ເຈົ້າແຂວງໄຊຍະບູລີ ລົງຕິດຕາມສະພາບໄພນໍ້າຖ້ວມຢູ່ເມືອງຊຽງຮ່ອນ

    ໃນວັນທີ 14 ສິງຫາ 2022 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ລົງຕິດຕາມສະພາບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງຊຽງຮ່ອນ ໃນຄັ້ງວັນທີ 11-12 ສິງຫາ 2022 ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ພ້ອມດ້ວຍຄະນະນໍາຂັ້ນເມືອງ ໃນການລົງຕິດຕາມສະພາບນໍ້າຖ້ວມຄັ້ງນີ້ ເຈົ້າເມືອງໆຊຽງຮ່ອນ ໄດ້ລາຍງານສະພາບການທີ່ເກີດຂື້ນ ອຸທົກກະໄພໃນຄັ້ງນີ້ ໄດ້ສ້າງຄວາມເສຍຫາຍໃຫ້ປະຊາຊົນຈໍານວນ 244 ຄອບຄົວ ເຮືອນເສຍຫາຍ 4 ຫຼັງ ຖືກນໍ້າພັດໄຫຼສູນຫາຍ 1 ຫຼັງ ໂຮງຮຽນ 1 ຫຼັງ ເນື້ອທີ່ທໍາການຜະລິດເສຍຫາຍ 600 ກວ່າເຮັກຕາ ເນື້ອທີ່ສວນຢາງພາລາ 2,5 ເຮັກຕາ ມີສັດລ້ຽງຕາຍ ປະເພດງົວ 21 ໂຕ ໄກ່ ແລະ ເປັດ 790 ໂຕ ລົດໄຖນາ 2 ຄັນ ລົດຈັກ 13 ຄັນ ໜອງປາ 43 ໜອງ ເຂົ້າເປືອກເສຍຫາຍ 789 ເປົາ ເຂົ້າສານເສຍຫາຍ 231 ເປົາ ຊົນລະປະທານຫຼາຍແຫ່ງໄດ້ຮັບຜົນເສຍຫາຍ ດິນເຈື່ອນທັບຖົມທາງ ນໍ້າເຊາະເສັ້ນທາງ ເສັ້ນທາງລະຫວ່າງເມືອງຊຽງຮ່ອນ-ເມືອງເງິນຖືກຕັດຂາດ ໄພພິບັດຄັ້ງດັ່ງກ່າວ ຍັງເຮັດໃຫ້ຊັບສິນ ເຄື່ອງໃຊ້ໃນຄົວເຮືອນຂອງປະຊາຊົນເສຍຫາຍເປັນຈຳນວນຫຼວງຫຼາຍ.

     ໃນການລົງຕິດຕາມສະພາບນໍ້າຖ້ວມໃນຄັ້ງນີ້ ທ່ານ ພົງສະຫວັນ ສິດທະວົງ ຍັງໄດ້ມອບເງິນຈໍານວນ 100 ລ້ານກີບໃຫ້ການນໍາຂອງເມືອງເພື່ອນໍາໄປຟື້ນຟູບູລະນະພື້ນຖານໂຄງລ່າງຕ່າງໆທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທໍາມະຊາດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ອົງການປົກຄອງເມືອງຈົ່ງເອົາໃຈໃສ່ຟື້ນຟູຈິດໃຈຜູ້ທີ່ໄດ້ຮັບຜົນກະທົບ ແລະ ຟື້ນຟູອາຄານສະຖານທີ່ຕ່າງໆໃຫ້ຜູ້ປະສົບໄພໃຫ້ກັບມາໃຊ້ຊີວິດເປັນປົກກະຕິ.

    ໂອກາດດຽວກັນ ທ່ານເຈົ້າເມືອງຊຽງຮ່ອນ ໄດ້ສະແດງຄວາມຂອບໃຈຕໍ່ການນຳແຂວງ ທີ່ໄດ້ນຳເອົາວັດຖຸປັັດໄຈມາຊ່ວຍເຫຼືອໃນຄັ້ງນີ້ ແລະ ທ່ານໃຫ້ສັນຍາວ່າຈະນຳໃຊ້ເງິນດັ່ງກ່າວເຂົ້າໃນການຟື້ນຟູລະບົບພື້ນຖານໂຄ່ງລ່າງທີ່ໄດ້ຮັບຜົນກະທົບໃຫ້ທ່ວງທັນກັບສະພາບການ ໃນໂອກາດດັ່ງກ່າວ ທ່ານ ເຈົ້າແຂວງ ພ້ອມດ້ວຍການນຳຂັ້ນເມືອງ ຍັງໄດ້ລົງຕິດຕາມສະພາບຜົນກະທົບຈາກອຸທົກກະໄພນໍ້າຖ້ວມຢູ່ບ້ານ ປົ່ງ ບ້ານນາອອນ ແລະ ບ້ານທາດ ອີກດ້ວຍ.

error: Content is protected !!