ສູນໂຄເປຍ ປະເມີນໂຄງການຮ່ວມມືພັດທະນາດ້ານກະສິກຳ

   ສູນໂຄເປຍ ປະຈຳລາວ ເປັນເຈົ້າພາບ ຈັດປະຊຸມປະຈຳປີຂອງສູນໂຄເປຍໃນຂົງເຂດອາຊີ ແລະ ກຸ່ມປະເທດເອກະລາດ ຂຶ້ນໃນວັນທີ 2-5 ສິງຫາ 2022 ຢູ່ແຂວງຫຼວງພະບາງ ໂດຍເປັນປະທານຂອງທ່ານ  ຍ່າງ ຊອງຢອນ ຫົວໜ້າທີມໂຄເປຍ ອາຊີ ຈາກໜ່ວນງານບໍລິຫານພັດທະນາຊົນນະຊົດ ປະຈຳອາຊີ ເຊິ່ງມີບັນດາຜູ້ອຳນວຍສູນໂຄເປຍຈາກ 10 ປະເທດ ໄດ້ແກ່ປະເທດ ສປປ ລາວ ກຳປູເຈຍ ມຽນມາ ຫວຽດນາມ ຟີລິບປິນ ສີລັງກາ ປາກີສະຖານ ມົງໂກນ ອຸດເບກິດສະຖານ ກີຈິດສະຖານ ແລະ ຍັງມີພະນັກງານຈາກໜ່ວຍງານບໍລິຫານການພັດທະນາຊົນນະບົດຈາກລັດຖະບານ ສເກົາຫຼີ ທີ່ເປັນສຳນັກງານໃຫຍ່ຂອງສູນໂຄເປຍເຂົ້າຮ່ວມ.

   ຈຸດປະສົງກອງປະຊຸມຄັ້ງເພື່ອນຳສະເໜີຜົນງານທີ່ໄດ້ຈັດຕັ້ງປະຕິບັດຜ່ານຂອງສູນໂຄເປຍໃນແຕ່ລະປະເທດ ເພື່ອປະເມີນຜົນສຳເລັດຂອງໂຄງການຮ່ວມມືເພື່ອພັດທະນາດ້ານກະສິກຳ ແລະ ແລກປ່ຽນບົດຮຽນທີ່ໄດ້ໃນໄລຍະການປະຕິບັດໂຄງການຜ່ານມາ ເພື່ອຖ່າຍທອດເທັກໂນໂລຊີລະດັບສູງໃນດ້ານກະສິກຳການປູກຝັງ ແລະ ລ້ຽງສັດໃຫ້ແກ່ຊາວກະສິກອນ ເພື່ອປະກອບສວນເຂົ້າໃນການເພີ່ມພູນຜະລິດຜົນທັງພືດຜັກແລະ ສັດ ຊ່ວຍເພີ່ມລາຍຮັບໃຫ້ແກ່ຊາວກະສິກອນຂອງກຸ່ມປະເທດເປົ້າໝາຍນໍາອີກເຊິ່ງກອງປະຊຸມສ່ວນຫຼາຍໄດ້ເຫັນເປັນເອກະພາບກັນ ກ່ຽວກັບ ໂຄງການປູກເຂົ້າ ແລະ ໂຄງການຖົ່ວເຫຼືອງ ທີ່ໄດ້ຮັບຜົນສຳເລັດຜ່ານມາໃນແຕ່ລະຂົງເຂດ ໂດຍສະເພາະ ຢູ່ ສປປ ລາວ ໂຄງການດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ສົ່ງເສີມການຜະລິດກະສິກໍາໃນທ້ອງຖິ່ນຫຼາຍຂຶ້ນ.   

     ສູນໂຄເປຍແມ່ນສາຂາຂອງໜ່ວຍງານບໍລິຫານການພັດທະນາຊົນນະບົດຢູ່ຕ່າງປະເທດຂອງລັດຖະບານ ສເກົາຫຼີ ປັດຈຸບັນ ສູນ ໂຄເປຍແມ່ນມີ 22 ແຫ່ງໃນທົ່ວໂລກ ໃນນີ້ຢູ່ ອາຊີມີ 10 ປະເທດ ອາເມລິກາລາຕິນ 5 ປະເທດ ແລະ ອາຟຣິກາ 7 ປະເທດ.

     ສະເພາະສູນໂຄເປຍ ປະຈຳ ລາວ ໄດ້ຖືກສ້າງຕັ້ງຂຶ້ນປີ 2016 ເຊິ່ງໄດ້ສຳເລັດການຈັດຕັ້ງປະຕິບັດ 8 ໂຄງການ ແລະ ກຳລັງດຳເນີນ 4 ໂຄງການກະສິກຳຮ່ວມກັບສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ສຳລັບ 4 ໂຄງການໄດ້ແກ່ ໂຄງການການພັດທະນາແນວພັນເຂົ້າໃໝ່ ເພື່ອໃຫ້ສາມາດປັບໂຕກັບສະພາບແວດລ້ອມການປ່ຽນດິນຟ້າອາກາດ ເພື່ອຄ້ຳປະກັນສະບຽງອາຫານ ໂຄງການການພັດທະນາແນວພັນໄກ່ພື້ນເມືອງເພື່ອໃຫ້ໄດ້ແນວພັນໃໝ່ເພື່ອການຄ້າ ໂຄງການເພີ່ມສະມັດຕະພາບການຜະລິດຖົ່ວເຫຼືອງ ແລະ ການນຳໃຊ້ເທັກໂນໂລຢີເພື່ອພັດທະນາແປຮູບຖົ່ວເຫຼືອງ ແລະ ໂຄງການສາທິດການເພີ່ມສະມັດຖະພາບການຜະລິດແລະຄຸນນະພາບໝາກກ້ຽງນ້ຳບາກ.

     ຜ່ານມາສູນໂຄເປຍປະຈຳລາວແມ່ນໄດ້ສຳເລັດໂຄງການປູກຜັກໃນລະດູຝົນໂດຍການນຳໃຊ້ເຕັກນິກເຮືອນຮົມ ແລະ ແນວພັນທີ່ເໝາະສົມໃນແຂວງຫຼວງພະບາງ ປັດຈຸບັນໄດ້ຈັດຕັ້ງໂຄງການເພີ່ມສະມັດຖະພາບການຜະລິດ ແລະ ຄຸນນະພາບໝາກກ້ຽງທີ່ເມືອງນ້ຳບາກ ແຂວງຫຼວງພະບາງ ເພື່ອປະກອບສ່ວນສ້າງລາຍຮັບໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ

   ໂອກາດມາເຂົ້າຮ່ວມກອງປະຊຸມດັ່ງກ່າວຄະນະຜູ້ອຳນວຍການສູນໂຄເປຍ ຍັງໄດ້ໄປຢ້ຽມຢາມສູນຄົ້ນຄວ້າເຂົ້າ ແລະ ສູນຄົ້ນຄວ້າສາລີ ແລະ ພືດເສດຖະກິດ ຂອງສະຖາບັນ ຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ຢູ່ນະຄອນຫລວງວຽງຈັນ ແລະ ຢ້ຽມຊົມໂຄງການທົດລອງການປູກເຂົ້າ ແລະ ຖົ່ວເຫຼືອງ ທີ່ໄດ້ຮັບການສະໜັບສະໜູນຈາກສູນໂຄເປຍປະຈຳລາວ ເພື່ອຕິດຕາມເບິ່ງກິດຈະກຳ ແລະ ຄວາມກ້າວໜ້າຂອງໂຄງການຕົວຈິງຕື່ມອີກ.

error: Content is protected !!