ຫາດຊາຍຟອງ ມີນັກຮຽນເສັງຈົບຊັ້ນ ຮັບໃບປະກາດແດງ 3 ຄົນ

    ຜົນການສະຫຼຸບສອບເສັງຈົບຊັ້ນປະຖົມສຶກສາ ປ5 ແລະ ມັດທະຍົມຕົ້ນ ມ4 ສົກຮຽນ 2021-2022 ພາກລັດ-ເອກະຊົນ ທົ່ວເມືອງຫາດຊາຍຟອງ ນະຄອນຫຼວງຽງຈັນ ຈັດຂື້ນຢູ່ທີ່ສະໂມສອນສະຖາບັນເສດຖະກິດ-ການເງີນ ດົງຄຳຊ້າງ ວັນທີ 12 ສິງຫາ 2022 ມີ ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ພ້ອມດ້ວຍອໍານວຍການໂຮງຮຽນ ສະມາຄົມການສຶກສາ ແລະ ຜູ້ປົກຄອງນ້ອງນັກຮຽນ.

    ໃນພິທີ ໄດ້ຮັບຟັງການລາຍງານສະຫຼຸບຜົນການສອບເສັງຈົບຊັ້ນ ທັງ ປ5 ແລະ ມ4 ຈາກຫົວໜ້າໜ່ວຍງານການສຶກສາພາກບັງຄັບ ຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ກ່ຽວກັບການຈັດຕັ້ງສອບເສັງຈົບຊັ້ນ ສຳລັບ ປ5 ໄດ້ຈັດຕັ້ງເປັນ 10 ສູນສອບເສັງ ມີນັກຮຽນທັງໝົດ 1559 ຄົນ ຍີງ 774 ຄົນ ໃຊ້ຫ້ອງສອບເສັງ 105 ຫ້ອງ ບັນຈຸຫ້ອງລະ 14-15 ຄົນ ກຳມະການຍາມຫ້ອງເສັງ 230 ຄົນ ສອບເສັງໃນ 4 ວິຊາ ຄື: ຫັດແຕ່ງ ຂຽນທວາຍ ໂລກອ້ອມຕົວ ແລະ ຄະນິສາດ ກຳນົດການສອບເສັງ 2 ວັນ ສ່ວນ ມ4 ແມ່ນຈັດຕັ້ງເປັນ 6 ສູນສອບເສັງ ມີນັກຮຽນທັງໝົດ 1168 ຄົນ ຍິງ 558 ຄົນ ໃຊ້ຫ້ອງສອບເສັງ 79 ຫ້ອງ ບັນຈຸຫ້ອງລະ 15-16 ຄົນ ພ້ອມດ້ວຍກຳມະການຍາມຫ້ອງເສັງ 170 ຄົນ ວິຊາສອບເສັງມີ 6 ວິຊາ ຄື: ພາສາລາວ-ວັນນະຄະດີ ຄະນິດສາດ ວິທະຍາສາດທຳມະຊາດ ວິທະຍາສາດສັງຄົມ ສຶກສາພົນລະເມືອງ ແລະ ພາສາອັງກິດ ກຳນົດການສອບເສັງ 3 ວັນ ສ່ວນຜົນການສອບເສັງ ຊັ້ນ ປ5 ນັກຮຽນມີໜ້າຕົວຈິງ 1558 ຄົນ ຍິງ 776 ຄົນ ເສັງໄດ້ທັງໝົດ 100% ເສັງໄດ້ສົມບູນ 1069 ຄົນ ຍີງ 554 ຄົນ ເທົ່າກັບ 31,37% ໃນນັ້ນຈຳນວນໂຮງຮຽນທີ່ມີນັກຮຽນເສັງໄດ້ 100% ມີ 52 ໂຮງຮຽນ ສຳລັບຊັ້ນ ມ4 ນັກຮຽນມີໜ້າສອບເສັງຕົວຈິງ 1163 ຄົນ ຍີງ 597 ຄົນ ເສັງໄດ້ທັງໝົດ 100% ເສັງໄດ້ຮອບດ້ານທັງໝົດ 113 ຄົນ ຍີງ 72 ຄົນ ເທົ່າກັບ 9,72% ແລະ ໃນນັ້ນ ກໍມີຈຳນວນໂຮງຮຽນທີ່ມີນັກຮຽນເສັງໄດ້ 100% ມີ 15 ໂຮງຮຽນ ພ້ອມກັນນັ້ນ ກໍຍັງມີນັກຮຽນທີ່ສາມາດເສັງຍາດໄດ້ຄະແນນຮອບດ້ານ 7 ຂື້ນໄປ ທັງ ປ5 ແລະ ມ4 ລວມທັງໝົດ 427 ຄົນ ໃນນັ້ນ ຊັ້ນ ປ5 ມີ 314 ຄົນ ຍີງ 174 ຄົນ ແລະ ຊັ້ນ ມ4 ມີ 113 ຄົນ ຍີງ 72 ຄົນ ພິເສດຍັງມີນັກຮຽນ ທີ່ສາມາດເສັງໄດ້ຄະແນນ 7 ທຸກວິຊາຂື້ນໄປ ແລະ ໄດ້ຄະແນນສະເລ່ຍໃບປະກາດແດງ ຂັ້ນນະຄອນຫຼວງວຽງຈັນ ມີນັກຮຽນຊັ້ນ ມ4 ຈຳນວນ 3 ຄົນຈາກໂຮງຮຽນວຽງສະຫວັນ 2 ຄື: ທ້າວຕົ້ນຕາວັນ ເກີດທິລາດ ທ້າວ ຄິດສະມາດ ແສນຄຸນທ້າວ ແລະ ທ້າວ ວັນເພັງ ພົນທະຈັນ.

    ພ້ອມດຽວກັນນັ້ນ ເມືອງຫາດຊາຍຟອງ ຍັງສາມາດຍາດໄດ້ຜົນງານນັກຮຽນເກັ່ງ ເປັນອັນດັບທີ 2 ຂອງນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2021-2022 ເຊີ່ງຜົນງານດັ່ງກ່າວ ເປັນຂອງນາງ ດວງຕາ ຈັນເພັງ ນັກຮຽນຊັ້ນ ມ4 ວິຊາ ພາສາລາວ-ວັນນະຄະດີ ຈາກໂຮງຮຽນ ມສ ຫ້ອມສະຫວັນ.

   ໂອກາດດັ່ງກ່າວ ທາງຫ້ອງການສືກສາທິການ ແລະ ກິລາເມືອງ ຫາດຊາຍຟອງ ກໍຍັງໄດ້ມອບໃບປະກາດໃຫ້ກັບຄູປະຈຳແຕ່ລະສູນສອບເສັງ ເພື່ອນຳໄປມອບຕໍ່ໃຫ້ກັບນັກຮຽນ ແລະ ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ກັບຄູ ແລະ ນັກຮຽນ ທີ່ຍາດໄດ້ຄະແນນຮອບດ້ານໃນສົກຮຽນນີ້ອີກດ້ວຍ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!