ຍີ່ປຸ່ນ ຈັດຕັ້ງໜ່ວຍອະວະກາດ ຮັບມືໄພຄຸກຄາມຈາກເຕັກໂນໂລຊີອະວະກາດ

ນາ­ຍົກ­ລັດ­ຖະ­ມົນ­ຕີ​ຍີ່­ປຸ່ນ ທ່ານ ຊິນ​ໂຊ ອາ​ເບະ ປະ­ກາດ​ໃນວັນ​ຈັນ​ທີ 11 ພຶດ­ສະ­ພາ​ຜ່ານ​ມາ​ວ່າ ຍີ່­ປຸ່ນ​ຈະ​ຈັດ​ຕັ້ງ​ໜ່ວຍ​ປ້ອງ​ກັນ​ທາງ​ອະ­ວະ­ກາດ ​ເພື່ອ​ປົກ​ປ້ອງ​ປະ­ເທດ​ຈາກ​ໄພ​ຄຸກ​ຄາມ​ຕ່າງໆ ໃນ​ໄລ­ຍະ​ເວ­ລາ​ທີ່​ປະ­ເທດ​ທີ່​ເປັນ​ສັດ­ຕູ​ກັບ​ຍີ່­ປຸ່ນ ກຳ­ລັງ​ພັດ­ທະ­ນາ​ຂີ​ປະ​ນາ​ວຸດ ແລະ ເຕັກ​ໂນ​ໂລ​ຊີ​ດ້ານ​ອະ­ວະ­ກາດ​ສະ­ໄໝ​ໃໝ່​ກັນ​ຢ່າງ​ຄຶກ­ຄັກ.

“ໜ່ວຍ​ປະ­ຕິ­ບັດ​ການ​ດ້ານ​ອະ­ວະ­ກາດ​ຂອງ​ຍີ່­ປຸ່ນ” ຫຼື Space Domain Mission Unit ຈະ​ຢູ່​ໃນ​ສັງ­ກັດ​ຂອງກອງ​ກຳ­ລັງ​ປ້ອງ​ກັນ​ຕົນ​ເອງ​ທາງ​ອາ­ກາດ ແລະ ຈະ​ເລີ່ມ​ພາ­ລະ­ກິດ​ຕັ້ງ­ແຕ່​ເດືອນ​ເມ­ສາ​ນີ້​ເປັນ­ຕົ້ນ​ໄປ ໂດຍ​ຈະ​ເຮັດ​ວຽກ​ໃກ້­ຊິດ​ກັບ​ກອງ​ບັນ­ຊາ​ການ​ອະ­ວະ­ກາດ​ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ທີ່​ປະ­ທາ­ນາ­ທິ­ບໍ­ດີ ໂດນັລ ທຣຳ ຫາ​ກໍ​ເປີດ​ຕົວ​ເມື່ອ​ໄວໆ​ນີ້ ແລະ ສຳ­ນັກ­ງານ​ສຳ​ຫຼວດ​ອະ­ວະ­ກາດ​ຂອງ​ຍີ່­ປຸ່ນ ຫຼື JAXA ດ້ວຍ.

ລັດ­ຖະ­ບານ​ນະ­ຄອນ­ຫຼວງ​ໂຕ​ກຽວ ຈະ​ຈັດ​ສັນ​ງົບ­ປະ­ມານປະ­ມານ 51.000 ລ້ານ​ເຢນ ຫຼື​ປະ­ມານ 460 ລ້ານ​ໂດ​ລາ​ສະ­ຫະ­ລັດ ສຳ­ລັບ​ໜ່ວຍ​ງານ​ໃໝ່​ນີ້ ໂດຍ​ຂະ­ນະ​ນີ້ ກຳ­ລັງ​ລໍ­ຖ້າ​ການ​ຮັບ­ຮອງ​ຈາກ​ລັດ​ຖະ​ສະ­ພາ​ຍີ່­ປຸ່ນ.

ນາ­ຍົກ­ລັດ­ຖະ­ມົນ­ຕີ ຊິນ​ໂຊ ອາ​ເບະ ກ່າວ​ເປີດ​ຕົວ​ໜ່ວຍ​ງານ​ໃໝ່​ ລະ­ຫວ່າງ​ການ​ເປີດ​ປະ­ຊຸມ​ລັດ​ຖະ​ສະ­ພາ​ໃນ​ວັນ​ຈັນ ໂດຍ​ບອກ​ວ່າ ພາ­ລະ­ກິດ​ສຳ­ຄັນ​ຂອງ​ໜ່ວຍ​ງານ​ນີ້ ຍັງ​ລວມ​ເຖິງ​ການ​ປ້ອງ​ກັນ​ໄພ​ຄຸກ​ຄາມ​ຈາກ​ໂລກ​ໄຊ​ເບີ ແລະ ຈາກ​ການ​ໃຊ້​ຄື່ນ​ແມ່​ເຫຼັກ​ໄຟ­ຟ້າ​ລົບ​ກວນ​ດາວ​ທຽມ​ຂອງ​ຍີ່­ປຸ່ນ​ທີ່­ຢູ່​ນອກ​ໂລກ ທ່າມ­ກາງ​ຄວາມ​ກັງວົນ​ວ່າ ຣັດ​ເຊຍ ແລະ ຈີນ ມັກ​ໃຊ້​ວິ­ທີ​ດັ່ງ­ກ່າວ​ໃນ​ການ​ສອດ­ແນມ ຫຼື​ທຳ­ລາຍ​ດາວ​ທຽມ​ຂອງ​ຍີ່­ປຸ່ນ.

ສຳ­ລັບ​ຖານ​ບັນ­ຊາ​ການ​ຂອງ​ໜ່ວຍ​ປະ­ຕິ­ບັດ​ການ​ດ້ານ​ອະ­ວະ­ກາດ​ຂອງ​ຍີ່­ປຸ່ນ ຈະ​ຕັ້ງ​ຢູ່​ທີ່​ຖານ​ທັບ​ອາ­ກາດ​ຟູ ຊຸ ຊານ ​ນະ­ຄອນ­ຫຼວງ​ໂຕ​ກຽວ ໂດຍ​ໃນ​ໄລ­ຍະ​ເລີ່ມ​ຕົ້ນ ຈະ​ມີ​ເຈົ້າ​ໜ້າ­ທີ່​ປະ­ຈຳ­ການ​ປະ­ມານ 20 ຄົນ ກ່ອນ​ທີ່​ຈະ​ຂະ­ຫຍາຍ​ຈຳ­ນວນ​ເຈົ້າ​ໜ້າ­ທີ່​ໃນ​ໄລ­ຍະ​ປີ 2022.

error: Content is protected !!