ເມືອງສັງທອງ ສ້າງຂະບວນການທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ

   ວັນທີ 13 ສິງຫາ 2022 ເມືອງສັງທອງ ໄດ້ເປີດຂະບວນການທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮັກສາການເລຂາຄະນະບໍລິຫານງານພັກນະຄອນຫຼວງ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະສະສຸກ ມີບັນດາຂະແໜງການກ່ຽວຂ້ອງອ້ອມຂ້າງກະຊວງສາທາ ພະແນກສາທາ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງເມືອງ.

   ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສີລິພັນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຄວບຄຸມ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ໃນໄລຍະຜ່ານມາ ຄະນະພັກ-ອົງການປົກຄອງເມືອງ ແລະ ຜູ້ຮັບຜິດຊອບນໍາພາໃນແຕ່ລະຈຸບ້ານພາຍໃນເມືອງ ໄດ້ເອົາໃຈໃສ່ນໍາພາການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊີ່ງເລີ່ມແຕ່ເດືອນມັງກອນ ປີ 2022 ເປັນຕົ້ນມາ ຫ້ອງການສາທາລະນະສຸກໄດ້ປຶກສາຫາລືວາງແຜນຈັດຕັ້ງປະຕິບັດ ແຕ່ງຕັ້ງພະນັກງານລົງກວດໜອນນໍ້າຍຸງລາຍຢ່າງເປັນຂະບວນການໃນແຕ່ລະບ້ານ ແຕ່ລະຄອບຄົວ ໃນ 6 ຈຸບ້ານທົ່ວເມືອງ ເລີ່ມຕັ້ງແຕ່ຕົ້ນປີ 2022 ຈົນເຖິງປັດຈຸບັນ ທົ່ວເມືອງສັງທອງມີກໍລະນີຕິດເຊື້ອທັງໝົດ 52 ກໍລະນີ ກວມເອົາ 14 ບ້ານ ຄື: ບ້ານເພຍລາດ ສໍາພັນນາ ດອນກາງຂອງ ຄົກເພິງ ຫ້ວຍຄໍາ ນາຫອຍ ຫີນສີ່ວ ໄຮ່ໃຕ້ ປາກແຖບ ໃຫຍ່ນາຈະເລີນ ກົ້ວ ໜອງບົວ ບ້ານກ້ວຍ ແລະ ບ້ານຊໍ້ ໃນນັ້ນ ຕິດຫຼາຍກວ່າໝູ່ແມ່ນບ້ານເພຍລາດ 29 ກໍລະນີ ແລະ ຍັງບໍ່ທັນມີກໍລະນີຜູ້ເສຍຊິວິດ.

    ເພື່ອໃຫ້ເຂົ້າໃຈເຖິງການໂຕ້ຕອບຕໍ່ພະຍາດໄຂ້ຍຸງລາຍຢູ່ພາຍໃນເມືອງສັງທອງ ແລະ ການມີສ່ວນຮ່ວມຂອງອົງການປົກຄອງ ພໍ່ແມ່ປະຊາຊົນບັນດາເຜົ່າທຸກພາກສ່ວນ ລວມທັງການຈັດຕັ້ງປະຕິບັດນະໂຍບາຍ 5 ປ ຢູ່ຊັ້ນທ້ອງຖິ່ນ ການຄຸ້ມຄອງກໍລະນີ ການກັນ ແລະ ຄວບຄຸມກໍລະນີ ການເຝົ້າລະວັງ ແລະ ການພັດທະນາຄວາມອາດສາມາດອື່ນໆໃນຂະແໜງສາທາລະນະສຸກ ເພື່ອໃຫ້ເຂົ້າໃຈຫຼາຍຂຶ້ນ ກ່ຽວກັບບົດບາດ ແລະ ປະສົບການຂອງຕາໜ່າງສາທາລະນະສຸກຂັ້ນທ້ອງຖີ່ນ ແລະ ອົງການປົກຄອງທ້ອງຖິ່ນ ໃນການຮັບມືກັບການລະບາດຂອງພະຍາດໄຂ້ຍຸງລາຍ ເປີດຂະບວນການຮ່ວມລົງກວດກາໜອນນໍ້າຍຸງລາຍຕາມຄົວເຮືອນຂອງການນໍາຂັ້ນສູນກາງ ການນໍານະຄອນຫຼວງ ອົງການປົກຄອງເມືອງ ອໍານາດການປົກຄອງບ້ານ ອສບ ແລະ ເປັນການໂຄສະນາປຸກຈິດສໍານືກໃຫ້ການປ້ອງກັນພະຍາດໄຂ້ຍຸງລາຍເປັນຂອງໜົດທຸກຄົນ.

# ຂ່າວ – ພາບ :  ວຽງມາ

error: Content is protected !!