ເຊີນຮ່ວມງານໄວໜຸ່ມສ້າງສັນຜົນງານເພື່ອແມ່ ​

    ສະຫະພັນແມ່ຍິງ ນະຄອນ ຫຼວງວຽງຈັນ (ນວ) ຮ່ວມກັບ ອົງການປົກຄອງ ນວ ຈັດງານ “ ໄວໜຸ່ມສ້າງສັນຜົນງານເພື່ອແມ ” ທີ່ຖະໜົນລ້ານຊ້າງ ລະຫວ່າງ ວັນທີ 12-13 ສິງຫາ 2022 ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນຢຶດອໍານາດທົ່ວປະ ເທດ ຄົບຮອບ 47 ປີ ຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງ ລາວ ຄົບຮອບ 67 ປີ ວັນໄວ ໜຸ່ມສາກົນ ຄົບຮອບ 23 ປີ ແລະ ວັນສໍາຄັນຂອງພັກ-ຊາດ ໂດຍເປັນປະທານຂອງທ່ານ ນາງ ຫຼຽນຄໍາ ວິລະພັນ ກໍາ ປະທານ ສະຫະພັນແມ່ຍິງ ນວ ມີທ່ານ  ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ພ້ອມດ້ວຍປ້າອາ ວຸໂສ ພັນລະຍາການນໍາ ບັນດາ ທ່ານຄະນະສະຫະພັນແມ່ຍິງ ນວ ທ່ານຜູ້ຕາງໜ້າອົງການ ຈັດຕັ້ງສາກົນ ສະມາຄົມ ຫົວ ໜ່ວຍທຸລະກິດ ຜູ້ອຸປະຖໍາງານ ຮ້າງຮ້ານ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ກິດຈະກໍາໄວໝຸ່ມສ້າງສັນ ຜົນງານເພື່ອແມ່ ຈັດຂຶ້ນເປັນເວ ລາ 2 ວັນ ລະຫວ່າງວັນທີ 12-13 ສິງຫາ 2022 ທີ່ຖະໜົນ ລ້ານຊ້າງ ເຊິ່ງວັນທີ 12 ສິງຫາ ເລີ່ມແຕ່ເວລາ 17:00 ຫາ 22 :00 ໂມງ ແລະ ວັນທີ 13 ສິງຫາ ເລີ່ມແຕ່ເວລາ 9:00 ຫາ 20:00 ໂມງ ໃນນີ້ຄະນະຮັບຜິດຊອບ ຈັດກິດຈະກໍໄດ້ຈັດສັນຫ້າງຮ້ານທີ່ເຂົ້ານຮ່ວມ ວາງສະແດງ ແລະ ຈໍາໜ່າຍ ທັງໝົດ 30 ຮ້ານ ໃນນັ້ນໄດ້ຈັດເປັນ 4 ເຂດ ຄື: 1 ພາກສ່ວນຫ້ອງການ ແລະ ອົງການຈັດຕັ້ງຕ່າງໆ ທີ່ຈະມາ ວາງສະແດງຜົນງານຂອງຕົນ ມີຢູ່ 9 ພາກສ່ວນ 2 ພາກສ່ວນ ຫັດຖະກໍາ ມີ 7 ຮ້ານ 3 ພາກສ່ວນວາງສະແດງຮູບພາບ ແລະ ແຕ້ມພາບເໝືອນ 6 ຮ້ານ ແລະເຂດທີ 4 ພາກສ່ວນອາ ຫານ ມີ 8 ຮ້ານ ພ້ອມນັ້ນ ພາຍ ໃນງານແຕ່ລະວັນ ຄະນະຮັບຜິດ ຊອບຈັດງານໄດ້ຈັດໃຫ້ມີຫຼາຍ ກິດຈະກໍາ ເພື່ອເປັນການດຶງ ດູດເອົາແຂກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ຈັບຈ່າຍຊື້ສິນຄ້າ ເປັນຕົ້ນ ການ ໃຫ້ຄວາມຮູ້ກ່ຽວກັບຂໍ້ມູນຂ່າວສານດ້ານສຸຂະພາບຈະເລີນພັນ ການບໍລິການແບບເປັນມິດແກ່ ເຍົາວະຊົນ ແລະ ໄວໜຸ່ມ ການວາງແຜນຄຸມກໍາເນີດ ການເປັນອາສາສະໝັກ ການສະ ແດງ ສິນລະປະປ້ອງກັນຕົວ ກິດຈະກໍາຖາມ-ຕອບ ເພື່ອຮັບເອົາຂອງລາງວັນ ແຕ້ມຮູບເໝືອນ ລະບາຍສີ ແລະ ອື່ນໆ.

    ພິເສດ ເພື່ອເປັນການປ້ອງ ກັນ ແລະ ຄວບຄຸມ ການແຜ່ລະ ບາດຂອງພະຍາດ ໂຄວິດ-19 ພາຍໃນງານພວກເຮົາ ແມ່ນກະ ກຽມໃນການປະຕິບັດບັນດາມາດຕະການທີ່ທາງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ.

error: Content is protected !!