ກຽມພົບງານວາງສະແດງສິນຄ້າລາວ-ຫວຽດນາມໃນທ້າຍເດືອນນີ້

    ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບທ່ານນາງ ເລ ທິ ເຟືອງ ຮົວ ທີ່ປຶກສາການຄ້າ ຫ້ອງການທູດການຄ້າ ສະຖານທູດຫວຽດນາມປະຈໍາລາວ ແລະ ທ່ານ ວັນຢຸງ ຮວງວັນ ຜູ້ຈັດການທົ່ວໄປ ສູນວາງສະແດງ ແລະ ການລ້ຽງປະຊຸມ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວການຈັດງານວາງສະແດງສິນຄ້າລາວ-ຫວຽດນາມ ເພື່ອສະເຫຼີມສະຫອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ ວັນທີ 15 ສິງຫາ 2022 ທີ່ສູນການຄ້າລາວ-ໄອເຕັກ ວ່າ: 

    ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າລາວ ຮ່ວມກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ມີແຜນຈະຈັດງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈຳປີ 2022 ຂຶ້ນໃນວັນທີ 25-29 ສິງຫາ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ເພື່ອເປັນການສືບຕໍ່ຜັນຂະຫຍາຍການຮ່ວມມື ເພີ່ມທະວີສາຍພົວພັນສາມັກຄີມິດຕະພາບອັນເປັນພິເສດເສດ ລະຫວ່າງປະຊາຊົນສອງຊາດ ແລະ ເພີ່ມສາຍພົວພັນທາງດ້ານການຄ້າລາວ-ຫວຽດນາມ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ ເປີດໂອກາດໃຫ້ທຸລະກິດ ຜູ້ປະກອບການຄ້າຂາຍ 2 ປະເທດ ໄດ້ມີໂອກາດແລກປ່ຽນບົດຮຽນ ແນະນໍາຄຸນນະພາບສິນຄ້າຂອງກັນ ແລະ ກັນ ເພື່ອກ້າວໄປເຖິງຂະຫຍາຍການຊື້ສິນຄ້າໃຫ້ຫຼາຍຂຶ້ນກວ່າເກົ່າ ພ້ອມນັ້ນ ຍັງເປັນການສ້າງຂະບວນການສະເຫຼີມສະຫຼອງສອງວັນປະຫວັດສາດໃຫ້ມີບັນຍາກາດຟົດຟື້ນ.

    ພາຍໃນງານວາງສະແດງດັ່ງກ່າວ ມີຫ້ອງວາງສະແດງສິນຄ້າທັງໝົດ 200 ຫ້ອງ ໃນນັ້ນ ມີທຸລະກິດຈາກ ສສ ຫວຽດນາມ 120 ຫ້ອງ ແລະ ພາກທຸລະກິດລາວເຂົ້າຮ່ວມ 80 ຫ້ອງຈາກທົ່ວປະເທດ ປະເພດສິນຄ້າປະກອບມີ ເຄື່ອງອຸປະໂພກ ແລະ ບໍລິໂພກ ສິນຄ້າກະສິກໍາປຸງແຕ່ງ ຜະລິດຕະພັນການກະເສດ ເຄື່ອງຫັດຖະກຳ ເຄື່ອງຕັດຫຍິບ ແຟຊັ້ນ ອາຫານທະເລ ເຄື່ອງເຟີນີເຈີ ຢາ ແລະ ອຸປະກອນການແພດ ພ້ອມນັ້ນ ຍັງມີກິດຈະກຳສາທິດແນະນໍາສິນຄ້າ ແຈກຂອງຂວັນໃຫ້ແຂກທີ່ມາຢ້ຽມຊົມງານ ນອກນີ້ ຍັງມີຫ້ອງວາງສະແດງການເມືອງຂອງສອງຊາດລາວ-ຫວຽດນາມ ເພື່ອນຳສະເໜີຜົນງານ ແລະ ການເຄື່ອນໄຫວທາງດ້ານການເມືອງຂອງການນຳພັກ-ລັດ ລວມທັງຜົນງານດ້ານເສດຖະກິດ-ສັງຄົມ ແລະ ການຄ້າ ເພື່ອເປັນການສ້າງບັນຍາກາດໃນແຕ່ລະຄໍ່າຄືນ ຄະນະຈັດຕັ້ງງານໄດ້ຈັດການສະແດງສິລະປະ ວັນນະຄະດີທີ່ເປັນເອກະລັກໂດດເດັ່ນຂອງສອງຊາດລາວ-ຫວຽດນາມ ແລະ ມີການແຂ່ງຂັນຟ້ອນ ຮ້ອງເພງລາວ-ຫວຽດນາມ ຂອງນ້ອງນ້ອຍນັກຮຽນ ແລະ ໄວໜຸ່ມ ພິເສດ ມີສີລະປະຈາກ ສສ ຫວຽດນາມ ມາສະແດງທຸກມື້ຕະຫຼອດງານ ສະເພາະວັນທີ 26-27 ສິງຫາ ກົມສົ່ງເສີມການຄ້າ ຮ່ວມກັບສະຖາບັນຄົ້ນຄວ້າອຸດສາຫະກຳ ແລະ ການຄ້າ ຈະໄດ້ຈັດກອງປະຊຸມວິທະຍາສາດທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ) ໃນຫົວຂໍ້ “ການສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງ ລາວ-ຫວຽດນາມ ພາຍຫຼັງໂຄວິດ-19 ແລະ ພາຍໃຕ້ການປ່ຽນແປງຂອງສະພາບເສດຖະກິດໂລກໃນປັດຈຸບັນ”.

# ຂ່າວ – ພາບ : ຂັນທະວີ 

error: Content is protected !!