ຊາວໜຸ່ມສອງນະຄອນ ສືບຕໍ່ຮັກສາການພົວພັນຮ່ວມມືພົບປະແລກປ່ຽນມູນເຊື້ອທີ່ດີງາມ

      ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ແນໃສ່ເພີ່ມທະວີການຮ່ວມມື ແລະ ຍູ້ແຮງວຽກງານຊາວໜຸ່ມສາກົນ ໄລຍະປີ 2022 ຫາ 2025 ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ຄະນະບໍລິຫານງານຊາວໜຸ່ມຄອມມູນິດໂຮ່ຈິມິງ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ເຊັນບົດບັນທຶກຮ່ວມກັນໃນວັນທີ 9 ສິງຫາ 2022 ທີ່ຜ່ານມາ ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ – ແຂວງນີ່ງບີ່ງ ສສ ຫວຽດນາມ ການເຊັນບົດບັນທຶກໃນຄັ້ງນີ້ ໄດ້ມີຂຶ້ນລະຫວ່າງສະຫາຍ ນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ (ຊປປລ ນວ) ແລະ ສະຫາຍ ນາງ ມິນຈູ ເລຂາຄະນະບໍລິຫານງານຊາວໜຸ່ມຄອມມູນິດໂຮ່ຈິມິງ ນະຄອນຫຼວງຮ່າໂນ້ຍ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງສະຫາຍ ດີ່ງ ຕຽນ ຢຸງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ແລະ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.

     ການເຊັນບົດບັນທຶກໃນຄັ້ງນີ້ ສອງຝ່າຍແມ່ນໄດ້ເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງຄະນະ​ຜູ້​ແທນຊາວ​ໜຸ່ມ 7 ຫາ 10 ສະຫາຍ ເດີນທາງຢ້ຽມຢາມ ພົບປະແລກປ່ຽນຖອດຖອນບົດຮຽນໃນວຽກງານພັດທະນາຊາວໜຸ່ມ-ເຍົາວະຊົນ ແລະ ວຽກງານຂະບວນການຊາວໜຸ່ມ-ເຍົາວະຊົນ ອີງໃສ່ສະພາບຄວາມເປັນຈີງໃນແຕ່ລະປີ ແຕ່ລະຝ່າຍແມ່ນຜັດປ່ຽນກັນມາຢ້ຽມຢາມປີໜຶ່ງຕໍ່ໜຶ່ງຄັ້ງ ແຕ່ລະປີ ຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍຈະສືບຕໍ່ປະສານສົມທົບກັບຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ຈັດຕັ້ງຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ມາເຄື່ອນໄຫວກິດຈະກຳອາສາສະໝັກຢູ່ນະຄອນຫຼວງວຽງຈັນ ແລະ ຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ສືບຕໍ່ຈັດຕັ້ງເປີດຊຸດເຝິກອົບຮົມບໍາລຸງພະນັກງານຜູ້ຮັບຜິດຊອບວຽກງານເຍົາວະຊົນ-ອະນຸຊົນ ໃຫ້ພະນັກງານຜູ້ຮັບຜິດຊອບວຽກງານດັ່ງກ່າວຂອງຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ຈຳນວນ 20 ສະຫາຍ ຄຽງຄູ່ກັນນັ້ນຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ສືບຕໍ່ເລີ່ມເປີດຊຸດເຝິກອົບຮົມເຕັກນິກຜູ້ນໍາພາວຽກງານຊາວໜຸ່ມໃຫ້ແກ່ຖັນແຖວພະນັັກງານນໍາພາຊາວໜຸ່ມຂອງຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ຈຳນວນ 20 ສະຫາຍ ສອງ​ຝ່າຍ​​ສືບ​ຕໍ່​ສ້າງ​ເງື່ອນ​ໄຂເພື່ອໃຫ້ບັນດາສະມາຄົມ ຫົວໜ່ວຍທຸລະກິດ ສະມາຄົມ ນັກທຸລະກິດໜຸ່ມທີ່ຂຶ້ນກັບສອງນະຄອນຫຼວງໃຫ້ມີການພົວພັນ​ເສດຖະກິດ ເຊື່ອມໂຍງ ລົງທຶນ ຮ່ວມມືກັນພັດທະນາໃນທຸກຂົງເຂດພາຍໃຕ້ກົດເກນຕ່າງຝ່າຍ​ຕ່າງໄດ້​ຮັບ​ຜົນປະ​ໂຫຍ​ດ ຕາມຂໍ້ກຳນົດ​ກົດໝາຍທັງສອງປະເທດວາງ​ອອກ ສອງ​ຝ່າຍເພີ່ມທະວີໃສ່ບັນດາການເຄື່ອນໄຫວກິດຈະກຳທັງສະໜັບສະໜູນ ຊ່ວຍເຫຼືອ ແລະ ຄຽງບ່າຄຽງໄຫຼ່ກັບຊາວໜຸ່ມ-ໄວໜຸ່ມນັກສຶກສາລາວທີ່ກຳລັງສຶກສາຮໍ່າຮຽນ ດຳລົງຊີວິດຢູ່ ສສ ຫວຽດນາມ ແລະ ຊາວໜຸ່ມ-ໄວໜຸ່ມ ນັກສຶກສາຫວຽດນາມທີ່ກຳລັງສຶກສາຮໍ່າຮຽນ ດຳລົງຊີວິດຢູ່ ສປປ ລາວ ບັນດາ​ເນື້ອ​ໃນ​ອື່ນໆທີ່​ມີຄວາມຈຳເປັນ ແມ່ນຈະ​ໄດ້​ນຳ​ສະເໜີລາຍ​ງານ​ຕໍ່​ການ​ນຳທັງສອງ​ນະຄອນ​ຫຼວງ ສອງຝ່າຍຈະ​ສືບ​ຕໍ່ແລກປ່ຽນຮ່ວມ​ກັນຈັດຕັ້ງປະຕິບັດ ຫ້າວຫັນຍູ້ແຮງນໍ້າໃຈສາມັກຄີ​ມິດຕະພາບ ​ແລະ  ການຮ່ວມ​ມື​ຮອບດ້ານລະຫວ່າງ​ການຈັດ​ຕັ້ງຊາວໜຸ່ມນະຄອນຫຼວງສອງປະເທດ ລາວ-ຫວຽດນາມ.

        ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ  ແລະ ຄະນະບໍລິຫານງານຊາວໜຸ່ມຄອມມູນິດໂຮ່ຈິມິງ ນະຄອນຫຼວງຮ່າໂນ້ຍ ໄດ້ລົງນາມຮ່ວມມືມິດຕະພາບຢ່າງເປັນທາງການຮ່ວມກັນມາແຕ່ປີ 1997 ມາຮອດປັດຈຸບັນ ຄົບຮອບ 25 ປີ ສອງຝ່າຍໄດ້ຈັດຕັ້ງປະຕິບັດລົງນາມການຮ່ວມມືມາແລ້ວ 5 ໄລຍະ ແນໃສ່ສືບຕໍ່ຮັກສາການພົວພັນຮ່ວມມືພົບປະແລກປ່ຽນມູນເຊື້ອທີ່ດີງາມລະຫວ່າງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ  ແລະ ຄະນະບໍລິຫານງານຊາວໜຸ່ມຄອມມູນິດໂຮ່ຈິມິງ ນະຄອນຫຼວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!