ສ້າງຂະບວນການປ່ອຍປາ ຕ້ອນຮັບວັນສ້າງຕັ້ງແນວລາວສ້າງຊາດ

      ແນວລາວສ້າງຊາດເມືອງໄຊເສດຖາ  ນະຄອນຫຼວງວຽງຈັນ (ນວ) ສົມທົບກັບເຈົ້າຄະນະອົງການພຸດທະສາສະໜາ (ອພສ) ເມືອງໄຊເສດຖາ ພະອາຈານໃຫຍ່ ວັດທະນາ ດາລາສົມບັດ ເຈົ້າອະທິການວັດປ່າບ້ານໂຊກໃຫຍ່ ແລະ ອົງການປົກຄອງບ້ານໂຊກໃຫຍ່ ເມືອງໄຊເສດຖາ ຈັດກິດຈະກຳປ່ອຍປາ ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນສ້າງຕັ້ງແນວລາວຊາດສ້າງ ຄົບຮອບ 72 ປີ ຂຶ້ນວັນທີ 10 ສິງຫາ 2022 ຢູ່ວັດປ່າບ້ານໂຊກໃຫຍ່ ມີພະເຖລາ ນຸເຖລະ ທ່ານ ຄະນອງລິດ ສີສົມບູນ ຫົວໜ້າກົມສາສະໜາ ສູນກາງແນວລາວສ້າຊາດ ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ  ທ່ານ ຄໍາມາ ແສງມີໄຊ ເຈົ້າເມືອງໄຊເສດຖາ ພ້ອມດ້ວຍອຳນາດການປົກຄອງເມືອງ ແລະ ບ້ານເຂົ້າຮ່ວມ.

    ທ່ານ ແສງ ພັນມະນີ ປະທານແນວລາວສ້າງຊາດເມືອງໄຊເສດຖາ ກ່າວວ່າ: ແນວລາວສ້າງຊາດແມ່ນອົງການຈັດຕັ້ງສໍາພັນທາງດ້ານການເມືອງຂອງທົ່ວສັງຄົມ ເປັນສະຫະພັນສະໝັກໃຈ ທີ່ສ້າງຂຶ້ນບົນພື້ນຖານການຕື່ນຕົວຂອງອົງການຈັດຕັ້ງທາງການເມືອງ ສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊົນຊັ້ນ ຊັ້ນຄົນ ຊົນເຜົ່າ ທຸກເພດທຸກໄວ ແລະ ທຸກສາສະໜາ ພ້ອມນັ້ນແນວລາວສ້າງຊາດຍັງໄດ້ສຶບທອດ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ຂອງແນວລາວອິດສະຫຼະ ແລະ ແນວລາວສ້າງຊາດໃນເມືອກ່ອນ ໄດ້ເຮັດໜ້າທີ່ໃນການເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ປະຕິບັດສອງໜ້າທີ່ຍຸດທະສາດຄື:ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດມາເຖິງປັດຈຸບັນ.

   ດັ່ງນັ້ນເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນດັ່ງກ່າວ ຕິດພັນກັບວັນສ້າງຕັ້ງສື່ມວນຊົນ ຄົບຮອບ 72 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍສຳຄັນ ການຈັດຕັ້ງເມືອງຮ່ວມກັບພາກສ່ວນກ່ຽວຂ້ອງ ຈຶ່ງຈັດກິດຈະກຳປ່ອຍປາລົງສູ່ໜອງວັດປ່າບ້ານໂຊກໃຫຍ່ ທັງໝົດ 7.200 ໂຕ ເທົ່າກັບອາຍຸຄົບຮອບ 72 ປີ ຂອງອົງການຈັດຕັ້ງແນວລາວສ້າງຊາດ ພ້ອມນີ້ຍັງເພື່ອເປັນການປະຕິບັດແຜນພັດທະນາສັດນໍ້າໃຫ້ມີການຂະຫຍາຍຕົວເຂົ້າໃນການປົກປັກຮັກສາແນວພັນສັດນໍ້າໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ.

error: Content is protected !!