ທູດອິນເດຍ ສະຫຼອງວັນປະກາດເອກະລາດ ຄົບຮອບ 75 ປີ

    ສະຖານທູດອິນເດຍ ປະຈໍາ ສປປ ລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນປະກາດເອກະລາດຄົບຮອບ 75 ປີ ຂຶ້ນໃນວັນທີ 15 ສິງຫາ 2022 ທີ່ສະຖານທູດອິນເດຍ ໂດຍມີທ່ານ ດິນກາ ອາສທານາ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງປະເທດອິນເດຍ ປະຈຳ ສປປ ລາວ ທ່ານ ສຸທັມ ສາກົນນິຍົມ ປະທານສະມາຄົມມິດຕະພາບ ລາວ-ອິນເດຍ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ ທ່ານ ດິນກາ ອາສທານາ ໄດ້ກ່າວວ່າ: ອິນເດຍໄດ້ຮັບເອກະລາດໃນວັນທີ 15 ເດືອນສິງຫາ 1947 ແລະ ຫຼັງຈາກນັ້ນ ໄດ້ເລີ່ມຕົ້ນການສ້າງຕັ້ງການພົວພັນທາງການທູດກັບບັນດາປະເທດໃນທົ່ວໂລກ ອິນເດຍ ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນໃນວັນທີ 2 ກຸມພາ 1956 ແລະ ສອງປະເທດໄດ້ສະເຫຼີມສະຫຼອງ 65 ປີ ແຫ່ງວັນສຳຄັນດັ່ງກ່າວ ໃນປີ 2021 ຜ່ານມາ.

    ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ມິດຕະພາບອັນແໜ້ນແຟ້ນລະຫວ່າງອິນເດຍ ແລະ ສປປ ລາວ ໄດ້ກ້າວເຂົ້າສູ່ການເປັນປະຫວັດສາດອັນຍາວນານ ບົນພື້ນຖານການພົວພັນທາງດ້ານວັດທະນະທຳ ສາສະໜາ ອັນເລິກເຊິ່ງ ແລະ ການພົວພັນລະຫວ່າງປະຊາຊົນກັບປະຊາຊົນ ເຊັ່ນດຽວກັນກັບອາລິຍະທຳບູຮານທີ່ມີມາແຕ່ດົນນານ.

# ຂ່າວ – ພາບ : ວຽງມາ

error: Content is protected !!