ສະຖານີໄຟຟ້າ 230 ກິໂລໂວນ ປາກມອງ 2 ກຳລັງສະໜອງໄຟຟ້າໃຫ້ທາງລົດໄຟລາວ-ຈີນຢ່າງໝັ້ນຄົງ

    ສື່ມວນຊົນລາວ ກັບ ເວບໄຊ www.yunnangateway.com/ ທີ່ຂຶ້ນກັບສູນການສື່ສານສາກົນ ພາກພື້ນອາຊີໃຕ້-ອາຊີອາຕາ ເວັນອອກສ່ຽງໃຕ້ ແຂວງຢຸນນານ ຮ່ວມກັນດຳເນີນການສຳ ພາດຂ່າວກ່ຽວກັບທາງລົດໄຟ ລາວ-ຈີນ ທີ່ມີຫົວຂໍ້ວ່າ “ສາຍແນນລະຫວ່າງ ລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ” ໄລຍະທີສອງ ໃນມໍ່ໆມານີ້ ໂດຍຄະນະນັກຂ່າວລາວໄດ້ເດີນທາງໄປສຳພາດຢູ່ສະຖານີໄຟຟ້າ 230 ກິໂລໂວນ ປາກມອງ 2 ຕັ້ງຢູ່ເມືອງນໍ້າບາກ ແຂວງຫຼວງພະບາງ. 

    ສະຖານີໄຟຟ້າ 230 ກິໂລໂວນ ປາກມອງ 2 ມີເນື້ອທີ່ 9 ກວ່າເຮັກຕາ ສ້າງຂຶ້ນປີ 2014 ມູນຄ່າ ການກໍ່ສ້າງປະມານ 30 ລ້ານໂດລາສະຫະລັດ ແລະ ເປີດນຳໃຊ້ໃນປີ 2015 ໂດຍລັດວິສາຫະກິດໄຟຟ້າ ລາວ ເປັນເຈົ້າຂອງໂຄງການ ຮັບເໝົາກໍ່ສ້າງໂດຍບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ ຢຸນນານສາກົນ (CSG-YNIC) ປັດຈຸບັນກຳລັງສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ຕອນປະເທດລາວ ຢ່າງໝັ້ນຄົງ ແລະ ລະອຽດ.

    ທ່ານ ທອນ ວົງພະຈັນ ຮອງພະແນກລະບົບສົ່ງພາກເໜືອ ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ຮູ້ວ່າ: ບົດບາດໜ້າທີ່ຂອງສະຖານີໄຟຟ້າ ປາກມອງ 2 ແມ່ນການຄຸ້ມຄອງບຳລຸງຮັກສາສາຍສົ່ງ 115 ກິໂລໂວນ ແລະ 230 ກິໂລໂວນ ເຊິ່ງມີຄວາມຍາວ 5.000 ກວ່າກິໂລແມັດ ແລະ ສະຖານີໄຟຟ້າແຮງສູງ 41 ແຫ່ງ ແລະ ພະນັກງານທີ່ເຮັດວຽກວິຊາສະເພາະ 500 ກວ່າຄົນ ເປັນພະນັກງານຈາກລັດວິສາຫະກິດໄຟ ຟ້າລາວ ສະຖານີໄຟຟ້າປາກມອງ 2 ຍັງບໍ່ສາມາດຮອງຮັບລະບົບເອັນລົບໜຶ່ງ (N-1) ເຊັ່ນ: ການລຳລຽງ ໄຟຟ້າທີ່ມີຄວາມສະຖຽນລະພາບເຕັມທີ່ ເພາະຖ້າໄຟຟ້າເກີດການຂັດຂ້ອງແບບສຸດວິໄສ ເປັນຕົ້ນຟ້າຜ່າ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການແລ່ນຂອງລົດໄຟ ລາວ-ຈີນ ແຕ່ຄະນະຮັບຜິດຊອບທີ່ກ່ຽວຂ້ອງກໍໄດ້ເລັ່ງ ແກ້ໄຂຢ່າງຮີບດ່ວນ ຕໍ່ບັນຫາດັ່ງກ່າວທາງບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ ຢຸນນານສາກົນ ຮ່ວມກັບບໍລິ ສັດ ລົງທຶນພະລັງງານໄຟຟ້າ ລາວ-ຈີນ ແລະ ລັດວິສາຫະກິດໄຟຟ້າລາວ ຈະສ້າງລະບົບສາຍສົ່ງໄຟຟ້າ ແຮງສູງ 500 ກິໂລໂວນ ໃນມໍ່ໆນີ້ ທີ່ເມືອງນາໝໍ້ ແຂວງອຸດົມໄຊ ເພື່ອຮອງຮັບລະບົບການໄຫຼວຽນຂອງ ພະລັງງານໄຟຟ້າໃຫ້ມີສະຖຽນລະພາບຢ່າງເຕັມທີ່ ແລະ ປະສິດທິຜົນສູງ ເພື່ອແກ້ໄຂບັນຫາໄຟຟ້າຂັດ ຂ້ອງດັ່ງກ່າວ.

    ສຳລັບໂຄງການສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ມີສາຍສົ່ງ ຍາວ 257 ກິໂລແມັດ ມີຫຼັກເສົາໄຟຟ້າ 633 ຕົ້ນ ສະໜອງພະລັງງານໄຟຟ້າໃຫ້ສະຖານີລາກແກ່ 10 ສະຖານີ ຜ່ານ 4 ແຂວງ ແລະ 1 ນະຄອນຫຼວງ ຄື: ແຂວງຫຼວງນໍ້າທາ ແຂວງອຸດົມໄຊ ແຂວງຫຼວງພະບາງ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ປັດຈຸບັນໂຄງການໄດ້ສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ແລ້ວ 35 ລ້ານ ກວ່າກິໂລວັດໂມງ.

    ທ່ານ ຮວງເວິນກັງ ຜູ້ອຳນວຍການໃຫຍ່ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ-ຈີນ ຈຳກັດ ໃຫ້ຮູ້ ວ່າ: ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ-ຈີນ ຈຳກັດ ແມ່ນຮ່ວມລົງທຶນສ້າງຂຶ້ນໂດຍບໍລິສັດ ຕາຂ່າຍ ໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (CSG-YNIC) ກັບ ລັດວິສາຫະກິດໄຟຟ້າລາວ (EDL) ພາລະໜ້າທີ່ຕົ້ນຕໍຂອງບໍລິສັດແມ່ນສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ຕອນປະເທດລາວ ຈຸດພິເສດຂອງສະຖາ ນີໄຟຟ້າ ປາກມອງ 2 ແມ່ນຕັ້ງຢູ່ໃຈກາງລະຫວ່າງການສົ່ງຕໍ່ຕາຂ່າຍໄຟຟ້າໃນເຂດພາກເໜືອຂອງ ສປປ ລາວ ເຊິ່ງເປັນໂຄງການສາທິດດ້ານວິສາວະກຳແຫ່ງປະເທດລາວ ກໍຄືເປັນສ່ວນປະກອບສຳຄັນຂອງໂຄງ ການສາຍສົ່ງໄຟຟ້າ 230 ກິໂລວັດ ໃນເຂດພາກເໜືອຂອງລາວ ພ້ອມທັງເປັນພາກສ່ວນໜຶ່ງຂອງໂຄງ ການສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ໃນຖານະທີ່ມີການຮ່ວມມືໃນສອງໂຄງການທີ່ສຳຄັນດັ່ງກ່າວ ນີ້ ຈຶ່ງໄດ້ເປັນສັກຂີພິຍານ ໃຫ້ເຫັນເຖິງການຮ່ວມມືດ້ານພະລັງໄຟຟ້າລະຫວ່າງສອງຊາດລາວ-ຈີນ ມີການ ລົງເລິກຍິ່ງໆຂຶ້ນ ພ້ອງທັງເປັນເງົາສະທ້ອນທີ່ສອງຊາດ ລາວ-ຈີນ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນດ້ານຂົງເຂດພະລັງງານໄຟຟ້າ.

    ຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ ໄດ້ດຳເນີນການລົງທຶນຢູ່ລາວຫຼາຍປີແລ້ວ ພ້ອມທັງໄດ້ ຮັບຜົນສຳເລັດຢ່າງພົ້ນເດັ່ນ ຫວ່າງບໍ່ດົນມານີ້ ຕາຂ່າຍໄຟຟ້າລາວ ໄດ້ເຊື່ອມຕໍ່ກັບຕາຂ່າຍໄຟຟ້າກິ່ງແຂວງ ປົກຄອງຕົນເອງເຜົ່າ​ລື້ສິບສອງພັນນາ ແຂວງຢຸນນານ ໂດຍຜ່ານສາຍສົ່ງໄຟຟ້າ 115 ກິ​ໂລ​ໂວນ ສາຍ ຕົງເມີນ-ນາໝໍ້ ເຊິ່ງ​ໝາຍ​ຄວາມ​ວ່າ ສອງປະເທດ ລາວ-ຈີນ ໄດ້ເປີດການຄ້າໄຟຟ້າເຊິ່ງກັນ ແລະ ກັນ ຢ່າງເປັນທາງການ ປັດຈຸປັນລັດວິສາຫະກິດໄຟຟ້າລາວ ກັບບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG) ກຳລັງຊູກຍູ້ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ກັບ ​ຝ່າຍລາວ ເພື່ອຮອງຮັບລະບົບການໄຫຼ ວຽນຂອງພະລັງງານໄຟຟ້າໃຫ້ເຕັມທີ່ ໂດຍຜ່ານ​ຈາກການເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນ​ສົ່ງ​ໄຟ​ຟ້າ​ດ້ວຍ​ຄວາມແຮງສູງກວ່າ ແລະ ​ເພີ່ມ​ທະ​ວີ​ກາ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ດ້ານ​ທ່າ​ແຮງ​ດ້ານ​ພະ​ລັງ​ງານ​ຂອງ​ສອງ​ປະ​ເທດ ເພື່ອ​ຊຸກ​ຍູ້ການນຳໃຊ້ພະລັງງານສະອາດ ​ລະ​ຫວ່າງ​ເຂດ​ແຄວ້ນ​ຕ່າງໆ​ໃຫ້​ໄດ້​ດີກວ່າ​ເກົ່າ. 

(ສະບາໄພ)​

error: Content is protected !!