ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫຼືອປະເທດເພື່ອນມິດໃນການພັດທະນາດ້ານຕ່າງໆ ເຊິ່ງລວມເຖິງການຍົກລະດັບດ້ານວິຊາການໃຫ້ບັນດາປະເພດເພື່ອນມິດທີ່ກກຳລັງພັດທະນາ ແລະ ເມື່ອບໍ່ດົນຜ່ານມາ ກໍໄດ້ຈັດສຳມະນາໃນຫົວຂໍ້ ພັດທະນາສັງຄົມ ປົກປັກຮັກສາຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ບັນດາປະເທດທີ່ກໍາລັງພັດທະນາ (Development of Resource-Saving and Environment-Friendly Society for Developing Countries) ແນໃສ່ສົ່ງເສີມຂະແໜງການໄຟຟ້າ ເພື່ອເຮັດໃຫ້ຂະແໜງການດັ່ງກ່າວເຕີບໃຫຍ່ຂະຫຍາຍຕົວ ແລະ ຍືນຍົງ.
ທ່ານ ຖັງ ຈິີຢວນ(Tang Zhiyuan)
ທ່ານ ຖັງ ຈິີຢວນ (Tang Zhiyuan) ປະທານຄະນະເຝິກອົບຮົມການຊ່ວນເຫຼືອຂອງ ສປ ຈີນ ປະຈຳວິທະຍາໄລວິຊາຊີບ ທຸລະກິດສາກົນ ຫູໜານ ສປ ຈີນ ໄດ້ກ່າວໃນພິທີປິດຊຸດສຳມະນາໃນຫົວຂໍ້ ພັດທະນາສັງຄົມ ປົກປັກຮັກສາຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ບັນດາປະເທດທີ່ກໍາລັງພັດທະນາ ວ່າ: ການສຳມະນາຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກກະຊວງການຄ້າຂອງ ສປ ຈີນ ຈັດຂຶ້ນທີ່ນະຄອນຊາງຊາ ແຂວງຫູໜານ ສປ ຈີນ ແຕ່ວັນທີ 12 ກໍລະກົດ-1 ສິງຫາ 2022 ເຊິ່ງສຳມະນາຄັ້ງນີ້ ມີນັກສຳມະນາກອນຈາກບັນດາປະເທດທີ່ກຳລັງພັດທະນາເຂົ້າຮ່ວມ 15 ທ່ານ ແລະ ໄດ້ເຊີນຜູ້ຊ່ຽວຊານສະເພາະດ້ານມາແລກປ່ຽນບົດຮຽນ ແລະ ປຶກສາຫາລືກ່ຽວກັບການຮ່ວມມືດ້ານການພັດທະນາ ແລະ ຍັງມີການຢ້ຽມຢາມສະຖານທີ່ຕົວຈິງກໍຄືບ້ານຕົວແບບຮັກສາຊັບພະຍາກອນ ແລະ ເປັນມີດຕໍ່ສິ່ງແວດລ້ອມ ຢ້ຽມຢາມພະລາຊະວັງ ອຸທີຍານ Zhangjiajie ແລະ ແລກປ່ຽນປະສົບການກ່ຽວກັບການຮັບມທຂອງການແຜ່ລະບາດຂອງໂຄວິດ-19.
ທ່ານ ຫຼິວ ຈິນຖິງ (Lui Junting)
ທ່ານ ຫຼິວ ຈິນຖິງ (Lui Junting) ຮອງຫົວໜ້າພະແນກຮ່ວມມືການລົງທຶນ ແລະ ເສດຖະກິດ ຕ່າງປະເທດ ພະແນກການຄ້າຂອງແຂວງຫູໜານ ກ່າວວ່າ: ສປ ຈີນ ໃຫ້ຄຳໝັ້ນສັນຍາຢ່າງສະເໝີຕົ້ນສະເໝີປາຍ ໃນການສົ່ງເສີມການພົວພັນສາກົນແບບໃໝ່ທີ່ມີຄວາມເຄົາລົບເຊິ່ງກັນ ແລະ ກັນ ຄວາມທ່ຽວທຳ ຄວາມຍຸຕິທຳ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ດັ່ງນັ້ນການສຳມະນາຄັ້ງນີ້ແມ່ນມີຄວາມສຳຄັນທີ່ໄດ້ຈັດຂຶ້ນໃນໄລຍະທີ່ມີການລະບາດຂອງໂຄວິດ-19 ເຮັດໃຫ້ມີຄວາມຈຳເປັນຈັດໃນຮູບແບບທາງໃກ ຂ້າພະເຈົ້າເຊື່ອວ່າການເຝິກອົບຮົມຄັ້ງນີ້ໄດ້ເປັນໂອກາດໃນການແລກປ່ຽນຄວາມຮູ້ນັກຊ່ຽວຊານ ແລະ ນັກສຳມະນາກອນຈາກ ສປ ຈີນ ກັບ ບັນດາປະເທດກຳລັງພັດທະນາ ພ້ອມນັ້ນຍັງເຮັດໃຫ້ນັກສຳມະນາກອນຮຽນຮູ້ ເຂົ້າໃຈຕໍ່ວັດທະນະທຳຈີນ ກໍຄື ວັດທະນະທຳແຂວງຫູໜານ ຂ້າພະເຈົ້າຫວັງວ່ານັກສຳມະນາກອນທຸກທ່ານເຫັນໄດ້ຄວາມສຳຄັນດ້ານການພັດທະນາທີ່ກ່ຽວຂ້ອງຫຼາຍກວ່າເກົ່າ.
