ລັດຖະມົນຕີກະຊວງພາຍໃນ ເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ

    ວັນທີ 15 ສິງຫາ 2022 ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວ ແລະ ຊຸກຍູ້ວຽກງານຂະແໜງພາຍໃນຢູ່ແຂວງວຽງຈັນ ໃນໂອກາດນີ້ ໄດ້ເຂົ້າຢ້ຽມຄຳນັບທ່ານ ທອງສະຫວັນ ວົງສໍາພັນ ຮອງເລຂາພັກແຂວງວຽງຈັນ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ວຽກງານຂົງເຂດຂະແໜງພາຍໃນແຂວງ ເພື່ອແຈ້ງຈຸດປະສົງໃນການມາເຄື່ອນໄຫວວຽກງານ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະແໜງພາຍໃນ ໄລຍະຜ່ານມາ.

    ໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ລາຍງານໂດຍຫຍໍ້ ວຽກງານຈຸດສຸມຂອງຂະແໜງພາຍໃນ ໃຫ້ການນໍາແຂວງວຽງຈັນໄດ້ຮັບຊາບວ່າ ອີງຕາມການມອບໝາຍຂອງລັດຖະບານ ຂະແໜງພາຍໃນ ພວມສຸມໃສ່ການຈັດຕັ້ງປະຕິບັດວຽກງານບຸລິມະສິດຈຸດສຸມສໍາຄັນຈໍານວນ ໜຶ່ງ ໃນໄລຍະ 5 ປີ (2021-2025)

    ການມາເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ວຽກງານຂະແໜງພາຍໃນຢູ່ແຂວງວຽງຈັນຄັ້ງນີ້ ທ່ານ ປອ ທອງຈັນ ມະນີໄຊ ໄດ້ຮ່ວມເຮັດວຽກກັບພະແນກພາຍໃນແຂວງວຽງຈັນ ໂດຍໄດ້ຮັບຟັງການລາຍງານການຈັດຕັັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງພະແນກພາຍໃນແຂວງວຽງຈັນ ຈາກທ່ານ ພູຄໍາ ສຸດທິຈັກ ຫົວໜ້າພະແນກພາຍໃນແຂວງວຽງຈັນ ໂດຍໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນຫຼາຍດ້ານ ໄລຍະຜ່ານມາ ໄດ້ຄົ້ນຄວ້ານໍາສະເໜີຂັ້ນເທິງປັບປຸງກົງຈັກຂອງຫ້ອງການອານຸສາວະລີ ທ່ານ ໄກສອນ ພົມວິຫານ ແລະ ຍຸບເລິກອົງການພັດທະນາ ແລະ ບໍລິຫານຕົວເມືອງວັງວຽງ (ອພບຕ) ລົງຊຸກຍູ້ການກໍານົດພາລະບົດບາດ ກົງຈັກການຈັດຕັ້ງ ແລະ ຂຽນຕຳແໜ່ງງານ ຈໍານວນ 6 ພາກສ່ວນ ແລະ ຄົ້ນຄວ້າການສະເໜີສ້າງຕັ້ງສະມາຄົມ 1 ສະມາຄົມ ຄົ້ນຄວ້າສະເໜີຂໍໃບຍ້ອງຍໍຜົນງານປະຈຳປີ 2021 ໃຫ້ 28 ພາກສ່ວນ ແລະ ໄດ້ມອບໃບຍ້ອງຍໍ 2.802 ໃບ ຂັ້ນເມືອງ 1.428 ໃບ ແລະ ມອບໃບຍ້ອງຍໍລັດຖະບານ 5 ໃບ ຊຸກຍູ້ການປະເມີນການປະຕິບັດງານປະຈຳປີ 2021  ໄດ້ທັງໝົດ 25 ພາກສວ່ນ ແລະ ປະເມີນເຈົ້າເມືອງ-ຮອງເຈົ້າເມືອງ 11 ເມືອງທົ່ວແຂວງສຳເລັດ ແຂວງວຽງຈັນ ມີພະນັກງານ-ລັດຖະກອນ ທັງໝົດ 9.884 ຄົນ ຍິງ 4.939 ຄົນ ພະນັກງານ-ລັດຖະກອນເຮັກວຽກບໍລິຫານທັງຂັ້ນແຂວງ-ຂັ້ນເມືອງ 5.223 ຄົນ ຍິງ 2.379 ຄົນ ແລະ ມີພະນັກງານຄູສອນຂັ້ນແຂວງ-ຂັ້ນເມືອງ 4.661 ຄົນ ຍິງ 2.560 ຄົນ.

    ນອກຈາກນີ້ ລັດຖະມົນຕີກະຊວງພາຍໃນ ຍັງໄດ້ເຂົ້າຮ່ວມກອງປະຊຸມຕິດຕາມຊຸກຍູ້ວຽກງານເຂດແດນເຊື່ອມຕໍ່ ກວດກາບົດພັນລະນາຄືນ ແລະ ຖ່າຍທອດເສັ້ນເຂດແດນເຊືື່ອມຕໍ່ຂອງແຂວງວຽງຈັນ ໂດຍມີເຈົ້າແຂວງແຂວງວຽງຈັນ ບັນດາຄະນະກົມກ່ຽວຂ້ອງກະຊວງພາຍໃນ ເຈົ້າເມືອງທຸລະຄົມ ຄະນະພະແນກພາຍໃນແຂວງວຽງຈັນ ແລະ ຄະນະຮັບຜິດຊອບແກ້ໄຂເຂດແດນເຊື່ອມຕໍ່ແຂວງວຽງຈັນ ເຂົ້າຮ່ວມ.

# ຂ່າວ – ພາບ : ບຸນມີ

error: Content is protected !!