ປູກຈິດສຳນຶກການຮັກສາສິ່ງແວດລ້ອມ ໃຫ້ນັກຮຽນໂຮງຮຽນປະຖົມບ້ານຄົກເພີງ

    ກົມການສຶກສານອກໂຮງຮຽນ (ກສນ) ກະຊວງສຶກສາທິການ ແລະ ກີລາ ແລະ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຫກປສ) ຈັດພິທີປູກຈິດສຳນຶກ ແລະ ໂຄສະນາເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃນສູນການສຶກສານອກໂຮງຮຽນ ໃຫ້ເປັນຕົວແບບສີຂຽວ ແລະ ຍືນຍົງ ແກ່ພະນັກງານ ຄູ-ອາຈານ ແລະ ນັກຮຽນໂຮງຮຽນປະຖົມສຶກສາບ້ານຄົກເພີງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຂຶ້ນເມື່ອບໍ່ດົນມານີ້ ຢູ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ວິສັນ ສົມພົງ ຮອງຫົວໜ້າ ກສນ ທ່ານ ປອ ນາງ ບຸນພາມາ ໂພທິສານ ຮອງຫົວໜ້າ ຫກປສ ທ່ານ ບຸດດາ ສຸມົນທາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງສັງທອງ ພ້ອມດ້ວຍຜູ້ອຳນວຍການ ພະນັກງານ ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

    ການຈັດກິດຈະກຳຄັ້ງນີ້ ເພື່ອຈັດຕັ້ງປະຕິບັດວຽກງານຊຸກຍູ້ສົ່ງເສີມໃຫ້ພະນັກງານຄູ-ອາຈານ ເຍົາວະຊົນ ແລະ ນັກຮຽນ ຮູ້ຈັກການປົກປັກຮັກສາສິ່ງແວ້ດລ້ອມ ໂດຍສະເພາະ ວຽກງານສີຂຽວ ສະອາດງາມຕາ ປົກປັກຮັກສາສິ່ງແວ້ດລ້ອມເພື່ອສະພາບແວດລ້ອມທີ່ດີ ແລະ ຮັກສາຄວາມສະອາດໃນສູນການສຶກສານອກໂຮງຮຽນ ເພື່ອສ້າງເປັນສູນການຮຽນຮູ້ຊຸມຊົນຕົວແບບສີຂຽວ ແລະ ຍືນຍົງ ໂດຍກິດຈະກໍາດັ່ງກ່າວ ໄດ້ປູກຈິດສໍານຶກ ແລະ ໂຄສະນາເຜີຍແຜ່ກ່ຽວກັບການຮັກສາສິ່ງແວ້ດລ້ອມໃນຂອບເຂດໂຮງຮຽນ ເພື່ອລະດົມການຮັກສາສິ່ງແວດລ້ອມໃນໂຮງຮຽນ ກໍຄືການປູກຕົ້ນໄມ້ ການຖິ້ມຂີ້ເຫຍື້ອໃຫ້ເປັນລະບຽບ ສາທິດການແຍກຂີ້ເຫຍື້ອໃຫ້ນັກຮຽນ ຮ່ວມກິດຈະກຳກ່ຽວກັບລະຄອນ ເລື່ອງການປົກປັກຮັກສາສິ່ງແວດລ້ອມ ແລະ ກິດຈະກຳອື່ນໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແນໃສ່ພະນັກງານຄູ-ອາຈານ ແລະ ນັກ ຮຽນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງການຮັກສາສິ່ງແວດລ້ອມທີ່ດີ.

    ທ່ານ ວິສັນ ສົມພົງ ກ່າວວ່າ: ພິທີປູກຕິດສໍານຶກຄັ້ງນີ້ ມີຄວາມໝາຍສຳຄັນ ເຊິ່ງເປັນເທື່ອທຳອິດທີ່ລິເລີ່ມຮ່ວມມືຈັດຕັ້ງປະຕິບັດກັບ ຫກປສ ໂດຍສະເພາະຄະນະຮັບຜິດຊອບຂັ້ນສູນກາງ ຂັ້ນແຂວງ ແລະ ຂັ້ນເມືອງ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມືຢ່າງໃກ້ຊິດໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໄດ້ຮັບໜາກຜົນທີ່ວາງໄວ້ ການປູກຈິດສຳນຶກກ່ຽວກັບການຮັກສາສິ່ງແວດລ້ອມ ໂດຍສະເພາະໃນຂອບເຂດສະຖານໂຮງຮຽນ ກໍຄືສູນການສຶກສານອກໂຮງຮຽນ ໄດ້ທົດລອງຢູ່ 2 ແຂວງ ໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ກສນ ແລະ ຫກປສ ຄື: 1 ແຫ່ງ ຢູ່ນະຄອນຫຼວງວຽງຈັນ 1 ແຫ່ງ ຢູ່ແຂວງສະຫວັນນະເຂດ ຕົນມີຄວາມພາກພູມໃຈທີ່ພວກເຮົາມີຄະນະຮັບຜິດຊອບແຕ່ສູນກາງຈົນຮອດທ້ອງຖິ່ນ ໃນການໂຄສະນາເຜີຍແຜ່ປູກຈິດສຳນຶກກ່ຽວກັບສິ່ງແວດລ້ອມໃນໂຮງຮຽນ ໂດຍສະເພາະຂະແໜງການສຶກສານອກໂຮງຮຽນ ໃຫ້ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ.

# ຂ່າວ – ພາບ : ສະບາໄພ

error: Content is protected !!