ຮ່ວມກັນພັດທະນາວຽກງານເສດຖະກິດ-ສັງຄົມແຫ່ງຊາດ

    ວັນທີ 10 ສິງຫາ 2022 ທີ່ສະພາແຫ່ງຊາດ ມີພິທີລົງນາມເຊັນຂໍ້ຕົກລົງຮ່ວມ ວ່າດ້ວຍ ການປະສານງານ ລະຫວ່າງ ກຳມະທິການເສດ ຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກັບ ກະຊວງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມລົງນາມລະຫວ່າງ ທ່ານນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາ ກອນ ທໍາມະຊາດ ແລະ  ສິ່ງແວດ ລ້ອມ ແລະ ທ່ານ ຮສ ປອ ລິນຄໍາ ດວງສະຫວັນ  ປະທານກໍາມາທິການເສດຖະ ກິດເຕັກໂນໂລຊີ ແລະ ສິ່ງແວດ ລ້ອມ ສະພາແຫ່ງຊາດ ໂດຍມີ ທ່ານ ສົມມາດ ພົລເສນາ ຮອງ ປະທານສະພາແຫ່ງຊາດລາວ ພ້ອມທ່ານຮອງລັດຖະມົນຕີ ທ່ານຮອງປະທານກໍາມະທິການຕ່າງໆ ປະຈຳສະພາແຫ່ງຊາດ ຫົວໜ້າ-ຮອງຫົວໜ້າຫ້ອງການ ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

    ຜ່ານມາໄດ້ມີຂໍ້​ຕົກລົງ​ຮ່ວມ ວ່າ​ດ້ວຍ​ການ​ປະສານ​ງານ ລະຫວ່າງ ຄະນະ​ເລ​ຂາ​ທິການ​ ສະພາ​ແຫ່ງ​ຊາດ ກັບ​ຫ້ອງ​ວ່າ ການ​ສຳນັກງານ​ນາ​ຍົກ​ລັດຖະມົນ​ຕີ ສະບັບ​ເລກທີ 01/ຄລສ- ຫສນຍ ລົງ​ວັນ​ທີ 11 ສິງຫາ 2021 ທີ່ເປັນເຄື່ອງມືໃນການປະສານງານຂອງສະພາແຫ່ງຊາດກັບລັດຖະບານກໍຕາມ ແຕ່ເພື່ອຮັບປະກັນໃນການປະສານງານວຽກງານວິຊາສະເພາະຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຈຶ່ງໄດ້ຮ່ວມກັນລົງນາມຄັ້ງນີ້ ໄດ້ກຳນົດລະອຽດ ກ່ຽວກັບຫຼັກການ ຂອບເຂດ ລະບຽບການ ເນື້ອໃນ ຂັ້ນຕອນ ວິທີການປະສານງານ ລະຫວ່າງ ກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ກຊສ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ລັດຖະບານ ຕາມພາລະບົດບາດ ສິດ ແລະ ໜ້າທີ່ ຂອງຕົນ ແນໃສ່ຮັບປະກັນການເປັນເສນາທິການທີ່ດີໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດທິພາບ ປະສິດທິຜົນ ວ່ອງໄວ ຮັດກຸມ ແລະ ທັນເວລາ ອັນສຳຄັນກໍ່ແມ່ນ ປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ.

    ຂໍ້ຕົກລົງຮ່ວມກັນ ສະບັບນີ້ ໄດ້ກໍານົດການປະສານງານ ມີ 5 ເນື້ອໃນຕົ້ນຕໍ ຄື: 1 ການກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະພາແຫ່ງຊາດ 2 ການກະກຽມເນື້ອໃນໃຫ້ແກ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ 3 ການກະກຽມເນື້ອໃນໃຫ້ແກ່ກອງປະຊຸມຄົບຄະນະຂອງກໍາມາທິການ 4 ການກະກຽມເນື້ອໃນໃຫ້ແກ່ກອງປະຊຸມຮ່ວມ ລະຫວ່າງ ກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກັບ ກຊສ ແລະ 5 ການປະສານງານວຽກງານອື່ນ ແລະ ຍັງຈະເປັນເຄື່ອງມື້ໜຶ່ງປະກອບສ່ວນຊ່ວຍໃຫ້ພວກເຮົາ ໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງກຳມາທິການ ແລະ ກະຊວງ ເຮັດໃຫ້ມີການເຄື່ອນໄຫວວຽກງານຮ່ວມກັນ ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ແຫ່ງ​ຊາດ ຕາມ​ທິດ​ຍືນ​ຍົງ ​ແລະ ສີຂຽວ.

error: Content is protected !!