ແນະນໍາກ່ຽວກັບວຽກງານອາກອນມູນຄ່າເພີ່ມໃຫ້ຫົວໜ່ວຍທຸລະກິດ

    ວັນທີ 16 ສິງຫາ 2022 ກົມສ່ວຍສາອາກອນ ກະຊວງການເງິນ ຈັດການເຜີຍແຜ່-ແນະນໍາກ່ຽວກັບວຽກງານອາກອນມູນຄ່າເພີ່ມ ທີ່ກົມດັ່ງກ່າວ ໂດຍການເຜີຍແຜ່ຂອງທ່ານ ບຸນຈັນ ວໍລະລາດ ຫົວໜ້າພະແນກຄຸ້ມຄອງອາກອນມູນຄ່າເພີ່ມ ກົມສ່ວຍສາອາກອນ ກະຊວງການເງິນ ມີຫົວໜ່ວຍທຸລະກິດທີ່ຂຶ້ນກັບກົມສ່ວຍສາອາກອນເຂົ້າຮ່ວມ.

    ການຈັດການເຜີຍແຜ່ຄັ້ງນີ້ ເປັນການຜັນຂະຫຍາຍຄໍາສັ່ງເລກທີ 18/ນຍ ມະຕິກອງປະຊຸມສ່ວຍສາອາກອນທົ່ວປະເທດ ແນໃສ່ສ້າງຄວາມຮັບຮູ້ ເຂົ້າໃຈເປັນເອກະພາບກັນກ່ຽວກັບສິດ ແລະ ໜ້າທີ່ຂອງຫົວໜ່ວຍທຸລະກິດຂຶ້ນກັບກົມສ່ວຍສາອາກອນທີ່ບໍ່ຍື່ນໃບແຈ້ງໃນແຕ່ລະເດືອນຜ່ານມາ ເຊິ່ງທ່ານ ບຸນຈັນ ວໍລະລາດ ໄດ້ຍົກໃຫ້ເຫັນບັນກົດໝາຍທີ່ກ່ຽວຂ້ອງກັບວຽກງານອາກອນມູນຄ່າເພີ່ມ ປະກອບມີ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບປັບປຸງ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ ກົດໝາຍວ່າດ້ວຍອາກອນຊົມໃຊ້ ກົດໝາຍວ່າດ້ວຍອາກອນລາຍໄດ້ ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍການບັນຊີ ສະບັບປັບປຸງ ພ້ອມນັ້ນ ຍັງຍົກໃຫ້ເຫັນສິດ ແລະ ໜ້າທີ່ຂອງຜູ້ມອບອາກອນມູນຄ່າເພີ່ມ ອາກອນປະເພດຕ່າງໆທີ່ຜູ້ມອບອາກອນມູນຄ່າເພີ່ມມີໜ້າທີ່ຄິດໄລ່ເກັບ ອາກອນຊົມໃຊ້ ອາກອນກໍາໄລ ອາກອນລາຍໄດ້ຈາກເງິນເດືອນ ແລະ ອາກອນລາຍໄດ້ຈາກຜົນກໍາໄລ.

error: Content is protected !!