ແຂ່ງຂັນທັກສະຄະນິດ ຄະນິດຕິດດາວ ຊິງແຊັມປະຈຳປີ 2022

    ສູນຄະນິດຕິດດາວສະຕາແມ໊ດ ຈັດການແຂ່ງຂັນ ທັກສະຄະນິດ ຄະນິດຕິດດາວ ຊິງແຊັມປະຈຳປີ 2022 ຂຶ້ນວັນທີ 13 ສິງຫາ 2022 ທີ່ສະຖາບັນ ບຸນເກີດ ສຶກສາ  ບີໄອເອສ ເມືອງນາຊາຍທອງ ນະຄອນ ຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ ຮ່ວມໃຈສາມັກຄີໃຫ້ໂອກາດ “ ໂດຍເຂົ້່າຮ່ວມມີຕາງໜ້າຈາກຫ້ອງການສຶກສາທິການ ແລະ ກິລາ ເມືອງນາຊາຍທອງ ສະມາຄົມການສຶກສາ ພາກເອກະຊົນ ເມືອງນາຊາຍທອງ ພະແນກພັດທະນາອົງກອນທຸລະກິດ ສະມາຊິກ ແລະ ຂໍ້ມູນຂ່າວສານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພໍ່ແມ່ຜູ້ປົກຄອງ ແລະນ້ອງໆນັກຮຽນທີ່ເຂົ້່າຮ່ວມແຂ່ງຂັນເຂົ້າຮ່ວມ.

    ຈຸດປະສົງ ຂອງການຈັດການແຂ່ງຂັນ ທັກສະຄະນິດ ຄະນິດຕິດດາວ ຊິງແຊັມປະຈຳປີ 2022 ໃນຄັ້ງນີ້ ກໍເພື່ອເປັນການເປີດໂອກາດ ສ້າງເວທີໃຫ້ເດັກນ້ອຍລາວ ໄດ້ມີເວທີໃນການສະແດງອອກ   ດ້ານທັກສະ ຄວາມສາມາດ ການຄິດໄລ່ເລກໄວ ເຊິ່ງເປັນພື້ນຖານທີ່ສຳຄັນທີ່ສຸດ ຂອງການພັດທະນາສະໝອງເດັກນ້ອຍໃນໄວຮຽນ ໃຫ້ເກີດມີສະຕິປັນຍາທີ່ດີເລີດ ເຊັ່ນ: ທັກສະດ້ານການສັງເກດ      ທັກສະການຄິດວິເຄາະ ທັກສະການແກ້ໄຂບັນຫາ ແລະ ທັກສະການໃຫ້ເຫດຜົນທີ່ດີ ເພື່ອເຮັດໃຫ້ເຍົາວະຊົນລາວມີຄວາມຮູ້-ຄວາມສາມາດ ກ້າວທັນລະດັບສາກົນ ຂຶ້ນໄປເທື່ອລະກ້າວ.

      ທ່ານ ອາຈານ ດາວເດືອນ ເຮືອງສະຫວັດ ປະທານຜູ້ກໍ່ຕັ້ງ ສູນຄະນິດນິດດາວ ສະຕາແມ໊ດ     ກ່າວວ່າ: ໂດຍອີງຕາມ ແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ໃນການສົ່ງເສີມເປີດກ້ວາງ ການຈັດການຮຽນ-ການສອນ ສົ່ງເສີມການຮຽນຮູ້ ແບບຫຼາກຫຼາຍແລະ ຫຼັກສູດຄະນິດຕິດດາວສະຕາແມ໊ດ ເປັນຫຼັກສູດທີ່ພັດທະນາຂຶ້ນດ້ວຍປະສົບການ ໃນການເຮັດວຽກກ່ຽວກັບການສຶກສາມານັບ ​10ປີ ເປັນຫຼັກສູດຂອງຄົນລາວ100% ສ້າງຂຶ້ນບົນພື້ນຖານການສຶກສາຍຸກໃໝ່ ຍຸກ4.0 ເພື່ອພັດທະນາສະຕິປັນຍາຂອງເດັກນ້ອຍລາວ ໃນຍຸກໃໝ່ ຍຸກແຫ່ງການປ່ຽນແປງ-ຍຸກແຫ່ງຄວາມໄວດ້ານຂໍ້ມູນຂ່າວສານ ເປັນການພັດທະນາທັກສະທີ່ດີ.

    ການຈັດການແຂ່ງຂັນໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກບໍລິສັດ ເອເຄ ຈະເລີນຊັບ ບໍລິສັດ ຊິດຕີ້ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ວິສາຫະກິດ ສະຫວັນນາລີ ໜ່ວຍຂຸດຄົ້ນ ຫີນ-ຊາຍ ບໍລິສັດ ອີດີຊີ ທີ່ປຶກສາ ບໍລິສັດ ບາລະມີ ການຄ້າ ແລະບໍລິສັດ ເບຍລາວ ຈຳກັດ.

