ໂຮງງານຜະລິດຢາປົວພະຍາດ ອີເລເມັນໂຕ້ ຟາຣມາ ຜະລິດຢາຄຸນນະພາບສູງຮັບໃຊ້ສັງຄົມ

    ໂຮງງານຜະລິດຢາປົວພະຍາດ ບໍ່ເຕ່ນ (BOTEN ELEMENTO PHRARMA) ບໍລິສັດ ELEMENTO PHRARMA ຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ ໄດ້ຮັບການຢັ້ງຢືນມາດຕະຖານສາກົນ GMP ແລະ GLP ສາມາດຜະລິດຢາປົວພະຍາດທີ່ມີຄຸນນະພາບສູງໄດ້ 20 ກວ່າຊະນິດອອກຮັບໃຊ້ສັງຄົມ ໂດຍສະເພາະ ຢາປົວພະຍາດເບົາຫວານ ຢາປົວພະຍາດມະເຮັງ ແລະ ພະຍາດໂຄວິດ-19. 

    ທ່ານນາງ ນົງລັກ ມະຫາໄທ ຫົວໜ້າຝ່າຍຜະລິດ ໂຮງງານຜະລິດຢາປົວພະຍາດ ບໍ່ເຕ່ນ ບໍລິສັດ ELEMENTO PHRARMA ໃຫ້ສໍາພາກວັນທີ 9 ສິງຫາ ຜ່ານມາ ວ່າ: ໂຮງງານແຫ່ງນີ້ ຕອບສະໜອງດ້ານບວກຕໍ່ຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ສ້າງຂຶ້ນເດືອນຕຸລາ 2020 ເລີ່ມທຳການຜະລິດ ແລະ ຈຳໜ່າຍໃນປີ 2021 ມີເນື້ອທີ່ການກໍ່ສ້າງ 1.500 ຕາແມັດ ມູນຄ່າການລົງທຶນ 6,25 ຕື້ກີບ ໃນນີ້ເປັນຊັບສິນຄົງທີ່ 3,75 ຕື້ກີບ ເປັນທຶນໝູນວຽນ 2,5 ຕື້ກີບ ນອກນີ້ ຍັງໄດ້ມີການລົງທຶນເພີ່ມ ມາເຖິງປັດຈຸບັນ ລວມເປັນມູນຄ່າ 20 ຕື້ຢວນ ເປັນໂຮງງານຜະລິດຢາທີ່ໄດ້ຮັບການຢັ້ງຢືນມາດຕະຖານສາກົນ GMP ແລະ GLP ຄື: ມີລະບົບການຜະລິດທີ່ດີ ແລະ ລະບົບການວິໄຈການກວດກາຄຸນນະພາບທີ່ດີ ສາມາດຜະລິດຢາປົວພະຍາດໄດ້ 20 ກວ່າຊະນິດ ເປັນຕົ້ນ ຢາປິ່ນປົວພະຍາດເບົາຫວານ ມະເຮັງ ລວມທັງຢາປິ່ນປົວພະຍາດໂຄວິດ-19 ແລະ ອື່ນໆ ໂດຍມີກຳລັງການຜະລິດຕໍ່ປີ 100 ລ້ານເມັດ ແລະ 70 ລ້ານແຄັບຊູນ ຈໍາໜ່າຍຢູ່ພາຍໃນ ແລະ ຕ່າງປະເທດ ເຄື່ອງຈັກທີ່ທັນສະໄໝຂອງໂຮງງານແຫ່ງນີ້ ສາມາດຜະລິດຢາໄດ້ 300.000-500.000 ເມັດຕໍ່ຊົ່ວໂມງ ເຮັດໃຫ້ສາມາດຫຼຸດຜ່ອນການຈ້າງງານ ໂດຍໃນໂຮງງານມີພະນັກງານພຽງ 20 ຄົນ ໃນນີ້ ເປັນຄົນລາວ 15 ຄົນ ແລະ ຄົນຈີນ 5 ຄົນ.

    ໂຮງງານແຫ່ງນີ້ ເປັນວິສາຫະກິດທີ່ສຳຄັນໃນການຊ່ວຍຊຸກຍູ້ເສດຖະກິດຂອງເຂດນີ້ໃຫ້ເຕີບໃຫຍ່ຂະຫຍາຍຕົວ ຕາມແຜນຍຸດທະສາດ “ໜຶ່ງແລວໜຶ່ງເສັ້ນທາງ” ໃນໄລຍະຜ່ານມາ ໂຮງງານພວກເຮົາໄດ້ປະຕິບັດພັນທະອາກອນໃຫ້ລັດຖະບານຢ່າງຖືກຕ້ອງ ແລະ ທັນເວລາ ເມື່ອມີເສັ້ນທາງລົດໄຟ ລາວ-ຈີນ ກໍຈະຍິ່ງອຳນວຍຄວາມສະດວກໃຫ້ບໍລິສັດດຳເນີນທຸລະກິດ ໂດຍສະເພາະ ເພີ່ມຊ່ອງທາງໃນການຂົນສົ່ງສິນຄ້າ ລວມທັງການນຳເຂົ້າວັດຖຸດິບໄດ້ວ່ອງໄວຂຶ້ນ ໂດຍການສະໜັບສະໜູນເປັນຢ່າງດີຈາກລັດຖະບານລາວ ສຳລັບແຜນການໃນຕໍ່ໜ້າ ບໍລິສັດຈະສືບຕໍ່ພັດທະນາ ແລະ ຜະລິດຢາປົວພະຍາດທີ່ມີຄຸນນະພາບດີເພີ່ມຕື່ມອີກ ເພື່ອຊ່ວຍປິ່ນປົວພະຍາດຂອງປະຊາຊົນລາວ ແລະ ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້.

# ຂ່າວ – ພາບ : ສະບາໄພ

error: Content is protected !!