ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ເປັນຕົວແບບການຮ່ວມມືລະດັບທ້ອງຖິ່ນລະຫວ່າງລາວ-ຫວຽດນາມ

    ໃນເມື່ອບໍ່ດົນມານີ້ ສະຫາຍ ອານຸພາບ ຕຸນາລົມ  ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ເຂົ້າຢ້ຽມຄຳນັບ ສະຫາຍ ເວືອງ ດີງ ເຫະ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສສ ຫວຽດນາມໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ ແລະ ແຂວງນີ່ງບີ່ງ ສສ ຫວຽດນາມ ລະຫວ່າງວັນທີ 9 – 14 ສິງຫາ 2022.

    ສະຫາຍ ເວືອງ ດີງ ເຫະ ໄດ້ກ່າວຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງສະຫາຍ ອານຸພາບ ຕຸນາລົມ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນໃນຄັ້ງນີ້ ເຊິ່ງເປັນໄລຍະທີ່ທັງສອງປະເທດຫວຽດນາມ-ລາວ ແລະ ລາວ-ຫວຽດນາມ ພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ-ລາວ ແລະ ຖືເປັນຂີດໝາຍອັນສຳຄັນ ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ສະແດງໃຫ້ເຫັນຢ່າງຊັດເຈນ ເຖິງຄວາມສຳພັນພິເສດລະຫວ່າງສອງຝ່າຍ ກໍຄືທັງສອງປະເທດ ຫວຽດນາມ – ລາວ ພ້ອມທັງສະແດງຄວາມຊົມເຊີຍຕໍ່ການນຳຂອງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ທີ່ໄດ້ພ້ອມກັນຈັດກອງປະຊຸມພົບປະສອງຝ່າຍ ແລະ ຈັດກອງປະຊຸມສຳມະນາສົ່ງເສີມການລົງທຶນ ການຄ້າ ການທ່ອງທ່ຽວ ແລະ ແລກປ່ຽນການເຝິກອົບຮົມ ການສອນພາສາຫວຽດນາມ ແລະ ລາວ ສຳລັບເຈົ້າໜ້າທີ່ຂອງທັງສອງຝ່າຍ ເຊິ່ງການຈັດກິດຈະກຳດັ່ງກ່າວ ແມ່ນມີຄວາມສຳຄັນຢ່າງຍິ່ງ ແລະ ໃນຄະນະດຽວກັນ ກໍຫວັງວ່າຄວາມສຳພັນ ແລະ ການຮ່ວມມືຂອງທັງສອງນະຄອນຫຼວງ ຈະເປັນແບບຢ່າງສຳລັບທ້ອງຖິ່ນຂອງສອງປະເທດ ພ້ອມນັ້ນ ກໍໄດ້ກ່າວຂອບໃຈຕໍ່ການນຳຂັ້ນສູງນະຄອນຫຼວງວຽງຈັນ ທີ່ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ນັກທຸລະກິດຫວຽດນາມ ໄດ້ຮ່ວມມື ແລະ ດຳເນີນທຸລະກິດຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ສະເໜີໃຫ້ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ນັກທຸລະກິດ ໃຫ້ສາມາດດຳເນີນທຸລະກິດ ກໍຄືດຳເນີນໂຄງການຮ່ວມມືເພື່ອສົ່ງເສີມການພັດທະນາເສດຖະກິດຂອງທັງສອງນະຄອນ.

     ໃນໂອກາດນີ້ ສະຫາຍ ອານຸພາບ ຕຸນາລົມ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຕໍ່ສະຫາຍ ເວືອງ ດີງ ເຫະ ແລະ ຢືນຢັນວ່າການເດີນທາງມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນໃນຄັ້ງນີ້ ມີຈຸດປະສົງເພື່ອຮັດແໜ້ນການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືພິເສດ ລະຫວ່າງ ລາວ-ຫວຽດນາມ ພ້ອມທັງໄດ້ກ່່າວຕື່ມວ່າ ຕະຫຼອດໄລຍະເວລາທີ່ຜ່ານມາ ໄດ້ເອົາໃຈໃສ່ສ້າງຄວາມສຳພັນຢ່າງໃກ້ຊິດ ລະຫວ່າງການນຳຂັ້ນສູງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ຍັງໄດ້ສົ່ງເສີມການພົວພັນຮ່ວມມືລະດັບເມືອງ ພະແນກການ ກໍຄືລະດັບທ້ອງຖິ່ນທັງສອງຝ່າຍ ນອກນີ້ ນະຄອນຫຼວງວຽງຈັນຍັງມີການພົວພັນຮ່ວມມືກັບນະຄອນໂຮ່ຈີມິງ ແລະ ນະຄອນອື່ນໆ ແລະ ການມາຢ້ຽມຢາມໃນຄັ້ງນີ້ ສະພາປະຊາຊົນທັງສອງນະຄອນ ໄດ້ພົບປະແລກປ່ຽນປະສົບການໃນການປັບປຸງປະສິດທິພາບ ແລະ ປະສິດທິຜົນຂອງອົງການທີ່ມາຈາກການເລືອກຕັ້ງ ນອກຈາກນີ້ ສອງນະຄອນຫຼວງ ຍັງໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ການຄ້າ ແລະ ການທ່ອງທ່ຽວສຳລັບພາກທຸລະກິດທັງສອງຝ່າຍເປັນຄັ້ງທຳອິດ ເພື່ອແລກປ່ຽນ ແລະ ສະແຫວງຫາໂອກາດການຮ່ວມມື ແລະ ຫວັງວ່າການພົວພັນຮ່ວມມືຂອງທັງສອງສະພາປະຊາຊົນ ຈະໄດ້ຮັບການສົ່ງເສີມຕໍ່ໄປ.

        # ຂ່າວ – ພາບ : ເພັດສະໝອນ

error: Content is protected !!