດຖະກິດຂອງ ສປປ ລາວ ແລະ ສສ ຫວຽດນາມ ໂດຍສະເພາະແມ່ນການປັບປຸງກົນໄກການປະສານງານ ແລະ ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງາການທູດເສດຖະກິດໃຫ້ມີຄຸນນະພາບໃໝ່ ເພື່ອປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ທັງເປັນການຍົກລະດັບການຮ່ວມມືດ້ານວຽກງານການທູດເສດຖະກິດຂອງສອງປະເທດຂຶ້ນເທື່ອລະກ້າວ.

    ກອງປະຊຸມໄດ້ຮັບຟັງ ແລະ ຮ່ວມກັນຕີລາຄາຕໍ່ກັບບັນຫາສໍາຄັນຕ່າງໆ ເຊັ່ນ: ການເຄື່ອນໄຫວວຽກງານທູດເສດຖະກິດ ແລະ ການປຶກສາຫາລືຖອດຖອນບົດຮຽນກ່ຽວກັບການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານການທູດເສດຖະກິດຮ່ວມກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ແລະ ສສ ຫວຽດນາມ ເປັນຕົ້ນແມ່ນການວາງແຜນ ແລະ ສ້າງຍຸດທະສາດວຽກງານການທູດເສດຖະກິດ ການເຄື່ອນໄຫວວຽກງານການຕ່າງປະເທດຂອງທ້ອງຖິ່ນ ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ການສົ່ງເສີມ ແລະ ປະສົບການໃນການຈັດຕັ້ງວຽກງານການທູດເສດຖະກິດ ລວມທັງແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບສະພາບການພົ້ນເດັ່ນ ແລະ ທ່າອ່ຽງເສດຖະກິດຂອງໂລກໃນປັດຈຸບັນ ນອກຈາກນັ້ນ ຍັງເປັນໂອກາດອັນດີໃຫ້ບັນດາຜູ້ເຂົ້າຮ່ວມຈາກກະຊວງຂະແໜງການຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຮ່ວມມືວຽກງານການທູດເສດຖະກິດ ພ້ອມທັງຖືໂອກາດດັ່ງກ່າວ ແລກປ່ຽນຄໍາຄິດເຫັນ ຂໍ້ມູນຂ່າວສານ ບັນຫາສິ່ງທ້າທາຍ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການປະສານງານ ການເຄື່ອນໄຫວວຽກງານຕົວຈິງໃນໄລຍະຜ່ານມາ ພ້ອມທັງນໍາສະເໜີບັນດາທ່າແຮງບົ່ມຊ້ອນຕ່າງໆຂອງຂະແໜງການຕົນໃຫ້ກອງປະຊຸມຊາບ ເພື່ອຈະໄດ້ນໍາໃຊ້ເປັນບ່ອນອີງໃນການຄົ້ນຄ້ວາ ແລະ ຊ່ວຍກັນຫາຊ່ອງທາງໃນການປັບປຸງແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສົ່ງເສີມດ້ານດີ ເພື່ອໃຫ້ສາມາດໝູນໃຊ້ເຂົ້າໃນວຽກງານການທູດເສດຖະກິດ ເປັນເຄື່ອງມືໃນການຊຸກຍູ້ ກໍຄືການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງ ແລະ ເຊື່ອມຈອດດ້ານການຄ້າ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ລາວ-ຫວຽດນາມ ໃນອະນາຄົດ.

    ພ້ອມດຽວກັນນັ້ນ ໃນຕອນເຊົ້າວັນທີ 18 ສິງຫາ 2022 ຄະນະຜູ້ແທນ ສສ ຫວຽດນາມ ນໍາໂດຍທ່ານ ນາງ ຫງວຽດ ມິງ ຮັ່ງ ຜູ້ຊ່ວຍລັດຖະມົນຕີ ຫົວໜ້າກົມສັງລວມເສດຖະກິດ ກະຊວງການຕ່າງປະເທດ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຄຳນັບທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ.

error: Content is protected !!