ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນປິ່ງປ່ອງຊີງແຊັມເຍົາວະຊົນອາຊີ ຕົ້ນເດືອນກັນຍາ

    ການຖະແຫຼງຂ່າວ ການຈັດການແຂ່ງຂັນກີລາປິ່ງປ່ອງ ຊີງແຊັມເຍົາວະຊົນອາຊີ ຄັ້ງທີ 26 ເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 16 ສິງຫາ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ປະທານຄະນະກໍາມະການຈັດການແຂ່ງຂັນລາຍການດັ່ງກ່າວ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

    ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ກ່າວວ່າ:ສຳລັບການແຂ່ງຂັນຄັ້ງນີ້ ຈະມີນັກກີລາ 200 ກວ່າຄົນ ຈາກ 20 ປະເທດເຂົ້າຮ່ວມຊີງໄຊທັງໝົດ 11 ລາຍການເຊັ່ນ: ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ: ປະເພດຍິງດ່ຽວ-ຊາຍດ່ຽວ ທີມຍິງ ທີມຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ (U19) 6 ລາຍການ: ປະເພດຍິງດ່ຽວ-ຊາຍດ່ຽວ ຄູ່ຍິງ ຄູ່ຊາຍ ຄູ່ປະສົມ ທີມຍິງ ແລະ ທີມຊາຍ ຈະແຂ່ງຂັນໃນລະຫວ່າງວັນທີ 1-6 ກັນຍາ 2022 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ.

    ການແຂ່ງຂັນລາຍການນີ້ ເປັນລາຍການໃຫຍ່ອັນດັບຕົ້ນໆລະດັບທະວີບອາຊີ ນັກກີລາທີ່ເຂົ້າມາຮ່ວມແຂ່ງຂັນໄດ້ ຕ້ອງຜ່ານການແຂ່ງຂັນຄັດເລືອກມາກ່ອນ ແຕ່ສະເພາະນັກກີລາລາວ ແມ່ນໄດ້ສິດທິພິເສດໃນນາມເຈົ້າພາບ ສາມາດສົ່ງແຂ່ງຂັນຄົບທຸກລາຍການໂດຍບໍ່ຕ້ອງແຂ່ງຮອບຄັດເລືອກ ເຊິ່ງຄັ້ງນີ້ ນັກກີລາລາວ ຂາດພຽງປະເພດຍິງດ່ຽວ U19 ສ່ວນອີກ 10 ລາຍການ ສົ່ງເຂົ້າຮ່ວມທັງໝົດ ປັດຈຸບັນມີຄວາມພ້ອມເກືອບເຕັມຮ້ອຍ ພາຍຫລັງທຳການເກັບຕົວເຝິກປະມານສອງເດືອນ ແລະ ໃນສອງອາທິດກ່ອນການແຂ່ງຂັນ ໄດ້ຄູເຝິກຊາວຫວຽດນາມມາຊ່ວຍແນະນຳ ເຝິກສອນເຕັກນິກ ວິທີການຕ່າງໆ ກ່ອນການແຂ່ງຂັນຕົວຈິງ.

    ໂອກາດດັ່ງກ່າວ ທ່ານ ພຸດ ສິມມາລາວົງ ໄດ້ໃຫ້ທິດຊີ້ນຳຕໍ່ການເປັນເຈົ້າພາບຈັດການແຂ່ງຂັນປິ່ງປ່ອງຊີງແຊັມເຍົາວະຊົນອາຊີຄັ້ງນີ້ ໃຫ້ຖືເອົາກີລາປ່ອງປ່ອງເປັນການທູດໃນການເຊື່ອມສຳພັນມິດຕະພາບກັບເຈົ້າໜ້າທີ່ ແລະ ບັນດາປະເທດທີ່ເຂົ້າມາຮ່ວມແຂ່ງຂັນ ຮ່ວມກັນເປັນເຈົ້າພາບທີ່ດີ ດ້ວຍນໍ້າໃຈໄມຕີຈິດມິດຕະພາບ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ ຮັກສາໄດ້ຄວາມສະຫງົບ ປອດໄພ ມີລະບຽບວິໄນໃນການປ້ອງກັນພະຍາດໂຄວິດ-19 ສ່ວນນັກກິລາປິ່ງປ່ອງເຍົາວະຊົນລາວ ກໍໃຫ້ຕັ້ງໃຈໃນການເຝິກຊ້ອມ ເຝິກຝົນພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຍາດແຍ່ງຜົນງານທີ່ດີໃນການແຂ່ງຂັນຄັ້ງນີ້.

    ການແຂ່ງຂັນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກສະຫະພັນປິ່ງປ່ອງອາຊີ ແລະ ບໍລິສັດຫ້າງຮ້ານຕ່າງໆ ທັງເປັນເງິນສົດ ແລະ ອຸປະກອນ ລວມ 2 ຕື້ກວ່າກີບ ເປັນຕົ້ນ ບໍລິສັດ ຍີນເຫີ ຈາກ ສປ ຈີນ ມູນຄ່າ 110.000 ກວ່າໂດລາສະຫະລັດ ໂຮງແຮມແລນມາກ 1,88 ຕື້ກີບ ສູນການຄ້າໄອເຕັກມໍ 1,35 ຕື້ກີບ ແລະ ບໍລິສັດອື່ນໆ.

# ຂ່າວ ພາບ : ສີພອນ

error: Content is protected !!