ສະພາປະຊາຊົນແຂວງອັດຕະປື ໄຂກອງປະຊຸມສະໄໝສາມັນເທື່ອທີ 3

     ກອງປະຊຸມສະໄມສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ II ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 15 ສິງຫາ 2022 ທີ່ສະພາປະຊາຊົນແຂວງ ໂດຍເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງອັດຕະປື ມີທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17 ແລະ ສະມາຊິກສະພາປະຊາຊົນແຂວງ ບັນດາການນໍາແຂວງ ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

   ທ່ານ ນາງ ມີນາພອນ ໄຊສົມພູ ກ່າວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທົ່ວພັກ-ລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ບັນດາມະຕິກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໂດຍສະເພາະ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ຂອງແຂວງ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານ.

   ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້ ຈະໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນຂອງທ້ອງຖີ່ນ ກອງປະຊຸມແມ່ນຈະໄດ້ດໍາເນີນເປັນເວລາ 3 ວັນ ເພື່ອຮັບປະກັນໃນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງໃນຄັ້ງນີ້ ໃຫ້ບັນລຸຜົນຕາມແຜນການທີ່ວາງໄວ້ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈະໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ ປະກອບຄໍາເຫັນໃນທຸກໆບັນຫາຢ່າງຖີ່ຖ້ວນ ພາວະວິໄສ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງແຂວງ ກໍຄືບັນດາເຂດເລືອກຕັ້ງເມືອງ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາຮັບ ຮອງຄັ້ງນີ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!