ຍົກລະດັບການຄົ້ນຄວ້າ ວິເຄາະ ວິໄຈເນື້ອໃນຂອງຮ່າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ

    ລະຫວ່າງວັນທີ 16-17 ສິງຫາ 2022 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ຈັດກອງປະຊຸມສຳມະນາຍົກລະດັບກ່ຽວກັບການຄົ້ນຄວ້າ ວິເຄາະເນື້ອໃນຂອງຮ່າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເປັນປະທານຂອງທ່ານ ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ ມີທ່ານ ດາວອນ ຫວ່າງວິຈິດ ຄະນະທີ່ປຶກສາດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ ຫົວໜ້າກົມ ຮອງຫົວໜ້າກົມ ເລຂາທິການ ແລະ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສະພາປະຊາຊົນຂັ້ນແຂວງພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ເພື່ອເປັນການປັບປຸງການປະຕິບັດວຽກງານການເປັນເສນາທິການໃນວຽກງານສ້າງ ແລະ ປັບປຸງກົດໝາຍໃຫ້ກໍາມາທິການກົດໝາຍ ກໍຄືຄະນະປະຈໍາສະພາແຫ່ງຊາດໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃນກຳມາທິການກົດໝາຍ ແລະ ບັນດາກົມພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃຫ້ເປັນລະບົບ ພ້ອມດຽວກັນນັ້ນ ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບການຄົ້ນຄວ້າຮ່າງກົດໝາຍ ສະເໜີບົດສະຫຼຸບຖອດຖອນບົດຮຽນກ່ຽວກັບການສົ່ງຮ່າງກົດໝາຍໃຫ້ສະພາປະຊາຊົນຂັ້ນແຂວງ ຈັດຕັ້ງການທາບທາມຄຳເຫັນ ສະເໜີເຕັກນິກການທາບທາມຮ່າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງຕ່າງປະເທດ ສະເໜີກ່ຽວກັບເຕັກນິກການສ້າງ ແລະ ປັບປຸງກົດໝາຍຂອງຕ່າງປະເທດ ຈາກຊ່ຽວຊານຕ່າງປະເທດ (ແບບທາງໄກ) ແລະ ສະເໜີກ່ຽວກັບການກຳນົດນະໂຍບາຍໃນການສ້າງກົດໝາຍ ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ.

    ໃນໂອກາດນີ້ ທ່ານ ພູທອນ ວໍລະເພັດ ໄດ້ມີຄຳເຫັນວ່າ: ເພື່ອຮັບປະກັນການປະຕິບັດໜ້າທີ່ເປັນເສນາທິການທາງດ້ານວຽກງານສ້າງ ແລະ ປັບປຸງກົດໝາຍໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໄດ້ດຳເນີນໄປຢ່າງມີຄຸນນະພາບ ມີຄວາມຊຳນານສະເພາະດ້ານ ແລະ ຄວາມສາມາດເປັນມືອາຊີບ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຍົກລະດັບຄວາມຮູ້ໃຫ້ພະນັກງານ-ລັດຖະກອນ ເພື່ອໃຫ້ມີຄວາມຮູ້ ປັບປຸງກົດໝາຍ ກຳໄດ້ວຽກງານການສ້າງ ແລະ ວຽກງານອື່ນທີ່ປິ່ນອ້ອມ ສ້າງພະນັກງານໃຫ້ມີປະສົບການ ແລກປ່ຽນຄຳຄິດຄຳເຫັນຕໍ່ເນື້ອໃນທີ່ກອງປະຊຸມໄດ້ຍົກຂຶ້ນມາ ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກມູນນິທິເວສມິນສະເຕີເພື່ອປະຊາທິປະໄຕ (WFD) ແລະ ງົບປະມານສົມທົບຈາກຄະນະເລຂາທິການສະພາແຫ່ງຊາດ.

 # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!