52 ວັນ ການຕິດເຊື້ອບໍ່ມີ ພ້ອມຂ່າວດີ ມື້ນີ້ມີ 2 ກໍລະນີ ປິ່ນປົວດີໄດ້ອອກໂຮງໝໍ

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 3 ມິຖຸນາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19) ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17:00 ໂມງ ຂອງວັນທີ 2 ມິຖຸນາ 2020 ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1.930 ຄົນ ຈຸດຜ່ານດ່ານລາວ-ໄທ 1.253 ຄົນ ໃນນັ້ນ ມີແຮງງານລາວເຂົ້າມາໂດຍຜ່ານດ່ານວັງເຕົ່າ-ຊ່ອງເມັກ ມີ 73 ຄົນ ແລະ ຜ່ານດ່ານຂົວມິດຕະພາບ II ມີ 13 ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 1.167 ຄົນ  ຈຸດຜ່ານດ່ານລາວ-ຈີນ 20 ຄົນ  ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດນາມ 657 ຄົນ ທັງໝົດແມ່ນຄົນຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ກຳປູເຈຍ 0 ຄົນ ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 0 ຄົນ ທຸກຄົນໄດ້ແທກອຸນຫະພູມຮ່າງກາຍ ແລະ ກວດຫາອາການຜິດປົກກະຕິ ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງແຮງງານມາກວດແລ້ວນຳສົ່ງໄປຈຳກັດບໍລິເວນຢູ່ສະຖານທີ່ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

    ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 2 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 242 ຄົນ ໃນນັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 237 ຄົນ ກໍລະນີສົງໄສ 2 ຄົນ ແລະ ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 3 ຄົນ ມາກວດຄືນເປັນຄັ້ງທີ 2 (ນໍ້າເບີ 7 10 ແລະ 17) ຜົນກວດແຮງງານລາວ ແລະ ກໍລະນີສົງໄສທັງໝົດ ທີ່ກວດມື້ວານນີ້ບໍ່ພົບເຊື້ອ.

    ສໍາລັບຄົນເຈັບນອນປິ່ນປົວຢູ່ໂຮງໝໍມິດຕະພາບ 3 ຄົນ ມາກວດຄັ້ງທີສອງແມ່ນໃຫ້ຜົນລົບ 2 ຄົນ ແລະ ບວກ 1 ຄົນ ໝາຍຄວາມວ່າໃນວັນທີ 2 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່ ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 2 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 7.491 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (52 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

# ຂ່າວ & ພາບ: ສີພອນ

error: Content is protected !!