ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ

    ພິທີໂຮມຊຸມນຸມ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ ໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2022 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ມີທ່ານຮອງລັດຖະມົນຕີ ອະດີດພະນັກງານອາວຸໂສບໍານານ ພ້ອມດ້ວຍ ສື່ມວນຊົນ ທຸກຂະແໜງການ ອ້ອມຂ້າງສູນກາງ ເຂົ້າຮ່ວມ.

    ໂອກາດດຽວກັນນີ້ ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ໃນໄລຍະ 72 ປີ ແຫ່ງການສ້າງຕັ້ງສື່ມວນຊົນ ແລະ ການພິມ ຈຳໜ່າຍ ກໍຄື 47 ປີແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຜ່ານມາສື່ມວນຊົນ ແລະ ການພິມຈຳໜ່າຍ ທຸກອົງການທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ເຕີບໃຫຍ່ເຂັ້ມແຂງ ໄດ້ປະກອບສ່ວນຢ່າງສຳຄັນ ໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ໃນໄລຍະໃໝ່ ໂດຍສະເພາະ ການ ເຄື່ອນໄຫວວຽກງານຂອງສື່ມວນຊົນ ແລະ ການພິມຈຳໜ່າຍໃນໜຶ່ງປີຜ່ານມາ ໄດ້ປະສົບກັບອຸປະສັກ ແລະ ສິ່ງທ້າທາຍທັງພາຍໃນ ແລະ ພາຍນອກ ເປັນຕົ້ ການລະບາດຂອງພະຍາດໂຄວິດ-19 ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ບັນດາສະຫາຍນັກຂ່າວຍັງມີຄວາມຮັບຜິດຊອບສູງ ຕໍ່ວຽກງານທີ່ໄດ້ຮັບມອບໝາຍ ໄດ້ເຄື່ອນໄຫວວຽກງານພາກສະໜາມ ເພື່ອເກັບກຳຂ່າວກໍໄດ້ຕິດເຊື້ອ ແຕ່ບັນດາສະຫາຍເຫຼົ່ານັ້ນ ຍັງໄດ້ເຮັດວຽກຮູບແບບອອນລາຍຢູ່ເຮືອນໂດຍບໍ່ໄດ້ປະລະໜ້າທີ່ ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ ຄວາມເສຍສະຫຼະ ຄວາມຮັບຜິດຊອບການເມືອງຂອງພະນັກງານ ສະມາຊິກພັກ ນັກຮົບສື່ມວນຊົນ ສົມກັບຄຳເວົ້າທີ່ວ່າ: ສື່ມວນຊົນ ແລະ ການພິມຈຳໜ່າຍ ແມ່ນອາວຸດທີ່ແຫຼມຄົມ ທີ່ມີຜົນງານຢ່າງຫຼວງຫຼາຍ ແລະ ນຳເອົາຜົນປະໂຫຍດໃຫຍ່ຫຼວງທີ່ສຸດໃຫ້ແກ່ປະເທດຊາດ.

error: Content is protected !!