ເຝິກອົບຮົມການນຳໃຊ້ຮ່າງປຶ້ມຄູ່ມືໃຫ້ສະມາຊິກສະພາປະຊົນແຂວງ

    ກອງປະຊຸມສໍາມະນາລະດົມຄວາມຄິດເຫັນໃສ່ຮ່າງປຶ້ມຄູ່ມື 2 ສະບັບຂອງສະພາແຫ່ງຊາດ ຈັດຂຶ້ນວັນທີ 12 ສິງຫາ 2022 ທີ່ເມືອງແປກ ແຂວງຊຽງຂວາງ ເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ມີບັນດາຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແຂວງຊຽງຂວາງ ແລະ ແຂວງຜົ້ງສາລີ ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ ບັນດາທ່ານຊ່ຽວຊານສ້າງຮ່າງປຶ້ມຄູ່ມື ແລະ ບັນດາທ່ານຄະນະກົມ ຕາງໜ້າອົງການເຮວວີຕັດ ແລະ ກອງເລຂາຊ່ວຍວຽກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

    ການເຝິກອົບຮົມຮ່າງປື້ມຄູ່ມື 2 ສະບັບ ຂອງສະພາແຫ່ງຊາດ ໃຫ້ບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈບັນດາຮ່າງເນື້ອໃນຂອງປື້ມຄູ່ມືດັ່ງກ່າວຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເພື່ອມອບຮ່າງປຶ້ມຄູ່ມືເຫຼົ່ານັ້ນໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງທີ່ໄດ້ຮັບການເຝິກອົບຮົມ ແລ້ວນຳໄປຈັດຕັ້ງປະຕິບັດທົດລອງ ແລະ ທາບທາມຄຳຄິດຄຳເຫັນນຳປະຊາຊົນຢູ່ພາຍໃນເມືອງຂອງຕົນ ແລະ ສືບຕໍ່ນຳມາປັບປຸງຮ່າງປຶ້ມຄູ່ມືໃຫ້ມີຄວາມໜັກແໜ້ນ ຮັດກຸມ ແລະ ສົມບູນຂຶ້ນ.

    ກອງປະຊຸມ ໄດ້ຮັບຟັງການສະເໜີຮ່າງປຶ້ມຄູ່ມືລົງພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຮັບຟັງການສະເໜີຮ່າງປຶ້ມຄູ່ມືການພິຈາລະນາ ແລະ ແກ້ໄຂສາຍດ່ວນ ຈາກບັນດານັກວິທະຍາກອນ ຈາກນັ້ນ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງປຶ້ມຄູ່ມືດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແທດເໝາະກັບການປະຕິບັດຕົວຈິງ ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຄະນະເລາທິການສະພາແຫ່ງຊາດຮ່ວມກັບທຶນຂອງອົງການເຮວວີຕັດ.

 # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!