ສີໂຄດຕະບອງຢຶດໝັ້ນພັດທະນາເສດຖະກິດເປັນໃຈກາງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,16%

    ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ວັນທີ 3 ມິຖຸນາ 2020 ທີ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ວິລະສັກ ນາມມຸນຕີ ກຳມະການພັກນະຄອນຫຼວງວຽງຈັນ ຮັກສາການເລຂາພັກເມືອງ ເຈົ້າເມືອງສີໂຄດຕະບອງ ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະປະຈໍາພັກ ນວ ຄະນະພັກເມືອງ ຜູ້ແທນສົມບູນ 160 ສະຫາຍ ແລະ ແຂກທີ່ຖືກເຊີນ.

    ສະຫາຍ ວິລະສັກ ນາມມຸນລີ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ຄື: ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI (2014-2019) ແລະ ທິດທາງຄາດໝາຍ ໜ້າທີ່ຈຸດສຸມແຕ່ນີ້ຮອດປີ 2025 ວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ໄດ້ຢຶດໝັ້ນການພັດທະນາເສດຖະກິດເປັນໃຈກາງ ຕິດພັນກັບການພັດທະນາສັງຄົມ ຕາມແຜນນະໂຍບາຍປ່ຽນແປງໃໝ່ຂອງພັກ ທີ່ມີຫຼາຍພາກສ່ວນເສດຖະກິດ ບົນພື້ນຖານເສດຖະກິດຕະຫຼາດທີ່ມີການຄຸ້ມຄອງຂອງລັດ ສຳເລັດໂດຍພື້ນຖານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ VI ໄດ້ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,16% ລວມຍອດຜະລິດຕະພັນພາຍໃນໄດ້ 5.073 ຕື້ກວ່າກີບ ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸ 40.242.247 ກີບ ເທົ່າກັບ 4.557 ໂດລາ/ຄົນ/ປີ ທຽບໃສ່ ປີ 2014 ເພີ່ມຂຶ້ນ 48,49% ໃນນັ້ນ ກະສິກຳ-ປ່າໄມ້ກວມ 3,41% ອຸດສາຫະກຳ-ຫັດຖະກຳກວມ 47,87% ການຄ້າ-ບໍລິການກວມ 48,72% ການລົງທຶນຂອງລັດ ແລະ ການລົງທຶນຈາກເອກະຊົນພາຍໃນ-ຕ່າງປະເທດ ມີທັງໝົດ 36 ໂຄງການ ມູນຄ່າ 101 ຕື້ກວ່າກີບ ທຽບໃສ່ແຜນການປະຕິບັດໄດ້ 32,27%

ມີທຶນຈົດທະບຽນທັງໝົດ 22.176 ຕື້ກວ່າກີບ ການຊຸກຍູ້ ແລະ ຄຸ້ມຄອງພື້ນຖານລາຍຮັບ ສາມາດຂຸດຄົ້ນລາຍຮັບໄດ້ທັງໝົດ 233 ຕື້ກວ່າກີບ ທຽບໃສ່ແຜນການເທົ່າກັບ 95,51 % ສ່ວນດ້ານອຸດສາຫະກຳ-ການຄ້າ: ໄດ້ສົ່ງເສີມການລົງທຶນດ້ານອຸດສາຫະກຳ ຫັດຖະກຳການຄ້າ ແລະ ການບໍລິການຂອງທຸກພາກສ່ວນ ພິເສດແມ່ນຕໍ່ຫົວໜ່ວຍເສດຖະກິດຂະໜາດນ້ອຍ-ຂະໜາດກາງ ຕາໜ່າງການຄ້າ-ບໍລິການມີການຂະຫຍາຍຕົວ ທົ່ວເມືອງມີຕະຫຼາດ 13 ແຫ່ງ ແລະ ສູນການການຄ້າ 2 ແຫ່ງ ໄດ້ຮັບໃບຢັ້ງຢືນເປັນຕະຫຼາດມາດຖານ 1 ແຫ່ງ ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ກ່ຽວກັບທຸລະກິດໄມ້: ໃຫ້ຢຸດເຊົາ 6 ຫົວໜ່ວຍ ແລະ ດັດສົມໂຮງງານເຟີນີເຈີປຸງແຕ່ງໄມ້ຈຳນວນ 26 ໂຮງງານ ໄດ້ຊຸກຍູ້ສົ່ງເສີມຄອບຄົວ ແລະ ກຸ່ມຕົວແບບການຜະລິດເປັນສິນຄ້າທົ່ວເມືອງມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນທີ່ໄດ້ກາໝາຍເປັນທາງການແລ້ວ 6 ຫົວໜ່ວຍ ທຽບໃສ່ປີ 2014 ເພີ່ມຂຶ້ນ 5 ຫົວໜ່ວຍ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!