ນ້ຳປ່າໄຫຼຊຸ ເຮັດໃຫ້ເຮືອນຂອງປະຊາຊົນຢູ່ເມືອງປາກແຊງ ໄດ້ຮັບຄວາມເສຍຫາຍ 2 ຫຼັງ

    ວັນທີ 15 ສິງຫາ 2022 ໄດ້ເກີດມີນ້ຳປ່າໄຫຼຊຸຢູ່ບ້ານສະຄິງ ແລະ ບ້ານນາໂພ ເມືອງປາກແຊງ ແຂວງຫຼວງພະບາງ ເຮັດໃຫ້ເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍໜັກ 2 ຫຼັງ ແລະ ເສຍຫາຍເລັກໜ້ອຍຈຳນວນໜຶ່ງ ພ້ອມນີ້ ຍັງມີພື້ນທີ່ນາກໍໄດ້ຮັບຄວາມເສຍຫາຍບາງສ່ວນ.

    ທ່ານ ສຸກດາວັນ ພັນຈັກຂັນ ເຈົ້າເມືອງປາກແຊງ ໃຫ້ສຳພາດວ່າ: ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຈຶ່ງເຮັດໃຫ້ນ້ຳຫ້ວຍໂພ ແລະ ຫ້ວຍສະຄິງ ເພີ່ມຂຶ້ນ ແລະ ເກີດມີນ້ຳປ່າໄຫຼຊຸເອົາຂອນໄມ້ມາຕັນທໍ່ລະບາຍນ້ຳລອດທາງ ເຮັດນ້ຳໄຫຼຖ້ວມເຮືອນຂອງປະຊາຊົນ ແລະ ພື້ນທີ່ທຳການຜະລິດເສຍຫາຍ ຮ້າຍແຮງແມ່ນມີເຮືອນຂອງປະຊາຊົນຢູ່ບ້ານສະຄິງ 1 ຫຼັງ ແລະ ບ້ານນາໂພ 1 ຫຼັງ ໄດ້ຮັບຄວາມເສຍຫາຍໜັກ ພາຍຫຼັງໄດ້ຮັບແຈ້ງເຫດການ ການນຳຂອງເມືອງກໍໄດ້ສົ່ງກຳລັງທະຫານ-ຕໍາຫຼວດ ເຂົ້າຊ່ວຍປະຊາຊົນຢ່າງຮີບດ່ວນ ເຊິ່ງສາມາດຍົກຍ້າຍເຄື່ອງໃຊ້ອອກຈາກເຮືອນທີ່ໄດ້ຮັບຜົນກະທົບໜັກ ທັງໄດ້ຊ່ວຍປະຊາຊົນອະນາໄມເຮືອນທີ່ຖືກຜົນກະທົບ ພາຍຫຼັງລະດັບນ້ຳແຫ້ງລົງ ພ້ອມນີ້ ຍັງໄດ້ນຳໃຊ້ເງິນແຮສຸກເສີນວຽກງານໄພພິບັດຂອງເມືອງ ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບໃນເບື້ອງຕົ້ນ.

    ສ່ວນແຜນການຟື້ນຟູໄລຍະຍາວ ຈະສືບຕໍ່ປຸກລະດົມທຸກພາກສ່ວນເຂົ້າຊ່ວຍເຫຼືອປະຊາຊົນໃຫ້ໄດ້ທຳການຜະລິດລະດູແລ້ງ ເພື່ອທົດແທນຄວາມເສຍຫາຍໃນລະດູຝົນ ທັງຈະວາງແຜນສ້ອມແປງເສັ້ນທາງຈຸດທີ່ເປ່ເພໃຫ້ສາມາດສັນຈອນໄດ້ເປັນປົກກະຕິ.

# ຂ່າວ – ພາບ : ສະບາໄພ

error: Content is protected !!