    ການແຂ່ງຂັນໃນຄັ້ງນີ້ ມີນັກຮຽນເຂົ້າຮ່ວມທັງໝົດ 150 ຄົນ ຈາກຫຼາກຫຼາຍໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາໂຮງຮຽນ ທີ່ມາຈາກຕ່າງແຂວງຈຳນວນໜຶ່ງ ຊຶ່ງການຈັດການແຂ່ງຂັນໄດ້ແບ່ງອອກເປັນ 2 ລຸ້ນ ຄື: ລຸ້ນ A  ອາຍຸ 6-8 ປີ ແລະ ລຸ້ນ B ອາຍຸ 8-11 ປີການແຂ່ງຂັນທຸກລຸ້ນ ແມ່ນແກ້ຂໍ້ສອບ 3 ປະເພດ  ຄື: ໂຈດທັກສະການຟັງ ອ່ານຄຳປາກເປົ່າ ບວກ-ລົບເລກ 4 ຊັ້ນ 2 ຫຼັກ ຈໍານວນ 50 ຂໍ້ ຂໍ້ສອບແກ້ຕາມໂຈດ ບວກ-ລົບເລກ 4 ຊັ້ນ 2 ຫຼັກ ຈໍານວນ 100 ຂໍ້ ໃຊ້ເວລາ 15 ນາທີ; ໂຈດທັກສະຄະນິດ-ຄະນິດຄິດວິເຄາະ 18 ຂໍ້  (ລວມ 168 ຂໍ້ສອບ) ຄັດເອົາຜູ້ທີ່ມີຄະແນນສູງສຸດ ທີ 1 ທີ 2 ແລະ ທີ 3.

ຜ່ານການແຂ່ງຂັນ ລຸ້ນ  A

   ຜູ້ຊະນະເລີດທີ 1 ໄດ້ແກ່ ນ້ອງນາງ ນັນທິດາ ອິດທະວົງ ອາຍຸ 7 ປີ ຈາກໂຮງຮຽນ ວິຊະນຸວິທະຍາ ນະຄອນປາກເຊ ແຂວງຈຳປາສັກ ໄດ້ 155 ຄະແນນໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມທຶນການສຶກສາ ເປັນເງິນສົດ 1 ລ້ານກີບ; ອັນດັບ 2 ໄດ້ແກ່ ນ້ອງ ນາງ ອາລາຢາ ພົນວິຈິດ ອາຍຸ 7 ປີ ຈາກໂຮງຮຽນ ເສກກະສັດ ນະຄອນຫຼວງວຽງຈັນ ໄດ້ 150 ຄະແນນ ຮັບຂັນລາງວັນ 1 ໜ່ວຍ ພ້ອມທຶນການສຶກສາ ເປັນເງິນສົດ 7 ແສນກີບ ອັນດັບທີ 3 ໄດ້ແກ່ນ້ອງນາງ  ສຸດທິດາ ສອນວິຈິດ ອາຍຸ 8 ປີ ຈາກໂຮງຮຽນບຸນເກີດ ນະຄອນຫຼວງວຽງຈັນ ໄດ້ 150 ຄະແນນ ຮັບຂັນລາງວັນ 1 ໜ່ວຍ ພ້ອມທຶນການສຶກສາ ເປັນເງິນສົດ 5 ແສນກີບ.

   ສຳລັບລຸ້ນ B

   ຜູ້ຊະນະເລີດທີ 1 ໄດ້ແກ່ນ້ອງນາງ  ພອນທິມົນ ສີຫາລາດ ອາຍຸ 10 ປີ ຈາກໂຮງຮຽນສົມປັນຍາ ນະຄອນຫຼວງວຽງຈັນໄດ້ 165 ຄະແນນຮັບຂັນລາງວັນ 1 ໜ່ວຍ ພ້ອມທຶນການສຶກສາ ເປັນເງິນສົດ 1 ລ້ານກີບ ອັນດັບ 2 ໄດ້ແກ່ນ້ອງນາງ ບິດາລັກ ດວງດາລາ ອາຍຸ 9 ປີ ຈາກໂຮງຮຽນວິຊະນຸວິທະຍາ ນະຄອນປາກເຊ ແຂວງຈຳປາສັກ ໄດ້ 163 ຄະແນນ ຮັບຂັນລາງວັນ 1 ໜ່ວຍ ພ້ອມທຶນການສຶກສາ ເປັນເງິນສົດ  7 ແສນກີບ ອັນດັບທີ 3 ໄດ້ແກ່ທ້າວ ສຸລິວັນ ດວງປັນຍາ ອາຍຸ 9 ປີ ຈາກໂຮງຮຽນບຸນເກີດ ນະຄອນຫຼວງວຽງຈັນ ໄດ້ 160 ຄະແນນ ຮັບຂັນລາງວັນ 1 ໜ່ວຍ ພ້ອມທຶນການສຶກສາ ເປັນເງິນສົດ 5 ແສນກີບ.

   ນອກນັ້ນຜູ້ເຂົ້າຮ່ວມການແຂ່ງຂັນທຸກຄົນ ແມ່ນໄດ້ຮັບຫຼຽນລາງວັນຊົມເຊີຍ ຖ້າຫາກວ່າ ສະຖານການສຶກສາໃດ ມີຄວາມສົນໃຈໃນຫຼັກສູດ ຄະນິດຕິດດາວສະຕາແມ໊ດ ເພື່ອພັດທະນາລູກຫຼານ ແລະ ນ້ອງໆນັກຮຽນ ໃນໂຮງຮຽນຂອງທ່ານ ໃຫ້ມີຄຸນນະພາບ ທຽບທັນລະດັບສາກົນ ສາມາດຕິດຕໍ່ສອບຖາມ ຂໍ້ມູນເພີ່ມເຕີມໄດ້ທີ່ເບີ : 020 5547 9961 ສະຖາບັນບຸນເກີດ ສຶກສາ BIS ບ້ານໄຊມຸງຄຸນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

error: Content is protected !!