6 ເດືອນຕົ້ນປີ ເມືອງສັງທອງເກັບລາຍຮັບເຂົ້າງົບປະມານໄດ້ 49,65%

    ວັນທີ 12 ສິງຫາ 2022 ທ່ານ ເກສອນ ຈັນທະສອນ ຫົວໜ້າຫ້ອງການ-ການເງິນ ເມືອງສັງທອງ ໄດ້ໃຫ້ສໍາພາດວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ນັບແຕ່ຕົ້ນເດືອນມັງກອນ ຫາເດືອນມິຖຸນາ ຫ້ອງການ-ການເງິນ ຂອງພວກເຮົາໄດ້ສຸມໃສ່ຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 5.484.353.590 ກີບ ໃນນັ້ນ ຮັບຈາກຂະແໝງອາກອນ 4.736.649.890 ກີບ ຊັບສິນຂອງລັດ 747.703.700 ກີບ ທຽບໃສ່ແຜນການປີ ປະຕິບັດໄດ້ 49,65% ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 581.519.354 ກີບ ເທົ່າກັບ 5,26%.

    ທົ່ວເມືອງສັງທອງ ມີຫົວໜ່ວຍທຸລະກິດທັງໝົດ 600 ຫົວໜ່ວຍ ໃນນັ້ນ ເມືອງຄຸ້ມຄອງ 3  ພື້ນຖານ 102 ຫົວໜ່ວຍ ແລະ ຄຸ້ມຄອງ 455 ຫົວໜ່ວຍ ນອກຈາກນັ້ນ ຍັງໄດ້ເອົາໃຈໃສ່ຊຸກຍູ້ການເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນທ້າຍປີ 2022 ໃຫ້ໄດ້ຕາມແຜນການທີ່ຄາດຄະເນໄວ້ ແມ່ນຈະຕ້ອງໄດ້ເອົາໃຈໃສ່ຫັນເອົາພະນັກງານຂະແໜງລາຍຮັບລົງຊ່ວຍບ້ານ ເພື່ອປຸກລະດົມໂຄສະນາ ໃຫ້ສໍານັກງານອົງການ-ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງສັງທອງ ໃຫ້ມາປະກອບພັນທະເສຍຄ່າທໍານຽມນໍາໃຊ້ທີ່ດິນ ແລະ ເສຍຄ່າທາງປະຈໍາປີຕາມທີ່ໄດ້ກໍານົດເວລາໄວ້.

# ຂ່າວ – ພາບ : ວຽງມາ

error: Content is protected !!