ຫວນຄືນມູນເຊື້ອວັນສ້າງຕັ້ງ ສນຊ ຄົບຮອບ 72 ປີ

   ສູນກາງແນວລາວສ້າງຊາດ(ສນຊ) ຈັດປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ ໂດຍໃຫ້ກຽດປາຖະກະຖາຂອງ ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ມີສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ມີພະເຖລານຸເຖລະ ບັນດາພະນັກງານອາວຸໂສບຳນານ ແລະ ພະນັກງານພາຍໃນ ສນຊ ເຂົ້າຮ່ວມ.

   ໃນໂອກາດດັ່ງກ່າວ ສະຫາຍ ບຸນຍັງ ວໍລະຈິດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ຄວາມໝາຍຄວາມສຳຄັນໃນການສ້າງຕັ້ງສູນກາງແນວລາວສ້າງຊາດ ເຊິ່ງແນວລາວສ້າງຊາດ ມີ 3 ຊື່ເອີ້ນ ນັບແຕ່ມື້ສ້າງຕັ້ງມາຮອດປັດຈຸບັນ ດັ່ງນີ້: ໄລຍະແນວລາວອິດສະຫຼະ ໄລຍະແນວລາວຮັກຊາດ ແລະ ໄລຍະແນວແນວລາວສ້າງຊາດ ອົງການແນວໂຮມ ຍາມໃດກໍມີບົດບາດສຳຄັນໃນການປຸກລະດົມ ຂົນຂວາຍ ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ພາຍໃຕ້ການນຳພາຂອງພັກ ໃນການເຕົ້າໂຮມທຸກຊັ້ນຄົນ ເຜົ່າຊົນ ສາສະໜາ ເພດ-ໄວ ຜູ້ຊົງຄຸນວຸທິ ນັກຮຽນຮູ້-ປັນຍາຊົນ ຜູ້ອອກແຮງງານທີ່ຮັກຊາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃນນັ້ນ ມູນເຊື້ອຮັກຊາດ ຄວາມສາມັກຄີປອງດອງ ແລະ ນ້ຳໃຈຕໍ່ສູ້ອົງອາດກ້າ ຫານບໍ່ຍອມຈຳນົນ ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງສູ່ລະດັບສູງ ຈົນໃນທີ່ສຸດກໍສາມາດຍາດໄດ້ໄຊຊະນະສົມບູນ ແລະ ກ້າວໄປເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

    ພ້ອມນີ້ ສະຫາຍ ບຸນຍັງ ວໍລະຈິດ ຍັງໃຫ້ຮູ້ວ່າ: ແນວລາວສ້າງຊາດສືບຕໍ່ເຮັດພາລະບົດບາດ-ໜ້າທີ່ໃນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມກໍາລັງແຮງສັງລວມທົ່ວປວງຊົນລາວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຄວາມສາມັກຄີເປັນພື້ນຖານທີ່ສຸດຂອງຄວາມສໍາເລັດ ຄວາມສະຫງົບໃນສັງຄົມ ສະນັ້ນ ອົງການແນວລາວສ້າງຊາດ ຕ້ອງສືບຕໍ່ປົກປັກຮັກສາ ແລະ ເພີ່ມທະວີຄວາມສາມັກຄີປອງດອງຄວາມເປັນປຶກແຜ່ນຂອງປະຊາຊົນທັງຊາດ ບົນພື້ນຖານແນວທາງນະໂຍບາຍຂອງພັກ ເດັດດ່ຽວສະກັດກັ້ນ ການສ້າງຄວາມແຕກແຍກລະຫວ່າງເຜົ່າ ສາສະໜາ ແລະ ຊັ້ນຄົນໃນສັງຄົມ ສຶກສາອົບຮົມໃຫ້ທຸກຊົນເຜົ່າມີສະຕິຈິດໃຈຊາດລາວເອກະພາບ ມີຄວາມຖະໜອມຫອມຮັກ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພື່ອຈັດຕັ້ງປະຕິບັດຂະບວນການສ້າງບ້ານ ແລະ ຄອບຄົວສາມັກຄີປອງດອງ ຂະບວນການພັດທະນາຊົນນະບົດໃໝ່ໃນບ້ານຂອງຕົນເອງຕິດພັນກັບການລຶບລ້າງຄວາມທຸກຍາກ ຂະບວນຫຼຸດຜ່ອນ ແລະ ຕ້ານຢາເສບຕິດ ແລະ ອື່ນໆ.

error: Content is protected !!