ທ່ານ ວິນສັນ ກາຣິວກີ
ທ່ານ ວິນສັນ ກາຣິວກີ ນັກສຳມະນາກອນຈາກປະເທດ ເຄັນຢາ ກ່າວວ່າ: ຂ້າະພະເຈົ້າຂໍຂອບໃຈຕໍ່ລັດຖະບານຈີນ ທີ່ໄດ້ຈັດສຳມະນາໃນຮູບແບບນີ້ເພື່ອສ້າງໂອກາດໃຫ້ນັກວິຊາການຫຼາຍປະເທດໃນທົ່ວໂລກ ແລະ ຂໍຂອບໃຈຕໍ່ຄະນະຈັດງານຄັ້ງນີ້ທີ່ເຮັດໃຫ້ພວກເຮົາໄດ້ນຳສະເໜີຫົວຂໍ້ຕ່າງໆຜ່ານຮູບແບບອອນລາຍ ແລະ ສາມາດແລກປ່ຽນຄວາມຄິດເຫັນ ເຊິ່ງເບິ່ງແລ້ວເປັນການສຳມະນາທີ່ມີຄວາມສຳຄັນຫຼາຍ ດັ່ງນັ້ນຂ້າພະເຈົ້າຫວັງວ່ານັກສຳມະນາກອນທີ່ເຂົ້າຮ່ວມການສຳມະນາຄັ້ງນີ້ ຈະນຳເອົາບົດຮຽນ ແລະ ປະສົບການດ້ານການບໍລະການ ແລະ ພັດທະນາປະເທດ ຂອງ ສປ ຈີນ ນັ້ນຖືວ່າມີຄວາມສຳຄັນຫຼາຍຕໍ່ກັບປະເທດກຳລັງພັດທະນາ.
ທ່ານ ຈັນສະໝອນ ໄຊຍະລາດ
ທ່ານ ຈັນສະໝອນ ໄຊຍະລາດ ຮອງຫົວໜ້າພະແນກວາງແຜນລະບົບໄຟຟ້າ ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ໜຶ່ງໃນຈຳນວນນັກສຳມະນາກອນຂອງລາວທີ່ເຂົ້າຮ່ວມສຳມະນາໄດ້ກ່າວວ່າ: ການສຳມະນາໃນຫົວຂໍ້ ພັດທະນາສັງຄົມ ປົກປັກຮັກສາຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ບັນດາປະເທດທີ່ກໍາລັງພັດທະນາ ແມ່ນມີຄວາມສຳຄັນຕໍ່ການພັດທະນາຂະແໜງພະລັງງານດ້ານການຄຸ້ມຄອງສິ່ງແວດລ້ອມໃນໂຄງການພັດທະນາ ຂອງລາວ ຂ້າພະເຈົ້າກໍເປັນອີກຄົນໜຶ່ງທີ່ໄດ້ເຂົ້າຮ່ວມໃນການສຳມະນາຄັ້ງດັ່ງກ່າວ ເຫັນໄດ້ວ່າ ຫົວການສຳມະນາມີຜົນປະຄວາມສຳຄັນ ສອດຄ່ອງຕໍ່ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍ ຂອງລັດຖະບານທີກຳນົດໄວ້ວ່າ ການພັດທະນາຕ້ອງມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ສັງຄົມເປັນຫຼັກ ຜ່ານການສຳມະນາ ນັກສຳມະນາກອນຫຼາຍທ່ານສາມາດຮຽນຮູ້ເອົາບົດຮຽນຕ່າງໆບໍ່ວ່າຈະເປັນ ການການວິເຄາະປັນຫາທາງດ້ານເສດຖະກິດ ການຄຸ້ມຄອງ ແລະ ບໍລິ ຫານຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງບົດຮຽນທີ່ໄດ້ສຶກສາ ຖືວ່າມີປະໂຫຍດຫຼາຍ ແລະ ສອດຄອງກັບວຽກງານຂອງຂະແໜງ ທີ່ສາມາດນຳໄປໃຊ້ໃນວຽກງານຕົວຈິງ.
ທ່ານ ຈັນສະໝອນ ໄຊຍະລາດ ກ່າວຕື່ມວ່າ: ຢ່າງໃດກໍຕາມ ກໍຂໍໃຫ້ລັດຖະບານຈີນສືບຕໍ່ໃຫ້ການຊ່ວຍເຫຼືອໃນການຍົກລະດັບດ້ານວິຊາການຂອງລາວເຮົາ ສຳລັບຂະແໜງພະລັງງານ ກໍຍັງມີຄວາມຕ້ອງການໃຫ້ຍົກລະດັບຫຼາຍຫົວດ້ານຕື່ມອີກເຊັ່ນ: ການສຶກສາຄວາມເປັນໄປໄດ້ທາງ ດ້ານເສດຖະກິດ ແລະ ສັງ ຄົມ ຂອງການພັດພະນາເຂື່ອນໄຟຟ້າ ການວາງແຜນພັດທະ ນາລະບສາຍສົ່ງແບບຍືນຍົງ ແລະ ອື່ນໆ ຖ້າເປັນໄປໄດ້ກໍຂໍສະເໜີໃຫ້ມີຈັດສຳມະນາແບບເຊິ່ງໜ້າ ເຊິ່ງຈະເຮັດໃຫ້ນັກສຳມະນາກອນສາມາດນຳໃຊ້ເວລາ ສຸມຈິດສຸມໃຈໃສ່ການຮຽນໄດ້ຢ່າງເຕັມທີ ແລະ ຈະເຮັດໃຫ້ການສຳມະນາມີປະສິດທິພາບ ແລະ ປະສິດທີຜົນຫຼາຍຂຶ້ນ.