ສື່ມວນຊົນ ພົບປະຄະນະນໍາເມືອງໜອງແຮດ ແລະ ລົງປຸກລະດົມປະຊາຊົນບ້ານໜອງອໍ້ ມາຮັບວັກຊິນປ້ອງກັນພະຍາດໂຄວິດ-19

    ວັນທີ 10 ສິງຫາ 2022 ຄະນະສື່ມວນຊົນ ນຳພາໂດຍທ່ານ ວັນນະສິນ ສິມມາວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະທ່ານ ນາງ ດວງສີວື່ ຮອງເຈົ້າເມືອງໜອງແຮດ ແຂວງຊຽງຂວາງ ເພື່ອຮັບຟັງລາຍງານການຈັດຕັ້ງປະຕິບັດຂະບວນການສັກວັກຊິນກັນພະຍາດໂຄວິດ-19 ແລະ ການສັກຢາກັນພະຍາດຮອບປົກກະຕິ.

    ໂອກາດດັ່ງກ່າວ ທ່ານນາງ ບົວແພງ ວັນເພັງ ຮອງຫົວຫນ້າຫ້ອງການສາທາລະນະສຸກເມືອງໜອອງແຮດ ຜູ້ຊີ້ນໍາວຽກງານສົ່ງເສີມສຸຂະພາບເມືອງໜອງແຮດ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານໂຄວິດ-19 ຢູ່ພາຍໃນເມືອງໜອງແຮດໃນໄລຍະຜ່ານມາ ມີຈຸດດີ ແລະ ຂໍ້ສະດວກ ແລະ ຫຍຸ້ງຍາກຄື: ຈຸດດີອັນທີ 1 ໄດ້ເຜີຍແຜ່ນິຕິກໍາຂອງແຂວງ ແລະ ຂອງຄະນະ ຄ.ວ.ດ ຂັ້ນເມືອງ ເພື່ອລົງເຖິງກຸ່ມບ້ານ ແລ້ວໂຮງໝໍນ້ອຍໄປຜັນຂະຫຍາຍໃຫ້ຂັ້ນບ້ານ ແລະ ໂຮງໝໍ ເພື່ອໃຫ້ປະຊາຊົນຮັບຊາບກ່ຽວກັບການນໍາໃຊ້ວັກຊີນປ້ອງກັນໂຄວິດ-19 ກໍຄືສັກຢາວັກຊີນໃຫ້ກຸ່ມເດັກນ້ອຍກຸ່ມເປົ້າໝາຍ ໃນເມື່ອເຫັນບັນຫາດັ່ງກ່າວ ໄດ້ຮັບວັກຊີນຈາກແຂວງ ແລະ ໄດ້ສົມທົບກັບອໍານາດການປົກຄອງຂັ້ນເມືອງ ຂັ້ນກຸ່ມ ແລະ ຂັ້ນບ້ານ ເພື່ອຜັນຂະຫຍາຍຊຸກຍູ້ໃຫ້ປະຊາຊົນ ກໍຄືບັນດາພະນັກງານ ທະຫານ ຕໍາຫຼວດ ກໍຄືປະຊາຊົນຊາວຄ້າຂາຍ ບັນດານັກທຸລະກິດຕ່າງໆທີ່ຢູ່ເມືອງຫນອງແຮດຂອງພວກເຮົາຮັບຮູ້ການສັກຢາກັນພະຍາດໂຄວິດ-19 ໃນໄລຍະຜ່ານມາ ຫຼັງຈາກທີ່ໄດ້ແຈ້ງ ໄລຍະເບື້ອງຕົ້ນ ປະຊາຊົນໄດ້ຕື່ນຕົວມາສັກຢາເປັນຈໍານວນຫຼາຍ ຈຶ່ງເຮັດໃຫ້ຕົວເລກມີຄວາມຄືບໜ້າຂຶ້ນໄປເລື້ອຍໆ ນອກຈາກນີ້ ຍັງໄດ້ເອົາໃສ່ໃຈໃນການເຝິກອົບຮົມໃຫ້ບັນດາເຈົ້າໜ້າທີ່ແພດໝໍຈໍານວນ 15 ໂຮງໝໍນ້ອຍ ກ່ອນຈະລົງເອົາຢາໄປສັກຢູ່ໃນຂັ້ນບ້ານ ນອກນີ້ ບາງເຂດທີ່ຢູ່ຫ່າງໄກສອກຫຼີກ ກໍໄດ້ຕື່ນຕົວພາກັນໄປສັກວັກຊິນຕາມຈຸດທີ່ວາງໄວ້.

    ຄຽງຄູ່ກັນນັ້ນ ກໍມີບາງຂໍ້ຫຍຸ້ງຍາກຄື: ມີບາງບ້ານ ຫຼື ບາງບຸກຄົນຍັງຖືເບົາ ໃນການມີສ່ວນຮ່ວມສັກວັກຊິນ ສະນັ້ນ ຕໍ່ບັນຫາດັ່ງກ່າວ ໄດ້ສະເໜີໃຫ້ຄະນະ ຄມດ ແຂວງ ສົມທົບຄະນະ ຄມດ ເມືອງ ລົງປະຕິບັດສຸຂະສຶກສາໄປຮອບໜຶ່ງ ປັດຈຸບັນ ປະຊາຊົນກໍໄດ້ຕື່ນຕົວຫຼາຍ ຈຶ່ງສາມາດເຮັດໃຫ້ຕົວເລກບັນລຸໄດ້ 60% ເຂັມ 1 ເຂັມ 2 ສາມາດ ບັນລຸໄດ້ 53% ປະຊາຊົນຈໍານວນໜຶ່ງ ໄປທໍາການຜະລິດຢູ່ໄກ ທາງຄະນະ ຄມດ ຮ່ວມກັບສາທາລະນະສຸກເມືອງໄດ້ຮ່ວມກັນແກ້ໄຂ ໂດຍປະສານສົມທົບເຮັດກອງປະຊຸມສ້າງຂໍ້ແຂ່ງຂັນຮ່ວມກັບໂຮງໝໍນ້ອຍໃນປີ 2022 ນີ້ໃຫ້ບັນລຸເປົ້າໝາຍ 80%.

   ຫຼັງຈາກນັ້ນ ຄະນະສື່ມວນຊົນ ແລະ ຄະນະນໍາເມືອງໜອງແຮດ ໄດ້ເຄື່ອນໄຫວຕິດຕາມຂະບວນການສັກຢາປ້ອງກັນໂຄວິດ-19 ຢູ່ບ້ານໜອງອໍ້ ເມືອງໜອງແຮດ ແຂວງຊຽງຂວາງ ເຊິ່ງເຫັນວ່າ ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງ ມາຮັບວັກຊິກປ້ອງກັນພະຍາດໂຄວິດ-19 ໃນນັ້ນ ມີຜູ້ມາຮັບວັກຊິນ ເຂັມ 1 ເຂັນ 2 ເຂັມ 3 ແລະ ເຂັມ 4 ຈໍານວນຫຼາຍ.

# ຂ່າວ – ພາບ : ວຽງມາ

error: Content is protected !!