ສື່ມວນຊົນ ພົບປະຄະນະນຳເມືອງຄຳ ແລະ ລົງປຸກລະດົມປະຊາຊົນ ສັກວັກຊິນປ້ອງກັນພະຍາດ ໂຄວິດ-19

    ວັນທີ 12 ສິງຫາ 2022 ຜ່ານມາ ຄະນະສື່ມວນຊົນ ນຳພາໂດຍທ່ານ ວັນນະສິນ ສິມມາວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະທ່ານ ໄຊຍະແສງ ຄຳຟອງ ຮອງເລຂາພັກເມືອງໆຄຳ ແຂວງຊຽງຂວາງ ເພື່ອຮັບຟັງລາຍງານການຈັດຕັ້ງປະຕິບັດຂະບວນການສັກວັກຊິນກັນພະຍາດໂຄວິດ-19 ແລະ ການສັກຢາກັນພະຍາດຮອບປົກກະຕິ.

    ໂອກາດດັ່ງກ່າວ ທ່ານ ດຣ ທອງໃບ ສີຫາລາດ ຫົວໜ້າຫ້ອງການສາທາເມືອງຄຳ ໄດ້ລາຍງານວ່າ: ການລົງປຸກລະດົມຊຸມຊົນ ເປັນວຽກໜຶ່ງທີ່ສໍາຄັນ ແລະ ຈໍາເປັນທີ່ສຸດໃນວຽກງານການໃຫ້ບໍລິການສັກວັກຊິນກັນພະຍາດ ເຊິ່ງໄລຍະຜ່ານມາ ໄດ້ຮັບການເອົາໃຈໃສ່ຈາກການນຳຂັ້ນແຂວງ ເມືອງ ຮ່ວມກັບຫ້ອງການສາທາເມືອງ ລົງເຄື່ອນໄຫວປຸກລະດົມຊຸມຊົນ ໂດຍຫ້ອງການສາທາລະນະສຸກເມືອງ ຮ່ວມກັບຄະນະກຳມາທິການເພື່ອແມ່ ແລະ ເດັກ ຂັ້ນເມືອງ ໄດ້ລົງຊ່ວຍປຸກລະດົມພໍ່ແມ່ປະຊາຊົນບາງບ້ານທີ່ມີຄວາມຫຍຸ້ງຍາກໃນການມາຮັບວັກຊິນ ໂດຍສົມທົບກັບວຽກງານຕິດຕາມຊຸກຍູ້ໂຮງໝໍນ້ອຍ ທາງດ້ານເຕັກນິກວິຊາການ ການບັນທຶກ ແລະ ການລາຍງານ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເຫັນວ່າ ປະຊາຊົນຈໍານວນໜ້ອຍໜຶ່ງຍັງບໍ່ເຂົ້າໃຈ ບໍ່ສົນໃຈ ຕໍ່ກັບວຽກງານການໃຫ້ວັກຊິນປ້ອງກັນພະຍາດ ນອນປະຈຳຢູ່ໄຮ່ ສວນ ບໍ່ມາຮັບວັກຊິນກັນພະຍາດຕາມການນັດໝາຍ ແລະ ຈຳນວນໜຶ່ງແມ່ນບໍ່ຍອມຮັບໃນວຽກງານສັກຢາກັນພະຍາດ ອ້າງແຕ່ວ່າລູກບໍ່ສະບາຍ ເຖິງວ່າທີມງານຈະຖືອຸປະກອນກວດກາເບື້ອງຕົ້ນໄປນຳກໍຕາມ ກວດຕອນສວາຍ ພັດອ້າງວ່າໄຂ້ກາງຄືນ ຖ້າຈະສັກ ແພດຕ້ອງຮັບຜິດຊອບຕໍ່ເດັກຄົນນັ້ນທຸກກໍລະນີທີ່ເກີດຂຶ້ນໃນພາຍໜ້າ ຈຳນວນພະນັກງານກໍມີໜ້ອຍ ຈໍານວນໜຶ່ງຍັງຂາດຄວາມຮູ້ ຄວາມສາມາດ ປະສົບການ ທັກສະ ໃນການປຸກລະດົມຊຸມຊົນ ເພື່ອໃຫ້ເຂົ້າຮ່ວມໃນວຽກງານ ການໃຫ້ວັກຊິນກັນພະຍາດ.

   ເມືອງຄຳ ມີທັງໝົດ 90 ບ້ານ ມີປະຊາກອນ 52.259 ຄົນ ຍິງ 25.744 ຄົນ ມີ 148 ຈຸດໃຫ້ບໍລິການໃຫ້ວັກວັກຊິນກັນພະຍາດ ປະກອບມີ ໂຮງໝໍຊຸມຊົນເມືອງ 1 ແຫ່ງ ໂຮງໝໍນ້ອຍ 10 ແຫ່ງ ສະເພາະໄລຍະ 7 ເດືອນ ປີ 2022 ກຸ່ມເປົ້າໝາຍອາຍຸແຕ່ 6 ປີຂຶ້ນໄປ ໄດ້ຮັບວັກຊິນເຂັມທີ 1 ທັງໝົດ 9.131 ຄົນ ເທົ່າກັບ 20,08% ເຂັມທີ 2 ໄດ້ 11.063 ຄົນ ເທົ່າກັບ 24,32% ເຂັມກະຕຸ້ນຄັ້ງທີ 1 ໄດ້ 11.747 ຄົນ ເທົ່າກັບ 25,83% ແລະ ເຂັມກະຕຸ້ນຄັ້ງທີ 2 ໄດ້ 1.187 ຄົນ ເທົ່າກັບ 02,61%.

   ຈາກນັ້ນ ຄະນະສື່ມວນຊົນ ແລະ ຄະນະນໍາເມືອງຄໍາ ໄດ້ເຄື່ອນໄຫວຕິດຕາມຂະບວນການສັກຢາປ້ອງກັນໂຄວິດ-19 ຢູ່ບ້ານນໍ້າຈາກ ເມືອງຄໍາ ແຂວງຊຽງຂວາງ ເຊິ່ງເຫັນວ່າປະຊາຊົນຈໍານວນຫຼາຍມາຮັບວັກຊິກປ້ອງກັນພະຍາດໂຄວິດ-19 ໃນນັ້ນ ມີຜູ້ມາຮັບວັກຊິນເຂັມ 1 ເຂັນ 2 ແລະ ເຂັມ 3.

# ຂ່າວ – ພາບ : ວຽງມາ

error: Content is protected !!