ບໍລິສັດ HOLLY ຜະລິດຖົງມືສົ່ງອອກຕ່າງປະເທດ 6 ລ້ານຄູ່ຕໍ່ປີ

    ບໍລິສັດ ຫ້າວລີ້ ຜະລິດແຜ່ນແພ ອາຊີ ຈຳກັດ (HOLLY) ທີ່ຕັ້ງຢູ່ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ ຜະລິດຖົງມືຄຸນນະພາບສູງ ສົ່ງອອກໄປຈໍາໜ່າຍຢູ່ຕ່າງປະເທດ ໂດຍສະເພາະບັນດາປະເທດໃນເອີຣົບ ອາເມຣິກາ ແລະ ອົດສະຕຣາລີ ສະເລ່ຍ 6 ລ້ານຄູ່ຕໍ່ປີ.

    ທ່ານ ຫຼານໂປ່ ຕາງໜ້າບໍລິສັດ ຫ້າວລີ້ ຜະລິດແຜ່ນແພ ອາຊີ ຈຳກັດ ໃຫ້ສໍາພາດວັນທີ 10 ສິງຫາ 2022 ວ່າ: ບໍລິສັດ ຫ້າວລີ້ ຜະລິດແຜ່ນແພ ອາຊີ ຈຳກັດ ຕັ້ງຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ເປັນບໍລິສັດທີ່ຜະລິດຖົງມືຊື່ດັງຈາກ ສປ ຈີນ ມາລົງທຶນຢູ່ເຂດແຫ່ງນີ້ ມູນຄ່າການລົງທຶນ 10 ລ້ານຢວນ ສ້າງຂຶ້ນໃນເດືອນພຶດສະພາ 2022 ປັດຈຸບັນ ໄດ້ດຳເນີນການຜະລິດແລ້ວ ໂດຍມີກຳລັງການຜະລິດປະມານ 6 ແສນຄູ່ຕໍ່ເດືອນ ສະເລ່ຍ 6 ລ້ານຄູ່ຕໍ່ປີ ໃນນີ້ ມີຫຼາຍກວ່າ 1.000 ຜະລິດຕະພັນ ເປັນຕົ້ນ ຖົງມືກ່ຽວກັບກີລາ ການກໍ່ສ້າງ ກະສິກໍາ ແລະ ອື່ນໆ ນອກນີ້ ຍັງສາມາດຜະລິດຕາມຄວາມຕ້ອງການຂອງລູກຄ້າ ໂດຍຜະລິດຕະພັນຖົງມືຂອງບໍລິສັດໄດ້ຮັບການຍອມຮັບຈາກສາກົນ ເພາະເປັນຜະລິດຕະພັນທີ່ມີຄຸນນະພາບສູງ ໂດຍສົ່ງໄປຈຳໜ່າຍຢູ່ຕ່າງປະເທດ ເຊັ່ນ: ບັນດາປະເທດໃນເອີຣົບ ອາເມຣິກາ ແລະ ອົດສະຕຣາລີ ລວມຍອດການຈໍາໜ່າຍມາເຖິງປັດຈຸບັນ 10 ລ້ານກວ່າໂດລາສະຫະລັດ.

    ວັດຖຸດິບສ່ວນໃຫຍ່ ນຳມາຈາກປະເທດຈີນ ປັດຈຸບັນມີພະນັກງານ 150 ຄົນ ໃນນີ້ ເປັນຄົນລາວ 147 ຄົນ ແລະ ວິຊາການຈາກຈີນຈຳນວນໜຶ່ງ ນອກນີ້ ພວກເຮົາກໍກຳລັງຮັບພະນັກງານເພີ່ມ ເພື່ອສືບຕໍ່ປະຕິບັດແຜນການຂະຫຍາຍການຜະລິດໄລຍະ 2 ເຊິ່ງໄລຍະຜ່ານມາ ນອກຈາກບໍລິສັດຈະສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວເປັນຈໍານວນຫຼາຍແລ້ວ ພວກເຮົາໄດ້ປະຕິບັດພັນທະພາສີອາກອນໃຫ້ລັດຖະບານລາວຢ່າງຖືກຕ້ອງ ແລະ ທັນສະພາບການ.

    ທ່ານ ຫຼານໂປ່ ກ່າວຕື່ມອີກວ່າ: ສໍາລັບຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດໃນໄລຍະຜ່ານມາ ແມ່ນບັນຫາການຂົນສົ່ງ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ພາຍຫຼັງທີ່ໄດ້ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນມາ ເຖິງວ່າປັດຈຸບັນພວກເຮົາຍັງບໍ່ໄດ້ໃຊ້ບໍລິການ ແຕ່ເຊື່ອວ່າມັນຈະຊ່ວຍອຳນວຍຄວາມສະດວກໃນການຂົນສົ່ງວັດຖຸດິບມາສະໜອງໃຫ້ບໍລິສັດວ່ອງໄວຂຶ້ນ ແລະ ເພີ່ມຊ່ອງທາງໃນການຂົນສົ່ງສິນຄ້າ ແລະ ຂະຫຍາຍຕະຫຼາດໃຫ້ກວ້າງຂວາງກວ່າເກົ່າ.

# ຂ່າວ – ພາບ : ສະບາໄພ

error: Content is protected !!