ກອງທັບລາວ-ຣັດເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

    ໃນວັນທີ 16 ສິງຫາ 2022 ຜ່ານມາ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບສະຫາຍ ພົນເອກ ເຊຣເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ທີ່ນະຄອນຫຼວງມົດສະກູ ສ ຣັດເຊຍ ເນື່ອງໃນໂອກາດທີ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເດີນທາງເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 10.

    ການພົບປະໃນຄັ້ງນີ ສອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຣັດເຊຍ ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຮັບການສືບຕໍ່ເພີ່ມທະວີຮັດ ແໜ້ນການພົວພັນຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງກອງທັບລາວ-ຣັດ ເຊຍ ໃຫ້ນັບມື້ແໜ້ນແຟ້ນ ຈະເລີນງອກງາມຍິ່ງໆຂຶ້ນ ພ້ອມດຽວກັນນີ້ ສອງລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ຕີລາຄາຄືນເຖິງຜົນສຳເລັດຂອງການຮ່ວມມືທາງດ້ານທະຫານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ.

    ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງລັດຖະບານ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ກໍຄືກອງທັບປະຊາຊົນລາວໃນຫຼາຍດ້ານ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການສ້າງພະນັກງານ-ນັກຮົບຂະແໜງການຕ່າງໆຢູ່ບັນດາໂຮງຮຽນຂອງກະຊວງປ້ອງກັນປະເທດ ສ ຣັດເຊຍ ການຮ່ວມມືວຽກ ງານກວດກູ້ລະເບີດເພື່ອມະນຸດສະທຳ ຢູ່ ສປປ ລາວ ແລະ ດ້ານອື່ນໆ ເຊິ່ງເປັນການປະກອບສ່ວນເຂົ້າໃນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືສ້າງກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມ ແຂງ ແລະ ທັນສະໄໝ ເປັນກ້າວໆ.

error: Content is protected !!