ເຈົ້າແຂວງຊຽງຂວາງ ລົງຢ້ຽມຢາມ ແລະ ພົບປະພະນັກງານ LaoVietBank ສາຂາຊຽງຂວາງ

    ຕອນເຊົ້າວັນທີ 12 ສິງຫາ 2022 ຜ່ານມານີ້ ທີ່ສຳນັກງານທະນາຄານຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ (LaoVietBank) ສາຂາຊຽງຂວາງ ໄດ້ຈັດພິທີຕ້ອນຮັບການຢ້ຽມຢາມຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນສ້າງຕັ້ງສາຂາຄົບຮອບ 10 ປີ.

    ພິທີດັ່ງກ່າວ ທ່ານ ບູຍເຈື່ອງຢາງ ຫົວໜ້າທະນາຄາ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ສາຂາຊຽງຂວາງ ໄດ້ລາຍງານໂດຍຫຍໍ້ ຜົນການດຳເນີນທຸລະກິດ ແລະ ວຽກງານຊ່ວຍເຫຼືອສັງຄົມຂອງສາຂາຊຽງຂວາງໃນໄລຍະຜ່ານມາ. LaoVietBank ສາຂາຊຽງຂວາງ ເປັນໜຶ່ງໃນບັນດາທະນາຄານທຸລະກິດຢູ່ແຂວງຊຽງຂວາງ ທີ່ມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ປະກອບສ່ວນເຂົ້າງົບປະມານຂອງແຂວງເປັນປົກກະຕິ. ນອກຈາກວຽກງານວິຊາສະເພາະ ສາຂາຍັງເອົາໃຈໃສ່ເປັນພິເສດ ຕໍ່ກັບວຽກງານຊ່ວຍເຫຼືອສັງຄົມ. ເຊິ່ງໃນໄລຍະຜ່ານມາ ຫຼາຍຄັ້ງທີ່ສາຂາໄດ້ແບ່ງປັນນ້ຳໃຈຊ່ວຍເຫຼືອຜູ້ທຸກຍາກຢູ່ເຂດຊົນນະບົດຫ່າງໄກສອກຫຼີກ.

    ໃນພິທີ ທ່ານ ບຸນຈັນ ສີວົງພັນ ໄດ້ມີຄຳເຫັນພົບປະໂອ້ລົມກັບພະນັກງານ ການນຳສາຂາ ແລະ ຍັງໄດ້ກ່າວຕີລາຄາສູງ ຕໍ່ກັບວຽກງານວິຊາສະເພາະ ໝາກຜົນຂອງການດຳເນີນທຸລະກິດ ແລະ ການປະກອບສ່ວນຊ່ວຍເຫຼືອສັງຄົມຂອງ LaoVietBank ສາຂາຊຽງຂວາງໃນໄລຍະຜ່ານມາ. ເນື່ອງໃນໂອກາດວັນສ້າງຕັ້ງສາຂາຄົບຮອບ 10 ປີ ທ່ານເຈົ້າແຂວງໄດ້ມອບກະຕ່າດອກໄມ້ເປັນຂອງຂວັນ ແລະ ອວຍພອນໃຫ້ສາຂານັບມື້ນັບພັດທະນາຍິ່ງໆຂຶ້ນ.

    ຕອນທ້າຍພິທີ ທ່ານ ບູຍເຈື່ອງຢາງ ຫົວໜ້າສາຂາ ໄດ້ກ່າວສະແດງຄວາມຂອບໃຈມາຍັງການນໍາແຂວງ ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໄຍ ໄດ້ລົງມາຢ້ຽມຢາມຖາມຂ່າວ ອວຍພອນໃນໂອກາດວັນສຳຄັນ ແລະ ທ່ານ ບູຍເຈື່ອງຢາງ ຍັງໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານເຈົ້າແຂວງ.

    ການລົງມາຢ້ຽມຢາມໃນຄັ້ງນີ້ ຍິ່ງມີຄວາມໝາຍ ເມື່ອທ່ານເຈົ້າແຂວງພ້ອມດ້ວຍຄະນະ ແລະ ພະນັກງານສາຂາ ເດີນທາງໄປວາງພວງມາລາຢູ່ຕໍ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ອະນຸສາວະລີຮ່ວມສຳພັນນົກຮົບນິລະນາມ ລາວ – ຫວຽດນາມ ເພື່ອລະນຶກເຖິງຄຸນງາມຄວາມດີຂອງຜູ້ນຳແສນເຄົາລົບຮັກ ແລະ ນັກຮົບປະຕິບັດ..

.

 # ຂ່າວ – ພາບ :  ທະນາຄານລາວ-ຫວຽດ

error: Content is protected !!