ສານປະຊາຊົນພາກເໜືອ-ຫຼວງພະບາງ ປັບປຸງການຈັດຕັ້ງ

    ວັນທີ 4 ມິຖຸນາ 2020 ຢູ່ຫ້ອງປະຊຸມສານປະຊາຊົນແຂວງຫຼວງພະບາງ ໄດ້ມີພິທີປະກາດແຕ່ງຕັ້ງຮອງປະທານສານປະຊາຊົນພາກເໜືອ ປະທານ-ຮອງປະທານສານປະຊາຊົນແຂວງຫຼວງພະບາງ ໂດຍມີທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ທ່ານ ສິງຕັນ ໄຊລືຊົ່ງ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີປະທານສານພາກ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ເທບພະກອນ ຜາພູ ປະທານສານປະຊາຊົນແຂວງຫຼວງພະບາງ ຜູ້ເກົ່າ ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນງານການເຄື່ອນໄຫວຊີ້ນໍານໍາພາໃນ 5 ປີຜ່ານມາ ຈາກນັ້ນ ຫົວໜ້າກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ເລກທີ 56, 57, 58/ຄປຈ ລົງວັນທີ 15 ພຶດສະພາ 2020 ວ່າດ້ວຍການແຕ່ງຕັ້ງພະນັກງານສານປະຊາຊົ ທ້ອງຖິ່ນ ໂດຍເຫັນດີຕົກລົງແຕ່ງຕັ້ງທ່ານ ເທບພະກອນ ຜາພູ ປະທານສານປະຊາຊົນແຂວງຫຼວງພະບາງ ເປັນຮອງປະທານສານປະຊາຊົນພາກເໜືອ ແຕ່ງຕັ້ງທ່ານ ແສງຈັນ ອິນສີມີໄຊ ປະທານສານປະຊາຊົນເຂດ 2 ແຂວງຫຼວງພະບາງ ເປັນປະທານສານປະຊາຊົນແຂວງຫຼວງພະບາງ ແລະ ແຕ່ງຕັ້ງທ່ານ ວຽງໄຊ ແສງນາລີ ປະທານສານປະຊາຊົນເຂດ 3 ແຂວງຫຼວງພະບາງ ເປັນຮອງປະທານສານປະຊາຊົນແຂວງຫຼວງພະບາງ.

# ຂ່າວ & ພາບ: ວຽງມາ

error: Content is protected !!