ສສກ ສໍາມະນາກ່ອນການເປີດສົກຮຽນໃໝ່ທົ່ວປະເທດ

     ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມສໍາມະນາກ່ອນການເປີດສົກຮຽນໃໝ່ 2022-2023 ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມກະຊວງ ສສກ (ຕຶກ ICT) ເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີບັນດາຫົວໜ້າກົມ ສະຖາບັນ ສະມາຄົມການສຶກສາພາກເອກະຊົນ ພະແນກສຶກສາທິການ ແລະ ກີລາ ແຂວງ/ນະຄອນຫຼວງ ຫ້ອງການສຶກສາທິການ ແລະ ກີລາເມືອງ/ນະຄອນທົ່ວປະເທດເຂົ້າຮ່ວມທັງເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.

    ໃນກອງປະຊຸມ ບັນດາຜູ້ແທນໄດ້ຮັບຟັງການລາຍງານການປະຕິບັດຄາດໝາຍຂອງຂະແໜງການສຶກສາ ແລະ ກີລາ ທີ່ສະພາແຫ່ງຊາດຮັບຮອງ ຜ່ານມະຕິເລກທີ 60/ສພຊ ຂອງສະພາແຫ່ງຊາດ ແນະນໍາການກະກຽມເພື່ອເປີດສົກຮຽນ 2022-2023 ໂດຍສະເພາະ ເປັນເຈົ້າການສ້າງແຜນປະຕິບັດງານການໃນຂະແໜງການສຶກສາ ການຈັດການຮຽນການສອນ ຫຼັກສູດ ປຶ້ມແບບຮຽນ ແລະ  ຄູ່ມືຄູສໍາລັບສາມັນສຶກສາ  ເພື່ອໃຫ້ບັນລຸຄາດໝາຍຕົວຊີ້ບອກທີ່ກຳນົດໄວ້ ແລະ ມາດຕະການຕ່າງໆກ່ຽວກັບການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງບັນດາກົມ ໃນນັ້ນ ປະກອບມີກົມການສຶກສາກ່ອນໄວຮຽນ ກົມສາມັນສຶກສາ ກົມສ້າງຄູ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແມ່ນໄດ້ແນະນໍາກ່ຽວກັບການກະກຽມກ່ຽວກັບການເປີດສົກຮຽນ 2022-2023.

     ສ່ວນກົມຈັດຕັ້ງ ແລະ ພະນັກງານ ແມ່ນໄດ້ລາຍງານກ່ຽວກັບການສັບຊ້ອນ ແລະ ຈັດສັນຄູ ການປະຕິບັດໜ້າທີ່ ແລະ ຈັນຍາບັນຂອງຄູ ການປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງຄູ ແລະ ຜູ້ອຳນວຍການໂຮງຮຽນ ໃນນັ້ນ ການສັບຊ້ອນ ແລະ ຈັດສັນຄູ ຂະແໜງການສຶກສາ ແລະ ກີລາ ມີລັດຖະກອນທັງໝົດ ຈຳນວນ 83.485 ຄົນ ຍິງ 43.771 ຄົນ ໃນນີ້ ລັດຖະກອນຄູ ຈຳນວນ 74.041 ຄົນ ຍິງ 40.081 ຄົນ ແລະ ບໍລິຫານຈຳນວນ 9.444 ຄົນ ຍິງ 3.690 ຄົນ ໃນນັ້ນ ຂັ້ນສູນກາງຄຸ້ມຄອງ ຈຳນວນ 6.966 ຄົນ ຍິງ 3.087 ຄົນ ຂັ້ນແຂວງຄຸ້ມຄອງ 6.171 ຄົນ ຍິງ 3.079 ຄົນ ແລະ ຂັ້ນເມືອງຄຸ້ມຄອງ 70.348 ຄົນ ຍິງ 37.605 ຄົນ.

    ສໍາລັບກົມການເງິນ ແມ່ນໄດ້ແນະນໍາຂັ້ນຕອນຂະບວນການໂອນເງິນ ການນໍາໃຊ້ ແລະ ການສະຫຼຸບໃຫ້ບັນດາແຂວງ/ນະຄອນຫຼວງ-ເມືອງ/ນະຄອນ ເພື່ອບໍາລຸງຄູ ບໍາລຸງນັກຮຽນ ກະກຽມຄວາມພ້ອມສະຖານການສຶກສາ-ສິ່ງອໍານວຍຄວາມສະດວກ ແລະ ປຸກລະດົມຊຸມຊົນໃຫ້ສົ່ງລູກຫຼານເຂົ້າຮຽນ.

    ນອກຈາກນັ້ນ ໃນກອງປະຊຸມຍັງໄດ້ມີການປະກອບຄໍາເຫັນຂອງບັນດາແຂວງ/ນະຄອນຫຼວງ ເມືອງ/ນະຄອນ ແລະ ກົມວິຊາການ ເພື່ອເຮັດໃຫ້ກອງປະຊຸມເປັນເອກະພາບກັນທາງດ້ານເນື້ອໃນ ເພື່ອເປັນການກຽມຄວາມພ້ອມໃນການເປີດສົກຮຽນ 2022-2023.

# ຂ່າວ – ພາບ :  ບຸນມີ

error: Content is protected !!