ນະຄອນ ໄກສອນ ທຳລາຍສິນຄ້າເສື່ອມຄຸນ-ໝົດອາຍຸການນໍາໃຊ້

    ເມື່ອບໍ່ດົນມານີ້ ຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນໄກສອນ ພົມວິຫານ ຈັດພິທີມອບສົ່ງສິນຄ້າເສື່ອມຄຸນນະພາບ ໝົດອາຍຸການນໍາໃຊ້ ເພື່ອນໍາໄປທໍາລາຍຖິ້ມຢູ່ສະໜາມຂີ້ເຫຍື້ອບ້ານຊອກ ຈໍານວນ 56 ລາຍການ ມູນຄ່າລວມ 155 ລ້ານກວ່າກີບ ໂດຍມີທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໃນພິທີ ທ່ານ ຄໍາສີເພັດ ໄຊຍະວົງ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້ານະຄອນ ໄກສອນ ພົມວິຫານ ໄດ້ລາຍງານວ່າ: ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາ ຫ້ອງການອຸດສາຫະກຳ ແລະການຄ້າ ກໍຄືເຈົ້າໜ້າທີ່ກວດກາການຄ້າ ໄດ້ເອົາໃຈໃສ່ລົງຕິດຕາມ ກວດກາສິນຄ້າທີ່ລະເມີດຕໍ່ກົດລະບຽບຄຸ້ມຄອງການຄ້າ ເປັນຕົ້ນ ສິນຄ້າເສື່ອມຄຸນ ສິນຄ້າໝົດອາຍຸການນໍາໃຊ້ ສິນຄ້າຫ້າມຈຳໜ່າຍ ສິນຄ້າທີ່ມີສານປົນເປື້ອນ ແລະ ສິນຄ້າບໍ່ໄດ້ມາດຕະຖານຕາມຫ້າງຮ້ານ ຮ້ານສະດວກຊື້ ຕະຫຼາດ ສ້າງເກັບມ້ຽນ ແລະ ສະຖານທີ່ບໍລິການຕ່າງໆໃນເທສະບານນະຄອນ ໄກສອນ ພົມວິຫານ.

     ຜ່ານການລົງເຄື່ອນໄຫວຕົວຈິງ ສາມາດລົງກວດກາສິນຄ້າຮ້ານສະດວກຊື້ໄດ້ 23 ຮ້ານ ຮ້ານຂາຍຍ່ອຍໄດ້ 75 ຮ້ານ ຮ້ານຂາຍອາຫານສົດ ແລະ ອາຫານທະເລໄດ້ 7 ຮ້ານ ສາງແຊເຢັນ 6 ສາງ ຄລີນິກເສີມຄວາມງາມ 6 ແຫ່ງ ຮ້ານນວດສະປາ 9 ຮ້ານ ສາມາດກວດຢຶດ-ອາຍັດສິນຄ້າໄດ້ ປະເພດສິນຄ້າເສື່ອມຄຸນນະພາບ (ເສຍຄຸນ) ຈໍານວນ 56 ລາຍການ ມູນຄ່າລວມ 155 ລ້ານກວ່າກີບ ແລະ ໄດ້ນໍາມາທຳລາຍຖິ້ມໃນຄັ້ງນີ້ ທັງນີ້ເພື່ອແນໃສ່ເຮັດໃຫ້ຜູ້ຂາຍ ແລະ ຜູ້ຊື້ ເຫັນໄດ້ຄວາມສຳຄັນໃນການຄັດເລືອກ ເອົາສິນຄ້າທີ່ມີຄຸນນະພາບມາຈຳໜ່າຍຊົມໃຊ້ ແລະ ບໍລິໂພກສິນຄ້າທີ່ໄດ້ຕາມມາດຕະຖານ ທັງຮັບປະກັນທາງດ້ານສຸຂະພາບຂອງຕົນ ແລະ ຄົນໃນຄອບຄົວຫຼາຍຂຶ້ນ.

(ຂ່າວ-ພາບ: ນະຄອນໄກສອນ )

error: Content is protected !!