ເຈົ້າຄອງ ນວ ເນັ້ນ 10 ບັນຫາໃຫ້ ຄບຕ ນຳໄປຈັດຕັ້ງປະຕິບັດ

    ທ່ານ ອາດສະພັງທອງ ສີພັນ ດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ລົງຊຸກຍູ້ວຽກງານ ຢູ່ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ນະຄອນຫຼວງວຽງຈັນ (ນວ) ໃນວັນທີ 11 ສິງຫາ 2022 ໂດຍມີທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການ ຄບຕ ພ້ອມດ້ວຍຄະນະນຳຂອງ ຄບຕ ໃຫ້ການຕ້ອນຮັບ ພ້ອມນີ້ ມີຄະນະພະແນກ ໂຍທາທິການ ແລະ ຂົນສົ່ງ ນວ ທ່ານຮອງເຈົ້າ ເມືອງ ຕາງໜ້າຈາກພະແນກ ການ ຫ້ອງການ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ບຸນຈັນ ແກ້ວສີທຳມະ ລາຍງານສະ ພາບວຽກງານ ຫ້ອງການ ຄບຕ ຕໍ່ທ່ານເຈົ້າຄອງ ນວ ຍົກໃຫ້ ເຫັນວຽກງານຫຼາຍດ້ານເປັນ ຕົ້ນ ສະພາບລວມ ພາລະບົດ ບາດໜ້າທີ່ ຄວາມຮັບຜິດຊອບ ຂອງຫ້ອງການ ຄບຕ ວຽກງານ ການຈັດຕັ້ງລວມທັງໜ້າທີ່ວຽກ ແຕ່ລະດ້ານ ໂດຍສະເພາະວຽກ ຄຸ້ມຄອງຮ່ອງລະບາຍນໍ້າ ແລະ ນໍ້າເປື້ອນອາຈົມ ຮ່ອງລະບາຍ ນ້ຳຂອບເຂດຫ້ອງການ ຄບຕ ນວ ຮັບຜິດຊອບ ມີທັງໝົດ 52 ຮ່ອງ ຮ່ອງລະບາຍນ້ຳແຄມທາງ ສາຍຫຼັກ 30 ເສັ້ນທາງ ເຊິ່ງ ປະກອບມີ ຮ່ອງທີ່ໄດ້ຮັບການ ກໍ່ສ້າງແລ້ວ ມີຈໍານວນ 24 ຮ່ອງ ມີຍາວທັງໝົດ 41.206 ແມັດ ເປັນຮ່ອງດິນທຳມະຊາດ ຈໍາ ນວນ 28 ຮ່ອງ ມີຄວາມ ຍາວທັງໝົດ 66.575 ແມັດ ຮ່ອງແຄມທາງສາຍຫຼັກມີຈໍາ ນວນ 30 ເສັ້ນທາງ  ມີຄວາມ ຍາວທັງໝົດ 223.728 ແມັດ ການລວງຮ່ອງລະບາຍນໍ້າປີ​ຜ່ານ​ມາ​ຫ້ອງການ ຄບຕ ນວ ວຽກຄຸ້ມຄອງສວນສາທາລະນະ ແລະ ເຂດຂຽວໃນຕົວເມືອງ ປະກອບມີ: ສວນສາທາລະນະ 11 ສວນ ເນື້ອທີ່ 100.212 ຕາແມັດສວນດອກໄມ້ແຄມທາງ 10 ສວນ ເນື້ອທີ່ 6.037 ຕາແມັດ ສວນດອກໄມ້ຄູກາງ ຖະໜົນ 3 ຈຸດ ເນື້ອທີ່ 8.930 ຕາແມັດ ສວນດອກໄມ້ວົງວຽນ 16 ຈຸດ ເນື້ອທີ່ 7.108 ຕາແມັດ ແລະ  ສວນຫຍ້າຕາມແຄມທາງ ເນື້ອທີ່ 305,85 ຕາແມັດ ລະບົບ​ໄຟ​ເຍືອງ​ທາງ ​ເສັ້ນທາງ​ທີ່ ​ຕິດ​ຕັ້ງ​ລະບົບໄຟ​ເຍືອງ​ທາງຖາ ວອນ ມີ 109 ​ເສັ້ນທາງ ລະບົບ​ ໄຟ​ອໍານາດ ມີ 63 ຈຸດ ວຽກ ຄຸ້ມຄອງບໍລິການຂົນສົ່ງ ແລະ ກໍາຈັດຂີ້ເຫຍື້ອ.

    ໂອກາດນີ້ ທ່ານ ເຈົ້າຄອງ ນວ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະນຳ ຄບຕ ກໍຄືທຸກພາກສ່ວນ ທີ່ພ້ອມກັນ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ພ້ອມມີຄໍາເຫັນຊີ້ນໍາ ເພື່ອໃຫ້ ຄບຕ ນຳໄປຈັດຕັ້ງຜັນ ຂະຫຍາຍ 1 ເຫັນດີຮັບຮອງ ໂດຍພື້ນຖານບົດລາຍງານ 2 ພະແນກ ຍທຂ ກໍານົດດ້ານຫຼັກ ການ ນິຕິກໍາການແບ່ງງານ ແລະ ຄວາມຮັບຜິດຊອບ ລະຫວ່າງ ພະແນກການ ແລະ ເມືອງ 3 ການປັບປຸງກໍ່ສ້າງເສັ້ນທາງ ວົງວຽນ (ວົງວຽນຫຼັກ 10) 4 ການກວດກາ, ປັບປຸງບັນດາ ສວນສາທາລະນະຕ່າງໆ ໃນຕົວເມືອງ, ການມີສ່ວນຮ່ວມ ຂອງປະຊາຊົນ 5 ການຈັດສັນ ຄວາມເປັນລະບຽບຮຽບຮ້ອຍ 6 ກ່ຽວກັບການຈັດ ຕັ້ງປະຕິບັດ ສ ແສງສະຫວ່າງ ສ ສີຂຽວ 7 ເຫັນດີ ໃຫ້ດໍາເນີນການລວງ ຄອງ ຮ່ອງຕ່າງໆ 8 ບັນຫາຂີ້ ເຫຍື້ອ ການຂົນສົ່ງການຈັດ ເກັບຂີ້ເຫຍື້ອຕ່າງໆ 9 ການຄຸ້ມ ຄອງປ້າຍໂຄສະນາ ປ້າຍໂຮງ ແຮມ ຮ້ານອາຫານ ຕ່າງໆ ແລະ 10 ບາງວຽກງານອື່ນໆທີ່ກ່ຽວ ຂ້ອງ.

error: Content is protected !!